ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງລັດຖະມົນຕີ ຊ່ວຍ​ວ່າ​ການ ກະ​ຊວງຕ່າງ​ປະ​ເທດ ສຫລ ຢ້ຽມຢາມ ສ​ປ​ປ ລາວ


ທ່ານ ດັກລາສ ຮອງລັດຖະມົນຕີຊ່ວຍ​ວ່າ​ການ ກະ​ຊວງຕ່າງ​ປະ​ເທດສະ​ຫະ​ລັດ ໂອ້​ລົມ​ກັບ ​ທ່ານທອງເພັດ ອິນທະວົງ ຮອງລັດ
ຖະມົນຕີກະຊວງພະລັງງານແລະບໍ່ແຮ່ເພື່ອປຶກສາຫາລືແນວ
ທາງ ໃນການສືບຕໍ່ ເສີມຂະຫຍາຍການລົງທຶຶນ ມູນຄ່າສູງຂອງ
ສະຫະລັດ ໃນຂົງເຂດເສດຖະກິດລາວ.
ທ່ານ ດັກລາສ ຮອງລັດຖະມົນຕີຊ່ວຍ​ວ່າ​ການ ກະ​ຊວງຕ່າງ​ປະ​ເທດສະ​ຫະ​ລັດ ໂອ້​ລົມ​ກັບ ​ທ່ານທອງເພັດ ອິນທະວົງ ຮອງລັດ ຖະມົນຕີກະຊວງພະລັງງານແລະບໍ່ແຮ່ເພື່ອປຶກສາຫາລືແນວ ທາງ ໃນການສືບຕໍ່ ເສີມຂະຫຍາຍການລົງທຶຶນ ມູນຄ່າສູງຂອງ ສະຫະລັດ ໃນຂົງເຂດເສດຖະກິດລາວ.

ເຈົ້າໜ້າທີ່ຂັ້ນສູງ ຂອງກະຊວງການຕ່າງປະເທດສະຫະລັດ ເດີນທາງມາຢ້ຽມຢາມ
ສປປ ລາວ ເພື່ອທົບທວນຄືນກ່ຽວກັບ ຄວາມຄືບໜ້າຢ່າງຕໍ່ເນື່ອງ ໃນ ການພົວພັນ
ສອງຝ່າຍ ແລະເພື່ອສະຫຼຸບໂດຍຫຍໍ້ ໃຫ້ເຈົ້າໜ້າທີ່ຝ່າຍລາວໄດ້ ຮັບຊາບ ກ່ຽວກັບ ແຜນຍຸດທະສາດຂອງສະຫະລັດ ໃນພາກພື້ນອິນໂດ-ປາ ຊີຟິກ.

ໃນລະ​ຫວ່າງການຢ້ຽມຢາມ ຊຶ່ງ​ມີ​ຂຶ້ນ​ແຕ່​ວັນ​ທີ 14 ຫາ 16 ຕຸ​ລານີ້ ທ່ານຮອງ ລັດຖະ
ມົນຕີຊ່ວຍ​ວ່າ​ການ ກະ​ຊວງຕ່າງ​ປະ​ເທດສະ​ຫະ​ລັດ ວອລເຕີ ດັກລາສ (Walter
Douglas) ຮັບ​ຜິດ​ຊອບ​ກ່ຽວ​ກັບ ເຂດ​ເອເຊຍຕາເວັນອອກແລະປາຊີ ຟິກ ໄດ້ພົບປະ
ກັບທ່ານຮອງລັດຖະມົນຕີທອງເພັດ ອິນທະວົງ, ກະຊວງພະລັງ ງານແລະບໍ່ແຮ່
ເພື່ອປຶກສາຫາລືແນວທາງໃນການສືບຕໍ່ ເສີມຂະຫຍາຍການລົງ ທຶຶນມູນຄ່າສູງຂອງ
ສະຫະລັດ ໃນຂົງເຂດເສດຖະກິດລາວ.

ໃນທີ່ປະຊຸມ ທ່ານຮອງລັດຖະມົນຕີຊ່ວຍ​ວ່າ​ການ ດັກລາສ ໄດ້ກ່າວວ່າ ສປປ ລາວ ຍັງຄົງສືບຕໍ່ປັບປຸງສະພາບແວດລ້ອມທາງທຸລະກິດ ເຊີ່ງຈະເຮັດໃຫ້ເສີມ ຂະຫຍາຍ
ການດຶງດູດການລົງທຶນທີ່ມີຄຸນນະພາບສູງ ຮວມທັງຈາກສະຫະລັດ. ການລົງທຶນນິີ້
ຈະຊ່ວຍຂັບເຄື່ອນການເຕີບໂຕທາງເສດຖະກິດຢ່າງຢັ້ງຢືນແລະ ເປັນການເປີດ
ໂອກາດໃຫ້ແກ່ນັກທຸລະກິດຈາກສະຫະລັດ.

ໃນຊ່ວງການຢ້ຽມຢາມໃນຄັ້ງນີ້ ທ່ານຮອງລັດຖະມົນຕີ​ຊ່ວຍວ່າ​ການດັກລາສ
ຢືນຢັນສະໜັບສະໜູນການຊ່ວຍເຫຼືອຈາກສະຫະລັດ ໃຫ້ແກ່ອາຊຽນແລະກໍສະແດງ ຄວາມຂອບໃຈມາຍັງ ສປປ ລາວ ສຳລັບບົດບາດອັນສຳຄັນໃນການເປັນຜູ້ປະສານ
ງານອາຊຽນກັບສະຫະລັດ. ນອກນັ້ນ ທ່ານຍັງໄດ້ເນັ້ນໜັກເຖິງຄວາມສົນ ໃຈຂອງ
ລັດຖະບານສະຫະລັດໃນການສົ່ງເສີມການເຕີບໂຕຂອງເສດຖະກິດບົນພຶ້ນຖານ
ການປະຕິບັດຕາມກົດລະບຽບ ແລະການຄ້າ ແລະການລົງທຶນທີ່ມີມູນ ຄ່າສູງ.

ທ່ານຮອງ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ດັກ​ລາ​ສ ໄດ້ກ່າວວ່າ ແຜນຍຸດທະສາດອິນ
ໂດປາຊີຟິກ ແມ່ນລະບຽບການ ແລະ ຫຼັກການ ເພື່ອເຄົາລົບນັບຖືອະທິປະໄຕ ແລະຄວາມປາຖະຫນາຂອງບັນດາປະເທດໃນຂົງເຂດພາກພື້ນ. ນີ້ຖືວ່າເປັນສິ່ງ ທີ່ສຳຄັນທີ່ສຸດເພື່ອໃຫ້ມີການເປີດກວ້າງ ມີຄວາມຍຸດຕິທໍາແລະມີຄວາມໂປ່ງໃສ
ສໍາລັບການຄ້າ ແລະ ການລົງທຶນ ເພື່ອພວກເຮົາຈະໄດ້ສົ່ງເສີມການພັດທະນາ
ແບບຍືນຍົງ.

ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ ທ່ານຮອງລັດຖະມົນຕີຊ່ວຍວ່າການດັກລາສຢືນ ຢັນສະໜັບສະໜູນການຊ່ວຍເຫຼືອຈາກສະຫະລັດ ແລະ ທ່ານທອງເພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງ ງານແລະບໍ່ແຮ່ຂອງ ສ​ປ​ປ ລາວ ທີ່​ວຽງ​ຈັນ.
ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ ທ່ານຮອງລັດຖະມົນຕີຊ່ວຍວ່າການດັກລາສຢືນ ຢັນສະໜັບສະໜູນການຊ່ວຍເຫຼືອຈາກສະຫະລັດ ແລະ ທ່ານທອງເພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງ ງານແລະບໍ່ແຮ່ຂອງ ສ​ປ​ປ ລາວ ທີ່​ວຽງ​ຈັນ.

ໃນລະຫວ່າງການມາຢ້ຽມຢາມຄັ້ງນີ້ ທ່ານຮອງ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ດັກ-​ລາ​ສ ແລະທ່ານເອກອັກຄະລັດຖະທູດ ຣີນາ ບິດເຕີ ຍັງໄດ້ຢ້ຽມຢາມສູນອາ ເມຣິກາທີ່
ທາດດຳ ເພື່ອສັງເກດການເບິ່ງຫຼັກສູດເປີດໃຫມ່ທີ່ເອີນວ່າ STEM ຫຼື ວິທະຍາສາດ, ເຕັກໂນໂລຢີ, ວິສະວະກໍາ ແລະ ຄະນິດສາດ. ສູນແຫ່ງນີ້ ຍັງໄດ້ສະໜອງການ
ຈັດສຳມະນາໂດຍບໍ່ເສຍຄ່າເພື່ອປະກອບສ່ວນເຂົ້າໃນການພັດທະນາອາຊີບ ແລະ ໃນແຕ່ລະເດືອນມີຫຼາຍພັນຄົນທີ່ໄດ້ເຂົ້າມາສູນແຫ່ງນີ້ ເພື່ອມາຮຽນຮູ້ທັກສະຕ່າງໆ
ໃນຫ້ອງຮຽນພາສາອັງກິດ.

ທ່ານເອກອັກຄະລັດຖະທູດບິດເຕີ ໄດ້ກ່າວວ່າ ສູນອາເມຣິກາຂອງພວກເຮົາ ຍັງໄດ້ປະກອບສ່ວນເຂົ້າໃນການສົ່ງເສີມດ້ານການສຶກສາ ແລະ ການພັດທະ ນາອາຊີບຂອງຄົນໄວໜຸ່ມ. ຄົນໜຸ່ມເຫຼົ່ານີ້ຄືອະນາຄົດອັນສໍາຄັນຂອງປະເທດ ຊາດ ແລະຍັງເປັນແຮງຂັບເຄື່ອນອັນສຳຄັນທາງດ້ານເສດຖະກິດຂອງ ສປປ ລາວ.

ແຜນຍຸດທະສາດອິນໂດ - ປາຊີຟິກ ແມ່ນໄດ້ລິເລີ້ມໂດຍ ລັດຖະບານສະຫະ ລັດ
ໃນຕົ້ນປີ 2018ເພື່ອສົ່ງເສີມການເປີດກວ້າງ ເສລີ ໃນຂົງເຂດອິນໂດ-ປາຊິຟິກ ເຊິ່ງກວມເອົາຝັ່ງທິດຕາເວັນຕົກຂອງສະຫະລັດ ໄປທາງທິດຕາເວັນ ຕົກຂອງ
ປະເທດອິນເດຍ. ຍຸດທະສາດດັ່ງກ່າວຍັງເປັນການສົ່ງເສີມລະບົບສາກົນເພື່ອໃຫ້
ບັນດາປະເທດມີເສລີພາບ ທາງດ້ານການປົກປັກຮັກສາອະທິປະໄຕ ແລະ ສາມາດ
ສືບຕໍ່ນະ ໂຍບາຍໃນການປົກຄອງທີ່ດີ ມີຄວາມໂປ່ງໃສ ແລະບັນດານະໂຍບາຍ
ຕ່າງໆ ເພື່ອຕ້ານການສໍ້ລາດບັງຫຼວງ ແລະ ເປີດກວ້າງຕໍ່ການສື່ສານ ໂຄງລ່າງ
ພື້ນຖານ ການຄ້າ ແລະ ການລົງທຶນ.

On October 14-16, a senior official from the U.S. State Department visited Laos to review the continued progress in bilateral relations and to brief Lao officials on the U.S. Indo-Pacific Strategy.

During his visit Deputy Assistant Secretary (DAS) Walter Douglas from the Bureau of East Asian and Pacific Affairs met with Deputy Minister Thongphat Inthavong from the Ministry of Energy and Mines to discuss ways to continue to expand high-value U.S. investment in the Lao economy.

At the meeting, DAS Douglas said, “As Laos continues to improve its business environment, it will increasingly attract high quality investment, including from the United States. This will drive sustainable and inclusive economic growth while providing opportunity for American business.”

During the meeting, DAS Douglas reaffirmed U.S. support for ASEAN and thanked Laos for its important role as the ASEAN country coordinator for the United States. He also emphasized the United States’ interest in promoting rules-based economic growth, and high-value trade and investment.

“The Indo-Pacific Strategy is a set of rules and principles that respects the sovereignty and aspirations of all countries in the region,” said DAS Douglas. “It’s very important to have an open, fair, and transparent environment for trade and investment, as we promote sustainable development.”

During his visit, DAS Douglas and U.S. Ambassador Rena Bitter also visited the American Center at That Dam to observe newly launched courses in STEM, or Science, Technology, Engineering and Mathematics. The American Center offers free professional development seminars and skills-based English classes to thousands of visitors each month.

“Our American Center is helping support the education and professional development of Lao youth. They are the future of this country and the driving force of the Lao economy,” said Ambassador Bitter.

The U.S. Indo-Pacific Strategy was launched by the U.S. government in early 2018 to support a free an open Indo-Pacific region, spanning the west coast of the United States to the west coast of India. The Indo-Pacific strategy promotes a global system in which nations are free to protect their sovereignty from coercion and can pursue good governance, transparency and anti-corruption policies, and are open to communications, infrastructure, trade and investment.

XS
SM
MD
LG