ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເຈົ້າ​ໜ້າ​ທີ່ ສາ​ທາ​ລະ​ນະ​ສ​ຸກ ສະ​ຫະ​ລັດ ພັດ​ທະ​ນາ​ ການ​ຮ່ວມ​ມື​ກັບ ລາວ


ທ່ານ ອີຣິກ ຮາແກນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຂອງ ສະຫະລັດ ອາເມຣິກາ ແລະ ທ່ານ. ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ສ​ປ​ປ ລາວ.
ທ່ານ ອີຣິກ ຮາແກນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຂອງ ສະຫະລັດ ອາເມຣິກາ ແລະ ທ່ານ. ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ສ​ປ​ປ ລາວ.

ໃນວັນທີ 9 ພະຈິກ 2018, ທ່ານ ອີຣິກ ຮາແກນ, ຮອງລັດຖະມົນຕີກະຊວງສາທາລະ
ນະສຸກ ຂອງ ສະຫະລັດ ອາເມຣິກາ ແລະ ທ່ານ. ຮສ. ດຣ. ບຸນກອງ ສີຫາວົງ ລັດຖະ
ມົນຕີກະຊວງສາທາລະນະສຸກ ປຶກສາຫາລືກ່ຽວກັບ ການຮ່ວມມຶືດ້ານສາທາລະນະ
ສຸກ ລະຫວ່າງ ສະຫະລັດອາ ເມຣິກາ ແລະ ສປປ ລາວ. ສປປ ລາວ ແມ່ນຄູ່ຮ່ວມງານ
ທີ່ສໍາຄັນໃນຄວາມພະຍາຍາມລະດັບສາກົນຂອງວຽກງານຕ້ານ ແລະ ສະກັດກັ້ນໄພ
ຂົ່ມຂູ່ພະຍາດທີ່ກໍາລັງເກີດຂຶ້ນ ແລະ ເກີດຂຶ້ນໃໜ່ ໂດຍສະເພາະ ພະຍາດໄຂ້ຫວັດສັດ
ປີກ ແລະ ໄຂ້ຫວັດໃຫຍ່ສາຍພັນໃໝ່, ການຕ້ານຕໍ່ຢາຂອງໄຂ້ມາເລເຣຍ, ໄຂ້ເລືອດ
ອອກ, HIV/AIDS ແລະ ພະຍາດວັນນະໂລກປອດ.

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ
ກ່າວວ່າ: ສະຫະລັດ ອາເມຣິກາ ມີຄວາມມຸ້ງໝັ້ນທີ່ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ
ລັດຖະບານ ແລະ ປະຊາຊົນ ລາວ ໃນຂົງເຂດສາທາລະນະສຸກ ແລະ ການພັດທະນາ
ທີ່ຍືນຍົງ. ການຮ່ວມມືດ້ານສາທາລະນະສຸກແມ່ນໜຶ່ງ ຕົວຢ່າງທີ່ພົ້ນເດັ່ນທີ່ສຸດຂອງ
ການເຮັດວຽກຮ່ວມກັນຂອງພວກເຮົາ ແລະ ການເດີນທາງມາຢ້ຽມຢາມຂອງ ທ່ານ
ຮອງລັດຖະມົນຕີ ຮາແກນ ແມ່ນອີກສັນຍານໜຶ່ງຢັ້ງຢືນວ່າການຮ່ວມມືດ້ານສາທາລະ
ນະສຸກຂອງ ພວກເຮົາ ຈະສືບຕໍ່ຂະຫຍາຍຕົວ.

ນອກຈາກພົບກັບທ່ານລັດຖະມົນຕີ. ຮສ. ດຣ. ບຸນກອງ ໃນວັນທີ 9 ພະຈິກ ທີ່ຜ່ານມາ,
ທ່ານຮອງລັດ ຖະມົນຕີ ຮາແກນ ຍັງໄດ້ໄປຢ້ຽມຢາມ ໂຮງໝໍ ແລະ ຫ້ອງວິເຄາະການ
ແພດຕ່າງໆ ເພື່ອເບິ່ງໂຄງການ ຝຶກອົບຮົມທີ່ສະໜັບສະໜູນໂດຍລັດຖະບານ ສະຫະ
ລັດອາເມລິກາ ທີ່ຈັດຂຶ້ນໃຫ້ສໍາລັບວິຊາການດ້ານສາທາ ລະນະສຸກ ວ່າສາມາດສ້າງ
ຄວາມເຂັ້ມແຂງແນວໃດໃຫ້ກັບວຽກປ້ອງກັນ, ຄົ້ນຫາ, ການກຽມຄວາມພ້ອມ ແລະ
ຕອບໂຕ້ຕໍ່ເຫດການສຸກເສີນດ້ານສາທາລະນະສຸກ.

ກ່ອນເດີນທາງມາຮອດ ສປປ ລາວ, ທ່ານຮອງລັດຖະມົນຕີ ຮາແກນ ໄດ້ນໍາພາຄະນະ
ຜູ້ແທນສະຫະລັດ ອາເມຣິກາ ເຂົ້າຮ່ວມ ກອງປະຊຸມລະດັບລັດຖະມົນຕີຂອງວຽກງານ
ຄວາມໝັ້ນຄົງດ້ານສຸຂະພາບໂລກຄັ້ງທີ່ 5 (the Global Health Security Agenda
(GHSA) ຢູ່ປະເທດອິນໂດນີເຊຍ, ເຊິ່ງເປັນການເປີດ ໂຄງການ GHSA ໄລຍະ 5 ປີ
ຢ່າງເປັນທາງການ ເຊິ່ງເອີ້ນວ່າ GHSA 2024. GHSA ແມ່ນຄວາມ ພະຍາຍາມລະ
ດັບສາກົນໃນການສ້າງຄວາມອາດສາມາດໃຫ້ບັນດາປະເທດ ເພື່ອຊ່ວຍໃຫ້ໂລກ ມີ
ຄວາມ ປອດໄພ ແລະ ປາດສະຈາກໄພຂົ່ມຂູ່ຈາກພະຍາດຊຶມເຊື້ອ ແລະ ຍົກລະດັບ
ຄວາມໝັ້ນຄົງດ້ານສຸຂະພາບໂລກ ໃຫ້ກາຍເປັນບຸລີມະສິດແຫ່ງຊາດ ແລະ ສາກົນ.

ການສະໜັບສະໜູນຂະແໜງສາທາລະນະສຸກ ແມ່ນບຸລິມະສິດທີ່ສໍາຄັນຂອງຍຸດທະ
ສາດອິນໂດຈີນ-ປາຊິຟິກ ຂອງສະຫະລັດ ອາເມຣິກາ ເຊິ່ງ ສະຫະລັດ ອາເມຣິກາ ໄດ້
ປະກອບສ່ວນດ້ານຄວາມຊຳນິຊໍານານ ແລະ ການຊ່ວຍເຫຼືອ ເພື່ອສ້າງຄວາມເຂັ້ມແຂງ
ໃຫ້ຂະແໜງສາທາລະນະສຸກ ຂອງບັນດາຄູ່ຮ່ວມງານ ໃນທົ່ວພາກພື້ນ ເຊິ່ງລວມທັງ
ສປປ ລາວ. ນອກຈາກຄວາມພະຍາຍາມຮ່ວມກັນໃນການຕໍ່ສູ້ກັບພະຍາດ ຕິດເຊື້ອ,
ລັດຖະບານສະຫະລັດ ອາເມຣິກາ ຍັງສະໜັບສະໜູນໂຄງການທີ່ກ່ຽວກັບສຸຂະພາບ
ຕ່າງໆ ຢູ່ ສປປ ລາວ ເພື່ອສົ່ງເສີມດ້ານໂພຊະນາການ, ນໍ້າສະອາດ, ວິດຖ່າຍ ແລະ
ສຸຂະອານາໄມ, ສຸຂະພາບແມ່ ແລະ ເດັກ, ສະໜັບສະໜູນຄົນພິການ ແລະ ການລ້ຽງ
ອາຫານໃນໂຮງຮຽນ.

XS
SM
MD
LG