ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການທູດອາວຸໂສ ສະຫະລັດ ເດີນທາງໄປຢ້ຽມຢາມອິສລາມາບັດ ເພື່ອສົນທະນາຫາລື ຢ່າງເປັນທາງການ


ທ່ານນາງເວັນດີ ເຊີແມນ ຮອງລັດຖະມົນຕີະກະຊວງຕ່າງປະເທດສະຫະລັດ ກ່າວກ່ຽວກັບສະຖານະການ ໃນອັຟການິນຖານ ວັນທີ 18 ສິງຫາ 2021.
ທ່ານນາງເວັນດີ ເຊີແມນ ຮອງລັດຖະມົນຕີະກະຊວງຕ່າງປະເທດສະຫະລັດ ກ່າວກ່ຽວກັບສະຖານະການ ໃນອັຟການິນຖານ ວັນທີ 18 ສິງຫາ 2021.

ການເຂົ້າຄວບຄຸມອັຟການິສຖານຂອງກຸ່ມຕາລີບານ ເບິ່ງຄືວ່າຈະຄອບງໍາການ ສົນທະ
ນາລະຫວ່າງຮອງລັດຖະມົນຕີຕ່າງປະເທດສະຫະລັດ ທ່ານນາງເວັນດີ ເຊີແມນ
(Wendy Sherman) ແລະພວກເຈົ້າໜ້າທີ່ອາວຸໂສຂອງປາກິສຖານ ໃນລະຫວ່າງຢ້ຽມ
ຢາມຂອງເຈົ້າໜ້າທີ່ຂັ້ນສູງອາເມຣິກັນ ຢູ່ທີ່ນະຄອນອິສລາມາ ບັດ ໃນອາທິດນີ້.

ທ່ານນາງເຊີແມນ ຜູ້ທີ່ໄດ້ເດີນທາງໄປເຖິງນະຄອນອິສລາມາບັດໃນຕອນແລງ ວັນພະ
ຫັດວານນີ້ ເປັນນັກການທູດອາວຸໂສສູງສຸດຂອງສະຫະລັດ ທີ່ຢ້ຽມຢາມ ປະເທດເອເຊຍ
ໃຕ້ດັ່ງກ່າວ ນັບແຕ່ລັດຖະບານຂອງປະທານາທິບໍດີໂຈ ໄບເດັນ ໄດ້ເຂົ້າຮັບຕຳແໜ່ງ
ຢູ່ວໍຊິງຕັນ.

ໂຄສົກກະຊວງຕ່າງປະເທດປາກິສຖານ ທ່ານອາຊິມ ອິຟຕິຄາ ກ່າວວ່າ “ຈະມີການແລກ
ປ່ຽນທັດສະນະຄວາມເຫັນ ກ່ຽວກັບບັນຫາຕ່າງໆ ທີ່ມີຜົນປະໂຫຍດ ຮ່ວມກັນ ຮວມທັງ
ຄວາມສຳພັນທັງສອງຝ່າຍ ພ້ອມທັງສະຖານນະການ ຢູ່ໃນ ຂົງເຂດ” ໃນການພົບປະ
ກັບຜູ້ຕາງໜ້າຂອງອາເມຣິກັນ.

“ພວກເຮົາເບິ່ງໄປຂ້າງໜ້າ ໂດຍເນັ້ນຢໍ້າເຖິງຄວາມສຳພັນທີ່ກໍ້າເກິ່ງ ລະຫວ່າງປາກິສ
ຖານ ກັບສະຫະລັດ ນັ້ນຄືຈຸດໃຈກາງໃນການຮ່ວມມື ທີ່ມີຜົນປະໂຫຍດ ຮ່ວມກັນຢູ່ໃນ
ທຸກຂົງເຂດ ຮວມທັງຄວາມໝັ້ນຄົງ ການຄ້າ ການລົງທຶນ ພະລັງ ງານແລະການເຊື່ອມ
ຕໍ່ຂອງຂົງເຂດເຂົ້າຫາກັນ” ນັ້ນຄືຄຳເວົ້າຂອງທ່ານອິຟຕິຄາ ໄດ້ກ່າວລາຍງານຢູ່ໃນ
ກອງປະຊຸມຖະແຫຼງຂ່າວ ປະຈຳອາທິດ.

ຄວາມສຳພັນລະຫວ່າງປາກິສຖານກັບສະຫະຫັດ ແຕ່ໃດໆມາແມ່ນຄວາມສຳພັນທີ່
ສັບສົນວຸ້ນວາຍ ແຕ່ຢ່າງໃດກໍຕາມ ແມ່ນພວມຢູ່ພາຍໃຕ້ຄວາມກົດດັນໃໝ່ຫຼັງ ຈາກ
ກຸ່ມຕາລີບານໄດ້ເຂົ້າຄວບຄຸມອັຟການິສຖານໃນເດືອນສິງຫາຜ່ານມາ.

ຄວາມເຄັ່ງຕຶງແມ່ນມີຮາກເຫງົ້າມາເປັນເວລານານ ຕໍ່ການກ່າວຫາທີ່ວ່າ ປາກິສຖານ
ໄດ້ມີຄວາມສຳພັນອັນເລິກເຊິ່ງ ແລະໃຫ້ການສະໜັບສະໜູນແບບລັບໆຕໍ່ ກຸ່ມຕາລີບານ
ໃນຂະນະທີ່ກຸ່ມກະບົດອິສລາມດັ່ງກ່າວ ສູ້ລົບກັບລັດຖະບານອັຟ ການິສຖານ ທີ່ໄດ້ຮັບ
ການໜຸນຫຼັງຈາກສະຫະລັດ ມາເປັນເວລາເກີືອບ 20 ປີ ຊຶ່ງເປັນຂໍ້ກ່າວຫາທີ່ອິສລາມາ
ບັດໄດ້ປະຕິເສດໄປແລ້ວ.

ໃນທ້າຍເດືອນແລ້ວນີ້ ສະມາຊິກສະພາສູງກຸ່ມນຶ່ງຂອງພັກຣີພັບບລິກັນ 22 ຄົນ ໄດ້ສະ
ເໜີຮ່າງກົດໝາຍເພື່ອທຳການລົງໂທດຕໍ່ຕາລິບານ ແລະລັດຖະບານຕ່າງ ປະເທດທັງ
ໝົດທີ່ໃຫ້ການສະໜັບສະໜູນຕໍ່ກຸ່ມອິສລາມຫົວແຂງກະດ້າງດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG