ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກການທູດ ອາວຸໂສ ສະຫະລັດ ທີ່ຮັບຜິດ ຊອບ ບັນຫາ ເອເຊຍ ລາອອກໄປບຳນານ


ທ່ານນາງ ຊູຊານ ທອນຕັນ, ຮອງລັດຖະມົນຕີວ່າການກະຊວງ
ການຕ່າງປະເທດ ຮັບຜິດຊອບ ບັນຫາເອເຊຍຕາເວັນອອກ ແລະ ປາຊີຟິກ ເຂົ້າຮ່ວມໃນການໃຫ້ປາກຄຳຕໍ່ຄະນະກຳມະ
ການ ການຕ່າງປະເທດ ສະພາຕໍ່າ ກ່ຽວກັບ ມາດຕະການ
ລົງໂທດ ເກົາຫຼີເໜືອ. ນະຄອນຫຼວງ ວໍຊິງຕັນ. 12 ກັນຍາ, 2017.
ທ່ານນາງ ຊູຊານ ທອນຕັນ, ຮອງລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ຮັບຜິດຊອບ ບັນຫາເອເຊຍຕາເວັນອອກ ແລະ ປາຊີຟິກ ເຂົ້າຮ່ວມໃນການໃຫ້ປາກຄຳຕໍ່ຄະນະກຳມະ ການ ການຕ່າງປະເທດ ສະພາຕໍ່າ ກ່ຽວກັບ ມາດຕະການ ລົງໂທດ ເກົາຫຼີເໜືອ. ນະຄອນຫຼວງ ວໍຊິງຕັນ. 12 ກັນຍາ, 2017.

ນັກການທູດອາວຸໂສ ສະຫະລັດ ທີ່ຮັບຜິດຊອບບັນຫາໃນ ເອເຊຍ ຈະລາອອກຈາກ
ກະຊວງການຕ່າງປະເທດ ໃນທ້າຍເດືອນກໍລະກົດນີ້ ທ່າມກາງການເຈລະຈາທີ່ຍັງດຳ
ເນີນຢູ່ ແລະ ສຳຄັນຍິ່ງ ກັບ ເກົາຫຼີເໜືອ, ພຽງບໍ່ເທົ່າໃດສັບປະດາຫຼັງຈາກບັນດາຜູ້ນຳ
ສະຫະລັດ ແລະ ເກົາຫຼີເໜືອ ໄດ້ພົບປະກັນ ໃນປະເທດ ສິງກະໂປ.

ໂຄສົກກະຊວງການຕ່າງປະເທດ ທ່ານນາງ ເຮເທີ ນາວເອີດ ໄດ້ກ່າວໃນຖະແຫຼງ
ການສະບັບນຶ່ງ ເມື່ອວັນເສົາວານນີ້ວ່າ “ຮອງລັດຖະມົນຕີວ່າການແທນ ສຳລັບບັນຫາ
ເອເຊຍຕາເວັນອອກ ແລະ ປາຊີຟິກ ທ່ານ ນາງ ຊູຊານ ທອນຕັນ ໄດ້ປະກາດຈຸດປະ
ສົງ ທີ່ຈະອອກໄປບຳນານຈາກ ກະຊວງການຕ່າງປະເທດໃນທ້າຍເດືອນກໍລະກົດນີ້.”

ທ່ານນາງ ນາວເອີດ ໄດ້ກ່າວເພີ່ມເຕີມວ່າ “ພວກເຮົາຂໍຍົກຍ້ອງເປັນພິເສດ ສຳລັບ
ການອຸທິດຕົນຂອງທ່ານນາງຕໍ່ກະຊວງ ແລະ ເພື່ອນຮ່ວມງານ ລະຫວ່າງໜ່ວຍງານ
ຕ່າງໆ, ການນຳພາທີ່ມີລັກສະນະພິເສດຂອງທ່ານນາງ, ໂດຍສະເພາະໃນຖານະ
ຮອງລັດຖະມົນຕີວ່າການແທນໃນນຶ່ງປີເຄິ່ງທີ່ຜ່ານມາ.

ທ່ານນາງ ທອນຕັນ ກ່ອນໜ້ານີ້ແມ່ນໄດ້ຖືກສະເໜີຊື່ ໂດຍປະທານາທິ ບໍດີ ດໍໂນລ
ທຣຳ ໃຫ້ເປັນຮອງລັດຖະມົນຕີການຕ່າງປະເທດ ທີ່ຮັບ ຜິດຊອບບັນຫາເອເຊຍຕາ
ເວັນອອກ ແລະ ປາຊີຟິກ ໃນເດືອນທັນວາ ປີກາຍນີ້, ຫຼັງຈາກໄດ້ປະຕິບັດໜ້າທີ່ຊົ່ວ
ຄາວບໍ່ດົນ ຫຼັງຈາກທ່ານ ທຣຳ ໄດ້ເຂົ້າດຳລົງຕຳແໜ່ງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG