ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ບັນດາເຈົ້າໜ້າ​ທີ່​ອາວຸ​ໂສ ປຶກສາ​ຫາລື ກ່ຽວກັບ ການຊອກຄົ້ນຫາ ຖ້ຽວບິນ NH370 (ວີດີໂອ)


MALAYSIA PLANE SOTVO
please wait
Embed

No media source currently available

0:00 0:00:54 0:00

ບັນດາເຈົ້າໜ້າ​ທີ​ອາວຸ​ໂສ ຈາກ ອອສເຕ​ຣ​ເລຍ ມາ​ເລ​ເຊຍ ​ແລະ ຈີນ ​ໄດ້​ພົບ​ປະກັນ​ຢູ່ ນະຄອນຫຼວງ Canberra ຂອງ ອອສເຕ​ຣເລຍ.

ບັນດາເຈົ້າໜ້າ​ທີ​ອາວຸ​ໂສ ຈາກ ອອສເຕ​ຣ​ເລຍ ມາ​ເລ​ເຊຍ ​
ແລະ ຈີນ ​ໄດ້​ພົບ​ປະກັນ​ຢູ່ ນະຄອນຫຼວງ Canberra ຂອງ
ອອສເຕ​ຣ​ເລຍ ​ເພື່ອ​ຕັດສິນ ໃຈ​ກ່ຽວ​ກັບ ບາດກ້າວຂັ້ນ​ຕໍ່​ໄປ ​
ໃນ​ການຊອກຄົ້ນຫາ ເຮືອບິນ​ໂດຍສານ​ ຂອງ​ມາ​ເລ​ເຊຍ ທີ່​
ໄດ້​ຫາຍ​ສາບ​ສູນ​ ໄປ​ຕັ້ງ​ແຕ່ ​ວັນ​ທີ 8 ​ເດືອນມີນາ ນັ້ນ.

​ຄາດ​ວ່າ ເຈົ້າໜ້າ​ທີ່​ ໄດ້​ປຶກສາ​ຫາລື​ກັນ ໃນ​ວັນ​ຈັນ​ມື້ນີ້ ກ່ຽວ​ກັບ​
ວິທີການນຳໃຊ້ ອຸປະກອນ​ຕ່າງໆ ​ໃນ​ການ​ຊອກ​ຄົ້ນ ການພົວພັນ
​ກັບ​ຄອບຄົວ​ ຂອງ​ຜູ້​ເຄາະ​ຮ້າຍ ​ແລະ ຄຳ​ແນະນຳ​ຂອງຊ່ຽວຊານ ​ແລະ ຄຳ​ແນະ​ນຳ​ດ້ານ​ເຕັກນິກ​ ຕ່າງໆ.

ການ​ຊອກ​ຄົ້ນ​ທາງ​ອາກາດ ​ຫາຖ້ຽວບິນ MH370 ທີ່​ຫາຍ​ສາບ​ສູນ​ໄປ ພ້ອມ​ກັບ​ຜູ້​ໂດຍສານ 239 ຄົນ​ນັ້ນ ​ໄດ້​ສິ້ນ​ສຸດ​ລົງຢ່າງ​ເປັນ​ທາງ​ການ ​ໃນຕົ້ນອາທິດ​ທີ່​ຜ່ານ​ມາ ແລະ​ ພວກ​ເຮືອບິນ​ທະຫານ​ຕ່າງໆ​ ທີ່​ຊ່ວຍ​ໃນ ການ​ຊອກ​ຄົ້ນ ກໍ​ໄດ້​ໜີ​ອອກ​ຈາກ ບໍລິເວນ​ຊອກ​ຄົ້ນ​ໃນມະຫາ​
ສະມຸດ ອິນເດຍ ບ່ອນ​ທີ່​ເຊື່​ອກັນ​ວ່າ​ ​ເຮືອບິນໄດ້​ຕົກລົງນັ້ນ.

ຈະມີການ​ນຳ​ເອົາ​ອຸປະ​ກອນ​ເພີ້​ມ​ເຕີມ​ ​ເຂົ້າມາໃຊ້ໃນຊຸມອາ​ທິດ​ຕໍ່​ໄປ ​ສົມທົບໃສ່ຍານດຳນ້ຳ
ທີ່​ບໍ່​ມີ​ຄົນ​ຂັບ ທີ່​ໄດ້​ທຳ​ການຊອກ​ຫາ ​ຢູ່ພື້ນມະຫາ​ສະມຸດອິນ​ເດຍ ນອກ​ຝັ່ງທະ​ເລ​ກ້ຳ​ຕາ​ເວັນ
​ຕົກ ຂອງອອສ​ເຕຣ​ເລຍນັ້ນ.

ລັດຖະບານມາ​ເລ​ເຊຍ​ເຊື່ອ​ວ່າ​ ຜູ້​ໃດ​ຜູ້​ນຶ່ງທີ່​ມີ​ຄວາມ​ຮູ້​ກ່ຽວ​ກັບ​ການບິນ ​ໄດ້ຕັ້ງ​ໃຈ​ປ່ຽນ​ທິດ​
ທາງ​ຂອງ​ຖ້ຽວ​ບິນ​ດັ່ງກ່າວ ​ແຕ່​ການ​ສືບສວນ​ສອບ​ສວນ​ ບໍ່​ໄດ້​ພົບຫຼັກຖານ​ໜັກ​ແໜ້ນ ທີ່
​ຈະ​ນຳ​ໄປ​ສູ່​ການ​ພົບ​ເຫັນ​ຖ້ຽວ​ບິນ​ດັ່ງກ່າວ.
MALAYSIA PLANE CNPK
please wait
Embed

No media source currently available

0:00 0:01:46 0:00
XS
SM
MD
LG