ກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສຂອງເອເຊຍ-ຢູໂຣບໄດ້
ເລີ່ມຂຶ້ນແລ້ວດ້ວຍເປົ້າ ໝາຍເພື່ອຕຽມປະເດັນ ແລະການຮ່ວມ
ມືໃນດ້ານຕ່າງໆໄວ້ໃຫ້ຜູ້ນໍາຮັບຮອງເອົາໃນກອງປະຊຸມສຸດຍອດ ຄັ້ງທີ່ 9
ກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສຈາກ 49 ປະເທດ ແລະ 3
ອົງການ ລະຫວ່າງເອເຊຍກັບຢູໂຣບໄດ້ເລີ່ມຂຶ້ນຢ່າງເປັນທາງ
ການໃນວັນທີ່ 1 ເດືອນພະຈິກນີ້ ຢູ່ນະຄອນວຽງຈັນແລະຍັງຈະ
ດໍາເນີນການປະຊຸມຕໍ່ໄປຈົນເຖິງວັນທີ 3 ພະຈິກນີ້ ເພື່ອເປັນ
ການຕຽມຄວາມພ້ອມກ່ຽວກັບບັນດາປະເດັນເຈລະຈາ ແລະ
ການຮ່ວມມືໃນດ້ານຕ່າງໆໄວ້ສໍາລັບຮອງຮັບກອງປະຊຸມສຸດຍອດຜູ້ນໍາເອເຊຍກັບຢູໂຣບ ຫຼື ASEM ຄັ້ງທີ 9 ທີ່ຈະມີຂຶ້ນຢ່າງເປັນທາງການໃນວັນທີ 5-6 ພະຈິກນີ້ຢູ່ນະຄອນວຽງຈັນເຊັ່ນດຽວກັນ.
ອິງຕາມເອກກະສານເຜີຍແຜ່ຂອງທາການລາວໃນຖານະເຈົ້າພາບຈັດກອງປະຊຸມຄັ້ງນີ້ ກໍໄດ້ລະບຸວ່າສາລະສໍາຄັນທີ່ບັນດາເຈົ້າໜ້າທີ່ອາວຸໂສເອເຊຍ-ຢູໂຣບໄດ້ ໃຫ້ຄວາມສໍາຄັນ ເປັນພິເສດກໍຄືປະເດັນການເຈລະຈາທີ່ວ່າດ້ວຍບັນຫາວິກິດການເສດຖະກິດ ແລະການເງິນສາກົນ ບັນຫາຄຸຄາມຕ່າງໆທີ່ທ້າ ທາຍຕໍ່ຄວາມໝັ້ນຄົງທັງໃນລະດັບພູມິພາກ ແລະລະດັບໂລກ ແນວທາງຂອງການຮ່ວມມືໃນອະນາຄົດລະຫວ່າງເອເຊຍກັບຢູໂຣບ ການຮ່ວມມືທາງດ້ານສັງຄົມວັດທະນາທໍາ ແລະບັນດາເອກກະສານສໍາຄັນຕ່າງໆ ທີ່ຈະນໍາສະເໜີໃຫ້ບັນດາຜູ້ນໍາເອເຊຍ-ຢູໂຣບ ຮັບຮອງເອົາຢ່າງເປັນທາງການ ຊຶ່ງທັງໝົດນີ້ກໍຢູ່ພາຍໃຕ້ຫຼັກການໃຫຍ່ຮ່ວມກັນທີ່ວ່າ “ເພື່ອນມິດເພື່ອສັນຕິພາບ ຄູ່ຮ່ວມມືເພື່ອຄວາມສົມບູນພູນສຸກ” ນັ້ນເອງ.
ທີ່ກອງປະຊຸມ ASEM ຄັ້ງທີ 9 ທີ່ລັດຖະບານລາວເປັນເຈົ້າພາບດັ່ງກ່າວນີ້ ຈະມີຜູ້ນໍາທີ່ເປັນປະມຸກລັດຈາກ 10 ປະເທດ ຜູ້ນໍາລັດຖະບານຈາກ 22 ປະເທດ ຮອງນາຍົກລັດຖະ ມົນຕີ
ຈາກ 1 ປະເທດ ລັດຖະມົນຕີຈາກ 14 ປະເທດ ເອກອັກຄະລັດຖະທູດຈາກ 2 ປະເທດ ພ້ອມດ້ວຍເລຂາທິການກຸ່ມອາຊ່ຽນ ປະທານຄະນະມົນຕີສະຫະພາບຢູໂຣບແລະປະທານຄະນະກໍາມາທິການສະຫະພາບຢູໂຣບ ເຂົ້າຮ່ວມໃນກອງປະຊຸມອີກດ້ວຍ ໂດຍພິທີເປີດກອງປະຊຸມຈະມີຂຶ້ນໃນຕອນບ່າຍຂອງວັນທີ່ 5 ພະຈິກ ແລະພິທີປິດກອງປະຊຸມໃນຕອນ
ແລງຂອງວັນທີ 6 ພະຈິກ ຊຶ່ງທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວກໍຈະເຂົ້າ
ຮ່ວມໃນພິທີອີກດ້ວຍ.
ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງປ້ອງກັນຄວາມສະຫງົບ
ພາຍໃນລາວກໍໄດ້ໃຫ້ ການຢືນຢັນວ່າການດໍາເນີນມາດຕະການ
ຕ່າງ ເພື່ອຮອງຮັບກອງປະຊຸມ ASEM ຄັ້ງທີ່ 9 ໄດ້ຕຽມພ້ອມ
ໃນທຸກດ້ານແລ້ວ ແລະກໍເຊື່ອໝັ້ນວ່າຈະສາມາດຮັບປະກັນ
ຄວາມປອດໄພແລະຮັກສາຄວາມສະຫງົບຮຽບຮ້ອຍໃຫ້ແກ່
ກອງປະຊຸມໄດ້ທັງ 100 % ເຕັມ.
ທັງນີ້ໂດຍທາງການກະຊວງປ້ອງກັນຄວາມສະຫງົບພາຍໃນລາວ
ໄດ້ດໍາເນີນມາດຕະການກວດກາການເດີນທາງເຂົ້າ-ອອກປະເທດລາວ ໂດຍສະເພາະແມ່ນການເດີນທາງເຂົ້າໄປໃນເຂດນະຄອນວຽງຈັນຂອງທັງຄົນລາວ ແລະຊາວຕ່າງຊາດຢ່າງ ເຂັ້ມງວດ ແລະພ້ອມກັນນັ້ນກໍໄດ້ຈັດໃຫ້ມີການວາງເວນຍາມທຸກບ້ານຕະຫຼອດ 24 ຊົ່ວໂມງໃນທົ່ວເຂດນະຄອນວຽງຈັນອີກດ້ວຍ ຊຶ່ງກໍຖືວ່າເປັນມາດຕະການທີ່ກະຊວງປ້ອງກັນຄວາມສະຫງົບພາຍໃນລາວໄດ້ປະຕິບັດຢ່າງມີປະສິດທິພາບມາໃນທຸກໆຄັ້ງ ທີ່ມີການຈັດງານລະດັບຊາດ ແລະໃນລະດັບນານາຊາດຢູ່ແລ້ວ ທັງກໍຍັງເຮັດໃຫ້ນານາຊາດມີຄວາມເຊື່ອໝັ້ນຕໍ່ມາດຕະການຕ່າງໆຂອງທາງການລາວ ເປັນຢ່າງດີອີກດ້ວຍ ດັ່ງທີ່ເຈົ້າ ໜ້າທີ່ຂັ້ນສູງຂອງລາວໄດ້ໃຫ້ການຢືນຢັນວ່າ:
“ຕະຫຼອດລະຍະຜ່ານມານີ້ ກໍາລັງປ້ອງກັນຄວາມສະຫງົບເຮັດໃຫ້ປະເທດຊາດ ຂອງພວກເຮົາຍັງຄົງສືບຕໍ່ມີຄວາມສະຫງົບຢ່າງໜັກແໜ້ນ ຊຶ່ງມັນສະແດງອອກ ໃນການຈັດກອງປະຊຸມລະດັບສາກົນ ຫຼືວ່າລະດັບປະເທດ ການຮັບແຂກຕ່າງໆ ກໍມີຄວາມປອດໄພ 100% ຄວາມເຊື່ອໝັ້ນຕໍ່ ສປປ.ລາວ ໃນດ້ານວຽກງານຄວາມ ສະຫງົບນີ້ກໍຖືວ່າດີຂຶ້ນຫຼາຍ.”
ສ່ວນກ່ອນໜ້ານີ້ ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ກໍໄດ້ມີຄໍາສັ່ງໃຫ້ໜ່ວຍງານຕ່າງໆຂອງລັດຖະບານແລະທຸກພາກສ່ວນທີ່ກ່ຽວຂ້ອງໃນທົ່ວປະເທດຈະຕ້ອງຮ່ວມມືກັນເຂົ້າໃນການກວດລ້າງປາກົດການຍໍ່ທໍ້ ແລະບັນຫາໄພສັງຄົມໃນທຸກຮູບແບບຢ່າງເຂັ້ມງວດ ນັບແຕ່ເດືອນມີນາເປັນຕົ້ນມາແລ້ວ ທັງນີ້ກໍເພື່ອເຮັດໃຫ້ ສາມາດຮັບປະກັນໃຫ້ໄດ້ 100% ວ່າຈະບໍ່ມີປາກົດການຍໍ່ທໍ້ ແລະໄພສັງຄົມເກີດ ຂຶ້ນໃນໂອກາດທີ່ລັດຖະບານລາວເປັນເຈົ້າພາບຈັດກອງປະຊຸມ ASEM ຄັ້ງນີ້.