ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກການທູດ ອາວຸໂສ ຂອງເກົາຫຼີເໜືອ ໂຕນໜີ ໄປຫາ ເກົາຫຼີໃຕ້


ພາບນີ້ ນຳມາຈາກ ວີດີໂອ ທີ່ໄດ້ຖ່າຍທຳ ເມື່ອວັນທີ 5 ເມສາ 2004 ຂອງທ່ານ Thae Yong Ho, ນັການທູດ ຂອງເກົາຫຼີເໜືອ ທີ່ກ່າວຖະແຫລງ ໃນລະຫວ່າງການໃຫ້ ສຳພາດ ໃນນະຄອນຫຼວງ Pyongyang.
ພາບນີ້ ນຳມາຈາກ ວີດີໂອ ທີ່ໄດ້ຖ່າຍທຳ ເມື່ອວັນທີ 5 ເມສາ 2004 ຂອງທ່ານ Thae Yong Ho, ນັການທູດ ຂອງເກົາຫຼີເໜືອ ທີ່ກ່າວຖະແຫລງ ໃນລະຫວ່າງການໃຫ້ ສຳພາດ ໃນນະຄອນຫຼວງ Pyongyang.

ເຈົ້າໜ້າທີ່ລະດັບສູງສຸດ ອັນດັບສອງ ຢູ່ທີ່ ສະຖານທູດເກົາຫຼີເໜືອ ໃນນະຄອນຫຼວງ London ໄດ້ໂຕນໜີໄປຫາ ເກົາຫຼີໃຕ້ ອີງຕາມກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້.

ທ່ານ Jeong Joon-hee ໂຄສົກກະຊວງທ້ອນ​ໂຮມ​ຊາດ ໄດ້ກ່າວວ່າ ທ່ານ Thae Yong Ho ພ້ອມດ້ວຍຄອບຄົວ ໄດ້ເດີນທາງໄປຮອດນະຄອນຫຼວງ Seoul ຂອງ ເກົາຫຼີໃຕ້​ແລ້ວ. ທ່ານໄດ້ກ່າວຕໍ່ບັນດານັກຂ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວວ່າ “ພວກເຂົາເຈົ້າ ໃນປັດຈຸບັນນີ້ ແມ່ນຢູ່ພາຍໃຕ້ການປົກປ້ອງຂອງລັດຖະບານ.”

ທ່ານ Jeong ໄດ້ກ່າວອີກວ່າ ທ່ານ Thae ໄດ້ບອກຕໍ່ບັນດາເຈົ້າໜ້າທີ່ເກົາຫຼີໃຕ້ວ່າ ທ່ານໄດ້ໂຕນໜີ ຍ້ອນຄວາມເບື່ອໜ່າຍ ຕໍ່ຜູ້ນຳ Kim Jong Un ຂອງລັດຖະບານ ເກົາຫຼີເໜືອ ອັນເປັນຄວາມປະສົງທີ່ຢາກຢູ່​ພາຍ​ໃຕ້​ລັດຖະບານປະຊາທິປະໄຕ ຂອງ ເກົາຫຼີໃຕ້ ແລະ ຍ້ອນຄວາມເປັນຫ່ວງກ່ຽວກັບອະນາຄົດຂອງພວກລູກເຕົ້າຂອງທ່ານ.

ເປັນທີ່ເຊື່ອກັນວ່າ ທ່ານ Thae ໄດ້ປະຈຳການຢູ່ທີ່ສະຖານທູດເກົາຫຼີເໜືອ ໃນນະຄອນ ຫຼວງ London ເປັນເວລາ 10 ປີ ບ່ອນທີ່ທ່ານ ໄດ້ຮັບຜິດຊອບ​ໃນ​ການ​ຄຸ້ມ​ຄອງພາບພົດ ຂອງເກົາຫຼີເໜືອ ຊຶ່ງໄດ້ຖືກຕຳນິຕິຕຽນ ສຳລັບໂຄງການອາວຸດນິວເຄລຍ ແລະ ປະຫວັດ ການ​ເຄົາລົບ​ນັບຖືສິດທິມະນຸດນັ້ນ. ເຊື່ອກັນອີກວ່າ ທ່ານ Thae ແມ່ນເປັນນັກການທູດ ທີ່ອາວຸໂສທີ່ສຸດຂອງເກົາຫຼີເໜືອ ທີ່ໄດ້ໂຕນໜີໄປຫາເກົາຫຼີໃຕ້.

ທີ່ວໍຊິງຕັນ ກະຊວງການຕ່າງປະເທດສະຫະລັດ ໄດ້ປະຕິເສດທີ່ຈະໃຫ້ຄວາມເຫັນ ກ່ຽວກັບ ຂໍ້ມູນສະເພາະເຈາະຈົງ ຂອງ “ກໍລະນີນີ້” ແຕ່ໄດ້ຮຽກຮ້ອງໃຫ້ປົກປ້ອງ ພວກອົບພະຍົບ ແລະ ພວກທີ່ຂໍລີ້ໄພ ຈາກເກົາຫຼີເໜືອ.

ເຈົ້າໜ້າທີ່ລັດຖະບານເກົາຫຼີເໜືອຜູ້ອາວຸໂສທີ່ສຸດ ທີ່ໄດ້ໂຕນໜີ ໄປຫາເກົາຫຼີໃຕ້ ແມ່ນ ທ່ານ Hwang Jang-yop ຊຶ່ງເປັນເຈົ້າໜ້າທີ່ລະດັບສູງ ຂອງພັກ​ແຮງ​ງານ​ທີ່ປົກຄອງ ປະເທດ ທີ່ໄດ້ຂໍລີ້ໄພ ເມື່ອປີ 1997.

ການໂຕນໜີ ຈາກເກົາຫຼີເໜືອ ໄດ້ຮັບຄວາມສົນໃຈຫຼາຍ ເມື່ອບໍ່ດົນມານີ້ ຕົ້ນຕໍກໍຍ້ອນ ການໂຕນໜີເມື່ອເດືອນເມສາ ຂອງກຸ່ມພວກພະນັກງານບໍລິການຢູ່ຮ້ານອາຫານ ແລະ ຜູ້ຈັດການຂອງພວກເຂົາເຈົ້າ ທີ່ໄດ້ເຮັດວຽກຢູ່ທີ່ຮ້ານອາຫານເກົາຫຼີ​ເໜືອ ຢູ່ໃນຈີນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

North Korea Defector
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG