ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສສະ​ຫະ​ພາບ ຢູ​ໂຣ​ບ ກ່າວ​ວ່າ ​ຄຳ​ສັນ​ຍາ​ທີ່​ຈະ​ສົ່ງ​ລູກ​ປືນ​ໃຫຍ່ ​ໃຫ້​ ຢູ​ເຄ​ຣນ ພາຍ​ໃນ​ເດືອນ​ມີ​ນາ ຈະ​ບໍ່​ສາ​ມາດ​ບັນ​​ລຸ


ໜ່ວຍ​ທະ​ຫານ​ປືນ​ໃຫຍ່ ຢູ​ເຄ​ຣນ ຍິງ​ປືນ​ໃຫຍ່ ໂຮ​ວິດ​ເຊີ Panzerhaubitze 2000 ຂອງ ເຢຍ​ຣະ​ມັນ ໃກ້​ກັບ​ເມືອງ ບາກ​ມຸດ, ໃນ​ພາກ​ພື້ນ ໂດ​ເນັດ​ສ໌ ຂອງ ຢູ​ເຄ​ຣນ, 5 ກ​ຸມ​ພາ 2023.
ໜ່ວຍ​ທະ​ຫານ​ປືນ​ໃຫຍ່ ຢູ​ເຄ​ຣນ ຍິງ​ປືນ​ໃຫຍ່ ໂຮ​ວິດ​ເຊີ Panzerhaubitze 2000 ຂອງ ເຢຍ​ຣະ​ມັນ ໃກ້​ກັບ​ເມືອງ ບາກ​ມຸດ, ໃນ​ພາກ​ພື້ນ ໂດ​ເນັດ​ສ໌ ຂອງ ຢູ​ເຄ​ຣນ, 5 ກ​ຸມ​ພາ 2023.

ສະ​ຫະ​ພາບ​ຢູ​ໂຣບ ຈະ​ພາດ​ເປົ້າ​ໝາຍ​ທີ່​ໄດ້​ກ່າວ​ໄວ້​ກ່ອນ​ໜ້ານີ້ ກ່ຽວ​ກັບ ການ​ສະ​ໜອງ​ລູກ​ປືນ​ໃຫຍ່ ແລະ ລູກສອນ​ໄຟ​ 1 ລ້ານ​ລູກໃຫ້​ຢູ​ເຄ​ຣນ ພາຍ​ໃນ​ເດືອນ​ມີ​ນາ​ຂອງ​ປີ​ໜ້າ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ເຢຍ​ຣະ​ມັນ ທ່ານ ບໍ​ຣິ​ສ ປິ​ສ​ໂຕ​ຣຽ​ສ ໄດ້​ຍອມ​ຮັບ​ໃນ​ວັນ​ອັງ​ຄານ​ວານນີ້ຢູ່ກອງ​ປະ​ຊຸມ​ສຸດຍອດ​ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ພາບ ຢູ​ໂຣບ ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ຂອງ​ແບ​ລ​ຈຽມ.

ຄຳ​ເຫັນ​ຂອງ​ທ່ານ ປິ​ສ​ໂຕ​ຣຽ​ສ ແມ່ນ​ການ​ຍອມ​ຮັບ​ຄັ້ງ​ທຳ​ອິດ​ໂດຍ​ເຈົ້າ​ໜ້າ​ທີ່ອະ​ວຸ​ໂສ​ຂອງສະ​ຫະ​ພາບ ຢູ​ໂຣບ ທີ່​ວ່າ ​ເປົ້າ​ໝາຍ​ຈະ​ບໍ່​ຖືກ​ບັນ​ລຸ, ແນວ​ໃດ​ກໍ່​ຕາມ ຫຼາຍ​ຄົນ​ໄດ້​ສະ​ແດ​ງຄວາມ​ສົງ​ໄສໂດຍ​ສ່ວນ​ຕົວ ​ເປັນ​ເວ​ລາຫຼາຍ​ເດືອນ​ແລ້ວ.

ຄຳ​ສັນ​ຍາ​ນັ້ນ​ຖືກ​ກ່າວ​ໃນ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ ໃນ​ການ​ຕອບ​ສະ​ໜອງ​ຕໍ່​ຄວາມ​ຕ້ອງ​ການ​ຂອງ ຢູ​ເຄ​ຣນ ສຳ​ລັບ​ລູກ​ປືນ​ໃຫຍ່​ໃນ​ຂະ​ນະ​ທີ່​ສົງ​ຄາມ​ຂອງ​ເຂົາ​ເຈົ້າ​ກັບກອງ​ກຳ​ລັງ​ບຸກ​ລຸກ​ ຣັດ​ເຊຍ ໄດ້​ມາ​ເຖິງ​ສະ​ພາບ​ທີ່ບໍ່​ສາ​ມາດ​ເອົາ​ຊະ​ນະ​ກັນ​ໄດ້. ຄຳ​ສັນ​ຍາ​ດັ່ງ​ກ່າວ​ເປັນ​ສ່ວນ​ນຶ່ງ​ຂອງ​ໂຄງ​ການ​ສາມ​ພາກ ​ເພື່ອ​ຂະ​ຫຍາຍ​ການ​ສະ​ໜອງ​ລູກ​ປືນ​ໃຫ້ ຢູ​ເຄ​ຣນ, ດ້ວ​ຍ​ພາກ​ທີ​ນຶ່ງ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິ​ກ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ປະ​ກອບ​ສ່ວນ​ຈາກ​ຄັງ​ອາ​ວຸດ​ຂອງ​ເຂົາ​ເຈົ້າ​ເອງ.

ພາກ​ທີ​ສອງ​ປະ​ກອບ​ມີ​ບັນ​ດາ​ປະ​ເທດ​ສະ​ຫະ​ພາບ ຢູ​ໂຣບ ສັ່ງ​ຊື້​ລູກ​ປືນ​ໃໝ່​ຈາກ​ອຸດ​ສາ​ຫະ​ກຳ​ທີ່​ຢູ່​ພາຍ​ໃຕ້​ໂຄງ​ການ​ຈັດ​ຊື້​ຮ່ວມ​ກັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG