ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ​ແສ​ງ​ທອງ ດວງ​ດາ​ຣາ ອະ​ດີດ​​ທີ່​ປຶກ​ສາດ້ານ​​ໂຣກ​ຈິດ ​ແລ້ວ​ປ່ຽນ​ອາ​ຊີບ ກາຍ​ມາ​ເປັນ​ພໍ່​ຄົວ​ສ່ວນ​ໂຕ


ທ່ານ​ແສງ​ທອງ ດວງ​ດາ​ຣາ ພໍ່​ຄົວ​ສ່ວນ​ໂຕ ທີ່​ນະ​ຄອນ​ລອ​ສ​ແອນ​ເຈີ​ລິ​ສ.
ທ່ານ​ແສງ​ທອງ ດວງ​ດາ​ຣາ ພໍ່​ຄົວ​ສ່ວນ​ໂຕ ທີ່​ນະ​ຄອນ​ລອ​ສ​ແອນ​ເຈີ​ລິ​ສ.

ທ່ານ​ຜູ້​ຟັງ​ທີ່​ເຄົ​າ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ​ປະ​ຈຳ​ແລງ​ວັນ​ພະ​ຫັດ​ມື້​ນີ້
ເຮົາ​ຈະ​ນຳ​ເອົາ​ການ​ສຳ​ພາດ​ກັບ​ທ່ານ​ແສງ​ທອງ ດວງ​ດາ​ຣາ ​ອ​ະ​ດີດ​ນັກ​ວິ​ຊາ​ການແນະ​
ນຳ​ອົບ​ຮົມ​ດ້ານ​ຈິດ​ໃຈ ທີ່​ໄດ້​ປ່ຽນອາ​ຊີບມາ​ເປັນ​ພໍ່​ຄົວສ່ວນ​ໂຕ ໃຫ້​ແກ່​ພວກດາ​ຣາຮູບ
​ເງົາ ແລະ​ອື່ນໆ​ຢູ່ໃນ​ນະ​ຄອນ​ລອ​ສ​ແອນ​ເຈີ​ລິ​ສ ລັດ​ຄາ​ລີ​ຟໍ​ເນຍ. ​ທ່ານ​ແສງ​ທອງ ສຳ​ເລັດ​
ການ​ສຶກ​ສາ​ປະ​ລິນ​ຍາ​ໂທ ​ຝ່າຍຈິດຕະແພດ ​ແຕ່ ເປັນ​ຫຍັງ​ທ່ານ​ຈຶ່ງ​ໄດ້​ປ່ຽນ​ວິ​ຊາ​ອາ​ຊີບ​
ມາ​ເປັນ​ພໍ່​ຄົວສ່ວນ​ໂຕ ຫຼື personal chef ​ນັ້ນ ກິ່ງ​ສະ​ຫວັນ ຈະ​ນຳ​ເອົາ​ການ​ໂອ້​ລົມ​ກັບ
​ທ່ານ​ແສງ​ທອ​ງ​ມາ​ສະ​ເໜີ​ທ່ານ.

ການ​ປ່ຽນ​ວິ​ຊາ​ອາ​ຊີບ​ຢູ່​ໃນ​ສະ​ຫະ​ລັດ ເປັນ​ຂອງ​ທຳ​ມະ​ດາ ບໍ່​ວ່າບຸກ​ຄົນ​ດັ່ງ​ກ່າວ​ສຳ​ເລັດ
ການສຶກ​ສາຢູ່​ໃນ​ຂະ​ແໜງ​ໃດໆ​ກໍ​ຕາມ. ທ່ານ​ແສງ​ທອງ ດວງດ​າ​ຣາ ຮຽນຈົບ​ປະ​ລິນ​ຍາ​
ໂທ​ຝ່າຍ​ໃຫ້​ຄຳ​ແນະ​ນຳດ້ານ​ຈິດ​ໃຈ ມີ​ໜ້າ​ທີ່ຊ່ວຍບັນ​ດາ​ຜູ້​ມີ​ບັນ​ຫາດ້ານ​ໂຣກ​ຈິດ ຫຼື “Counseling Psychology.” ໜ້າ​ທີ່​ການ​ດັ່ງ​ກ່າວ​ນີ້ເປັນ​ ໜ້າ​ທີ່ຂອງ​ນັກ​ວິ​ຊາ​ການ.
ຫຼັງ​ຈາກ​ໄດ້ເຮັດ​ວຽກ​ນີ້​ມາເປັນ​ເວ​ລາ​ຫ້າ​ປີ ​ແ​ສງ​ທອງຮູ້​ສຶກ​ບໍ່​ມັກ ແລະ​ໄດ້​ຕັດ​ສິນ​ໃຈ​ລາ​
ອອກມາ​ເປັນ​ພໍ່​ຄົວ​. ການ​ຄົວ​ກິນ​ແມ່ນວຽກງານທີ່ແສງ​ທອງມັກມາ​ແຕ່​ໃດ ແລະ​ມີ​ຄວາມ

​ຄວາມ​ມ່ວນ​ຊື່ນກັບ​ການ​ຄົວ​ກິນ. ໃນເວ​ລາ​ຍັງ​ເປັນນັກ​ຮຽນ​ຢູ່​ນັ້ນ ແສງ​ທອງ​ມັກ​ຄົວ​ກິນ ​
ໃຫ້ບັນ​ດາໝູ່​ເພື່ອນ ໄດ້ຮັບ​ປະ​ທານ ກັນເປັນ​ປະ​ຈຳ. ການ​ຄົວ​ກິນ​ແມ່ນ​ຊີ​ວິ​ຈິ​ດໃຈ ສຳ​ລັບ
​ແສງ​ທອງ​ແລ້ວ ແມ່ນ​ການ​ພັກ​ຜ່ອນ​ຢ່ອນ​ອາ​ຣົມ ​ທີ່ໄດ້​ລາຍ​ບາຍອອກ​ມາ​ເຖິງ​ລົດ​ຊາດຂອງ​ຄວາມ​ແຊ​ບນົວ. ​ແສງ​ທອງໄດ້​ເຂົ້າ​ມາ​ຕັ້ງ​ຊິ​ວິດ​ໃໝ່ ​ກັບ​ຄອບຄົວ ເວ​ລາ​ອາ​ຍຸ​ສອງ​ປີ ແລະ​
ໄດ້ເຕີບ​ໃຫ​ຍ່​ຢູ່​ໃນ​ສະ​ຫະ​ລັດ ແສງ​ທອງ​ສາ​ມາດປາກ​ເວົ້າ​ພາ​ສາ​ລາວ​ໄດ້​ດີ​ສົມ​ຄວນ ແລະ​
ໄດ້​ໂອ້​ລົມ​ກັບ ວີ​ໂອ​ເອ ​ດັ່ງ​ນີ້:

ແສງ​ທອງ ​ມີ​ພື້ນ​ຖານ​ການ​ສຶກ​ສາ​ສູງ ເພາະ​ສະ​ນັ້ນ​ການຄົ້ນ​ຄົ້ວ ຊອກ​ຫາ​ທາງ​ປັບ​ປຸງອາ
​ຫານ​ພື້ນ​ເມືອງ​ລາວ ໃຫ້​ເຂົ້າ​ກັບ​ບັນ​ຍາ​ກາດ​ລະ​ດັບ​ສັງ​ຄົມ ແມ່ນ​ພິ​ກ​ໄຫວ ແລະພອນ
​ສະ​ຫວັນ​ອັນປະ​ເສີດ ທີ່ໄດ້​ກາຍ​ມາຮູ້​ຈັກ​ຢູ່​ໃນ​ວົງ​ການ​ສັງ​ຄົມດາຣາ​ຣາ​ໂຮ​ລີ​ວູດ ດາ​ຣາ​
ບານ​ບ້ວງ ແລະບຸກ​ຄົນ​ສຳ​ຄັນ​ອື່ນໆທີ່​ແສງ​ທອງ​ບໍ່​ສາ​ມາດ​ເປີດ​ເຜີຍ​ຊື່ ​ແລະ​ໄດ້ກ່າວ​ດັງ​ນີ້:

ຄວາມ​ລີ້​ລັບອາ​ຫານ​ພື້ນ​ເມືອງ​ລາວ ບັດ​ນີ້​ໄດ້​ກາຍ​ມາເປັນ​ທີ່​ຮູ​ກັນ​ຫຼາຍ​ຂຶ້ນ ຢູ່​ໃນ​ວົງ​ການ​
ສັງ​ຄົມ​ຕ່າງໆ ​ຢ່າງ​ບໍ່​ຄາດ​ຝັນ ດັ່ງ​ທີ່​ແສງ​ທອງ​ໄດ້​ກ່າວ​ເຖິງ​ຕອນ​ນີ້​ວ່າ:

ການ​ເປັນ​ພໍ່​ຄົວ​ສ່ວນ​ໂຕ ແມ່ນ​ວິ​ຊາ​ອາ​ຊີບທີ່​ມີ​ກຽດ ຊຶ່ງ​ພວກ​ລູກ​ຄ້າສ່ວນຫຼາຍ​ເປັນ​ຜູ້​ມີ​ຖາ​ນະດ້ານ​ການ​ເງິນ ໜ້າ​ທີ່​ວຽກ​ການ ແລະ​ເປັນ​ຜູ້ມີ​ຊື່​ສຽງ. ​ແສງ​ທອງ ດວງ​ດາ​ຣາ ແມ່ນ​ຄົນ
ລາວ​ອາ​ເມ​ຣິ​ກັນ ເກີດ​ຢູ່​ສູນ​ອົບ​ພະ​ຍົບ ນະ​ຄອນ​ພະ​ນົມ ​ປະ​ເທດ​ໄທ. ຄອບ​ຄົວ​ໄດ້​ຍ້າຍ​
ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ລັດ​ວິ​ສ​ຄອນ​ຊິ​ລ ໃນ​ຊຸມ​ປີ 1980 ເວ​ລາ​ນັ້ນ​ມີ​ອາ​ຍຸ​ໄດ້ 2 ປີ. ແສງ​
ທອງ​ສຳ​ເລັດ​ການ​ສຶກ​ສາ​ຊັ້​ນ​ສູງ ແຕ່ນັ້ນ ​ບໍ່ໄດ້​ເປັນ​ທີ​ພໍໃຈ ໄດ້ຕິດ​ຕາມ​ນຳ​ຫາ​ການ​ເປັນ​ພໍ່
​ຄົວ ຈົນ​ໄດ້​ຮັບຜົນ​ສຳ​ເລັດ ແລະ​ນັ້ນ​ແມ່ນ​ຄວາມ​ຝັນ​ຂອງ​ອາ​ເມ​ຣິ​ກັນ.

XS
SM
MD
LG