ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເພງຫວານ ດອກຝ້າຍຈັນ ຂອງນັກຮ້ອງສຽງໃສ ແສງມະນີ ຈັນທະວົງ (ຄາຣາໂອເກະ)


ແສງມະນີ ຈັນທະວົງ
ແສງມະນີ ຈັນທະວົງ
ສະບາຍດີແລະກໍດີໃຈທີ່ໄດ້ກັບມາໂອ້ລົມແລະຈັດເພງມ່ວນໆ
ໃຫ້ທ່ານຜູ້ຟັງເຊັ່ນເຄີຍໃນແລງວັນອາທິດແບບສະບາຍໆເປັນ
ກັນເອງ. ຂໍເລີ່ມດ້ວຍດ້ວຍເພງ “ດອກຝ້າຍຈັນ” ຂອງສາວນ້ອຍ
ສຽງໃສ ແສງມານີ ຈັນທະວົງ ສິນລະປິນສາວຈາກ ສປປ ລາວ
ຫວັງວ່າ ຫຼາຍໆທ່ານຄົງຈະພໍໃຈໃນນໍ້າສຽງຂອງແສງມະນີ
ຈັນທະວົງ.


ເພງ: “ດອກຝ້າຍຈັນ” ໂດຍ ແສງມະນີ ຈັນທະວົງ



ສ່ວນເພງຕໍ່ໄປນີ້ເປັນຂອງໜຸ່ມ ວົງສໍາພັນ ບໍ່ແນ່ໃຈວ່າເປັນອ້າຍນ້ອງກັນຫຼືບໍ່ ວັນນະສອນວ່າເພງ “ຄິດຮອດບຸນບ້ານເຮົາ” ຂອງໜຸ່ມ ວົງສໍາພັນ ນີ້ຄົງພາ
ໃຫ້ ຫຼາຍໆທ່ານທີ່ຢູ່ຫ່າງໄກບ້ານມີຄວາມຮູ້ສຶກ ຄິດຮອດບ້ານ ຂຶ້ນມາທັນທີ
ບໍ່ເຊື່ອ ກໍລອງໄປຟັງເນື້ອຮ້ອງຂອງເພງນີ້ ພ້ອມໆກັນເລີຍ.

ເພງ: “ຄິດຮອດບຸນບ້ານເຮົາ” ໂດຍ ໜຸ່ມ ວົງສໍາພັນ

ຂໍອໍາລາທ່ານດ້ວຍເພງຫວານໆຂອງ ອຸດອນ ວົງສີ ສິນລະປິນລາວຈາກ
ອອສເຕຣເລຍ ໃນບົດເພງ “ຄິດ” ທີ່ເປັນບົດປະພັນຂອງອາຈານ ປ. ຕຣີຈັນ
ແລະອຸດອນ ວົງສີ ກໍຖືວ່າເປັນສິນລປິນຜູ້ນຶ່ງ ທີ່ຍັງສືບຖອດແລະເກັບຮັກສາ
ເພງລາວໄວ້ເປັນຢ່າງດີ ຊຶ່ງໄດ້ຮວບຮວມເກັບເພງເກົ່າໃນອະດີດມາຮວມກັນ
ໃນຊຸດນີ້ ຖືກໃຈທ່ານຢ່າງແນ່ນອນ ວັນນະສອນ ເອງ ກໍພະຍາຍາມ ສົ່ງເສີມ
ແລະສະໜັບສະໜູນສິນລະປິນລາວໃນຕ່າງແດນ ເພື່ອຄົງໄວ້ ຊຶ່ງສິນລະປະ
ວັດທະນະທໍາ ແລະວັນນະຄະດີ ອັນດີງາມຂອງລາວສືບຕໍ່ໄປ ແລະກໍຈະທະ
ຍອຍນໍາສະເໜີເພງໃໝ່ໆຂອງສິນລະປິນລາວໜ້າໃໝ່ ໃນທົ່ວໂລກໃຫ້ທ່ານ
ຜູ້ຟັງໄດ້ຮັບຟັງກັນ ແລະມີຫຍັງຫຼືຢາກຟັງເພງໃດ ກໍໃຫ້ທ່ານຜູ້ຟັງຂຽນ email
ເຂົ້າມາຫາວັນນະສອນ ດ້ວຍ ເພື່ອຈະໄດ້ຈັດໃຫ້ຖືກໃຈທີ່ສຸດ. ວັນນະສອນ
ຫວັງວ່າ ທ່ານຜູ້ຟັງຄົງຈະເລີ່ມເຄີ້ມແລະລັບສະບາຍດີ ໃນບົດເພງ “ຄິດ”
ຂອງອຸດອນ ວົງສີ.
ຂໍໃຫທຸກໆທານນອນລັບຝັນຫວານ.

ເພງ: “ຄິດ” ໂດຍ ອຸດອນ ວົງສີ
XS
SM
MD
LG