ກ່ອນອື່ນ ວັນນະສອນຕ້ອງຂໍໂທດດ້ວຍທີ່ອາທິດແລ້ວນີ້
ບໍ່ໄດ້ເອົາລາຍການເພງຂອງອາທິດກ່ອນ ມາລົງເວັບໄຊ້ທ໌
ໃຫ້ບັນດາທ່ານໄດ້ຟັງກັນ ເພາະວ່າບໍ່ໄດ້ມາການສອງມື້
ຍ້ອນບໍ່ສະບາຍ. ແນວໃດກໍຕາມ ມື້ນີ້ກໍໄດ້ເອົາມາລົງໃຫ້
ໄດ້ຟັງກັນແລ້ວ ຜົນງານຂອງແສງດາວີ ຊຸບເປີສອງສີ
ແລະບຸນເກີດ ໜູຫ່ວງ.
ເພງ “ສາວບໍ່ແກ້ວ” ນີ້ຈັດໃຫ້ຕາມຄໍາຂໍຂອງນ້ອງສົມ
ເໝາະທີ່ຂຽນເຂົ້າມາເພື່ອມອບໃຫ້ນ້ອງຊາຍ ຊື່ ກິ ນັກສຶກ
ສາທີ່ອ໊ອສເຕເລຍ ເອື້ອຍວັນນະສອນຫວັງວ່າພໍນ້ອງກິໄດ້
ຟັງເພງ“ສາວບໍ່ແກ້ວ” ນີ້ແລ້ວຮີບຍົກໂທລະສັບໄປຂອບໃຈ
ສົມເໝາະ ທີ່ຄອຍເປັນຫ່ວງເປັນໄຍ ທັງເອົາໃຈໃສ່ສົ່ງຄວາມຮູ້ສຶກທີ່ດີໃຫ້ນ້ອງກິ ເພື່ອທີ່
ຈະໄດ້ຮໍ່າຮຽນໃຫ້ຈົບໄວໆ ເອື້ອຍວັນນະສອນຂໍເອົາໃຈຊ່ອຍອີກເເຮງນຶ່ງ ຫຼັງຈາກທີ່ຟັງ
ເພງສາວບໍ່ແກ້ວແລ້ວ ກໍເລີຍເຮັດໃຫ້ວັນນະສອນຢາກຈະນໍາສະເໜີເພງ "ບໍ່ແກ້ວທີ່ຝັງໃຈ"
ຊຶ່ງເປັນເພງຮ້ອງຕອບເພງ ສາວບໍ່ແກ້ວ ທີ່ປະພັນໂດຍ ບຸນຍົງ ມິ່ງອາລຸນ ທັງສອງເພງ
ແລະຂັບຮ້ອງໂດຍ ບຸນເກີດ ໜູຫ່ວງ. ເອົາ ວັນນະສອນຂໍມອບໃຫ້ແກ່ທ່ານຜູ້ຟັງທຸກໆ
ທ່ານ ໂດຍສະເພາະບັນດາທ່ານທີ່ຂຽນທັງ ຈມ ແລະ email ພ້ອມທັງຂຽນຂໍ້ຄວາມທີ່
ຝາກໄວ້ໃນ VOA website.
ເພງ "ບໍ່ແກ້ວທີ່ຝັງໃຈ" ໂດຍ ບຸນເກີດ ໜູຫ່ວງ
ວັນນະສອນຂໍອໍາລາດ້ວຍເພງນີ້ ເປັນໜ້າຮັກໆຂອງກຸ່ມສາວນ້ອຍ ສຽງໃສ Genii
ຈາກ ສປປ ລາວ ເພື່ອເອົາໃຈສາວນ້ອຍທັງຫຼາຍ ເພາະວ່າວັນນະສອນຄົງຕ້ອງຍອມ
ໃຈອ່ອນແລ້ວລະ ຕາມຊື່ຂອງເພງ "ຍອມໃຈອ່ອນ" ເພື່ອແຟນລາຍການສຽງເພງ
ຈາກແດນໄກເທົ່ານັ້ນ. ຫັວງວ່າຄົງຈະບໍ່ເຮັດໃຫ້ວັນນະສອນຈັດເພງເກີ້ ຢູ່ຕາມລໍາພັງ
ຄົນດຽວ ມາຊ່ອຍເປັນແຮງໃຈ, ຂຽນ email ແລະຈມ ເຂົ້າມາດ້ວຍ ແລະທີ່ສໍາຄັນສຸດ ກໍຄືນອນຟັງເພງມວ່ນໆແລະສະບາຍໆກັບວັນນະສອນ relax ໃນວັນທ້າຍສັບປະດາ
ນໍາກັນ ແຫ່ງນີ້ແຫ່ງດຽວ ລາຍການສຽງງເພງຈາກແດນໄກຂອງ VOA.
ຂໍໃຫ້ທຸກໆທ່ານນອນຫຼັບຝັນດີ
ເພງ: "ຍອມໃຈອ່ອນ" ໂດຍ Genii