ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານແສງ ຈິດດາໄລ ສະໜັບສະໜູນ ທ່ານນາງຄາມາລາ ແຮຣິສ ຜູ້ສະໝັກເປັນຮອງປະທານາທິບໍດີ ສະຫະລັດ


ທ່ານແສງ ຈິດດາໄລ ສະມາຊິກສັງຄົມລາວອາເມຣິກັນ ສະໜັບ
ສະໜູນ ທ່ານນາງຄາມາລາ ແຮຣິສ ຜູ້ສະໝັກເປັນຮອງປະທານາ ທິບໍດີສະຫະລັດ.
ທ່ານແສງ ຈິດດາໄລ ສະມາຊິກສັງຄົມລາວອາເມຣິກັນ ສະໜັບ ສະໜູນ ທ່ານນາງຄາມາລາ ແຮຣິສ ຜູ້ສະໝັກເປັນຮອງປະທານາ ທິບໍດີສະຫະລັດ.

ການໂຄສະນາຫາສຽງເລືອກຕັ້ງຂັ້ນຕົ້ນ ເອົາຜູ້ສະໝັກ ເປັນປະທານາທິບໍດີສະຫະລັດ
ຕາງໜ້າໃຫ້ພັກເດໂມແຄຣັດເກືອບວ່າເສັດສິ້ນລົງໃນທ້າຍປີ 2019 ໃນຂະ ນະທີ່ການ
ລະບາດຂອງໄວຣັສໂຄໂຣນາ ກໍເລີ້ມຂຶ້ນເກືອບໃນເວລາດຽວກັນ ຊຶ່ງ ໄດ້ສ້າງຜົນກະທົບ
ຕໍ່ເສດຖະກິດ ການເມືຶອງ ແລະຊີວິດການເປັນຢູ່ແບບບບໍ່ເຄີຍ ມີມານກ່ອນໃນປະຫວັດ
ສາດຂອງສະຫະລັດອາເມຣິກາ ແລະຜູ້ຄົນຢູ່ທົ່ວໂລກ.

ໃນຕອນແລງວັນຈັນທີ 17 ສິງຫາ ທີ່ຜ່ານມານີ້ ກອງປະຊຸມໃຫຍ່ແຫ່ງຊາດພັກເດໂມແຄ
ຣັດ ໄດ້ເລີ້ມເປີດຂຶ້ນເປັນເວລາສີ່ວັນ ເພື່ອສະເໜີເອົາທ່ານໂຈ ໄບເດັນ ອະດີດຮອງປະ
ທານາທິບໍດີສະຫະລັດໃຫ້ເປັນຜູ້ລົງສະໝັກປະທານາ ທິບໍດີຄົນຕໍ່ໄປ ພ້ອມດ້ວຍທ່ານ
ນາງຄາມາລາ ແຮຣິສ ມາຊິກສະພາສູງ ຈາກລັດຄາລິຟໍເນຍ ເປັນຮອງປະທານາທິບໍດີ
ທີ່ຈະມີການລົງຄະແນນສຽງເລືອກຕັ້ງແຂ່ງຂັນ ກັບປະທານາທິບໍດີ ດໍໂນລ ທຣໍາ ໃນ
ວັນທີ 3 ພະຈິກ ປີ 2020 ຈະມາເຖິງນີ້.

ຂະບວນການເຄື່ອນໄຫວຂອງແມ່ຍິງສະຫະລັດໄດ້ໃຫ້ການສະໜັບສະໜຸນຢ່າງເຂັ້ມ
ແຂງ ຕໍ່ທ່ານນາງຄາມາຣາ ແຮຣິສ ຄົນອາເມຣິກັນ ເຊື້ອສາຍອາຟຣິກາ ແລະເອເຊຍໃຕ້
ທີ່ໄດ້ກາຍມາເປັນແມ່ຍິງຄົນທຳອິດ ທີ່ຖືກສະເໜີໃຫ້ເປັນຮອງ ປະທານາທິບໍດີ ໃນປະ
ຫວັດສາດຂອງສະຫະລັດ.

ໃນໂອກາດດັ່ງກ່າວນີ້ ວີໂອເອ ໄດ້ສຳພາດກັບທ່ານແສງ ຈິດດາໄລ ຄົນອາເມຣິກັນເຊື້ອ
ສາຍລາວຢູ່ທີ່ລັດຄາລິຟໍເນຍ ທ່ານເປັນຄົນນຶ່ງມີສິດປ່ອນບັດລົງຄະແນນສຽງເລຶອກຕັ້ງ
ແລະໄດ້ໃຫ້ທັດສະນະກ່ຽວກັບ ທ່ານນາງຄາມາລາ ແຮຣິສ ວ່າ:

ກອງປະຊຸມໃຫຍ່ແຫ່ງຊາດຂອງພັກເດໂມແຄຣັດ ອອນລາຍ ເປັນເວລາສີ່ວັນທີ່ ໄດ້ເລີ້ມ
ຂຶ້ນໃນວັນຈັນ ຈະສິ້ນສຸດລົງໃນວັນພະຫັດມື້ອື່ນນີ້. ຫຼັງຈາກນັ້ນ ກໍຈະຕິດຕາມມາດ້ວຍ
ກອງປະຊຸມໃຫຍ່ແຫ່ງຊາດ ຂອງພັກຣີພັບບລິກັນ ທີ່ຈະຈັດຂຶ້ນໃນອາທິດໜ້ານີ້ ເພື່ອສະ
ເໜີເອົາປະທານາທິບໍດີດໍໂນລ ທຣໍາ ເປັນຜູ້ສະໝັກປະທານາທິບໍດີສະຫະລັດ ຕື່ມອີກ
ນຶ່ງສະໄໝ.

ຍານາງສົມ ດິດທະວົງ ສະມາຊິກປະຊາຄົມລາວອີກຜູ້ນຶ່ງທີ່ລັດວໍຊິງຕັນກ່າວວ່າ ການ
ເລືອກທ່ານນາງຄາມາລາ ແຮຣິສ ດີິສຳລັບພວກຊົນຊັ້ນກາງ ແລະພວກລາຍໄດ້ນ້ອຍ
ແຕ່ເລື້ອງການພັດທະນາ ທຸລະກິດແລ້ວ ແລະວຽກງານ ອາດຈະບໍ່ດີເທົ່າປະທານາທິ
ບໍດີ ດໍໂນລ ທຣຳ.

ແລະສະມາຊິກປະຊາຄົມລາວຈຳນວນນຶ່ງ ແມ່ນໃຫ້ການສະໜັບສະໜຸນແກ່ພັກຣີພັບ
ບລີກັນ ແລະພວກເຮົາຈະນຳເອົາຄວາມເຫັນຂອງພວກເຂົາເຈົ້າມາສະເໜີທ່ານຕື່ມ
ເວລາພັກຣີິພັບບລີກັນ ຈັດກອງປະຊຸມໃຫຍ່ ໃນອາທິດໜ້າ.

XS
SM
MD
LG