ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝ່າຍຄ້ານໃນເຊເນກາລ ຮຽກຮ້ອງ ໃຫ້ປະຊາຊົນ ລຸກຂຶ້ນ ຕໍ່ຕ້ານປະທານາທິບໍດີ


ພວກຊາວໜຸ່ມເຊເນກາລ ປະທ້ວງຕໍ່ຕ້ານລັດຖະບານ ແລະຮຽກຮ້ອງໃຫ້ ປະທານາທິບໍດີ Abdoulaye Wade ລາອອກ.
ພວກຊາວໜຸ່ມເຊເນກາລ ປະທ້ວງຕໍ່ຕ້ານລັດຖະບານ ແລະຮຽກຮ້ອງໃຫ້ ປະທານາທິບໍດີ Abdoulaye Wade ລາອອກ.

ພັກ​ຝ່າຍ​ຄ້ານ​ຂອງ​ເຊ​ເນ​ກາລ ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນລຸກ​ຂຶ້ນ​ຕໍ່ຕ້ານ​ປະທານາທິບໍດີ
Abdoulaye Wade ​ເພື່ອຂັດຂວາງ​ບໍ່ໃຫ້​ທ່ານສະ​ໜັກ​ເລືອກ​ຕັ້ງ​ສະ​ໄໝ​ທີ່​ສາມ.

ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ເມື່ອ​ວັນ​ເສົາ​ວານ​ນີ້ ກຸ່ມຂະ​ບວນການວັນ​ທີ 23 ມິຖຸນາ​ຂອງ​
ເຊ​ເນ​ກາລ ທີ່​ຕາງໜ້າ​ພວກ​ສະໝັກ​ຮັບ​ເລືອກ​ຕັ້ງ​ພັກ​ຝ່າຍຄ້ານ​ທັງ​ໝົດກ່າວ​ວາ ການ​ຕັດສິນ
ຂອງ​ສານ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້ ທີ່ອະນຸຍາດ​ໃຫ້​ປະທາ​ນາ​ທິບໍດີ Abdoulaye Wade
ສະໝັກ​ເລື​ອກຕັ້ງ​ອີກ​ນັ້ນ ​ແມ່ນ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ.

ພັກ​ຝ່າຍ​ຄ້ານ​ປະກາດຈະ​ທໍາ​ການ​ປະ​ທ້ວງ​ຕາມ​ຖະໜົນ​ຫົນ​ທາງ ​ເພື່ອ​ຮຽກ ຮ້ອງ​ໃຫ້​ປະທາ
ນາທິບໍດີ​ທີ່​ມີ​ອາຍຸ 85 ປີ​ແລ້ວ​ນັ້ນ ລາ​ອອກ.

ການຕັດ​ສິນ​ໃຈ​ຂອງ​ທ່ານ Wade ລົງ​ສະໝັກ​ປະທານາທິບໍ​ດີ ​ສະ​ໄໝ​ທີ່​ສາມ​ນັ້ນໄດ້ກະ​ຕຸ້ນ
ໃຫ້​ເກີດ​ການກໍ່​ຈະລາຈົນຢູ່​ໃນ​ນະຄອນຫລວງດາ​ກາ ທີ່​ຍັງ​ຜົນ​ໃຫ້​ຕໍາຫລວດ​ຄົນ​ນຶ່ງ​ເສຍ
ຊີວິດ.

ຕໍາຫລວດ​ໄດ້​ຈັບ​ກຸມ​ທ່ານ Alioune Tine ສະມາຊິກ​ອາວຸ​ໂສ​ຄົນ​ນຶ່ງ ຂອງຝ່າຍ​ທີ່​ເອີ້ນ​ວ່າ
ກຸ່ມ​ປະສົມ M23 ພ້ອມ​ກັບ​ອີກ​ຫລາຍໆ​ຄົນ.

ນະຄອນຫລວງ​ດາ​ກາ​ຂອງ​ເຊ​ເນ​ກາລ ​ແມ່ນເຕັມໄປ​ດ້ວຍເສດສິ່ງ​ຫັກ​ພັງ​ຫລັງ​ຈາກເຫດ
ການ​ຈະລາຈົນ​ເມື່ອ​ວັນ​ສຸກ​ຜ່ານມາ​ນີ້ ​ແລະ​ພວກ​ຊາວເມືອງ​ບາງ​ຄົນ​ກ່າວ​ວ່າ ມັນ​ຈະ​ຊໍ້າ
ຮ້າຍ​ລົງ​ໄປ​ກວ່າ​ນີ້.

ທາງ​ການໄດ້​ເສີມ​ກໍາລັງ ​ຕໍາຫລວດ​ລາດຕະ​ເວນ ຢູ່​ໃນ​ນະຄອນຫລວງ​ ​ແລະ​ຫົວ​ເມືອງ​
ສໍາຄັນ​ອື່ນ​ໆ.

XS
SM
MD
LG