ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານພິເສດ ເຊເນກາລ ດຳເນີນຄະດີ ອະດີດຜູ້ນຳ ຂອງຊາດ


ອະດີດຜູ້ນຳຜະເດັດການ ຂອງປະເທດ ທ່ານ Hissene Habre ກຳລັງຖືກຄວບຄຸມໂຕໂດຍເຈົ້າໜ້າທີ່ທະຫານ ຫຼັງຈາກໄດ້ເຂົ້າຮັບຟັງການດຳເນີນຄະດີ ໂດຍຜູ້ພິພາກສາ, ວັນທີ 2 ກໍລະກົດ 2013 ໃນນະຄອນຫຼວງ Dakar ປະເທດ Senegal.
ອະດີດຜູ້ນຳຜະເດັດການ ຂອງປະເທດ ທ່ານ Hissene Habre ກຳລັງຖືກຄວບຄຸມໂຕໂດຍເຈົ້າໜ້າທີ່ທະຫານ ຫຼັງຈາກໄດ້ເຂົ້າຮັບຟັງການດຳເນີນຄະດີ ໂດຍຜູ້ພິພາກສາ, ວັນທີ 2 ກໍລະກົດ 2013 ໃນນະຄອນຫຼວງ Dakar ປະເທດ Senegal.

ສານພິ​ເສດ​ແຫ່ງ​ໜຶ່ງ ຢູ່​ໃນ​ປະ​ເທດເຊ​ເນ​ກາລ ມີ​ກຳນົດ​ຈະ​ເລີ້ມ​ຕົ້ນ
ການ​ດຳ​ເນີນ​ຄະດີ ຕໍ່​ອະດີດ​ຜູ້​ປົກຄອງ​ປະ​ເທດ​ຊາດ ທ່ານ
Hissene Habre ທີ່​ລໍຄອຍ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ ​ໃນຂໍ້ຫາ
ອາ​ຊະ​ຍາ​ກຳ​ຕໍ່ຕ້ານ​ມວນ​ມະນຸດ.

ສານ​ດັ່ງກ່າວ ​ໄດ້​ຈັດຕັ້ງຂຶ້ນ ພາຍ​ໃຕ້​ຂໍ້​ຕົກລົງ ກັບ​ສະຫະພາບ
ອາ​ຟຣິກາ ​ມີ​ກຳນົດທີ່​ຮັບ​ຟັງ ພະຍານ 100 ຄົນ ​ໃນ​ລະຫວ່າງ​ການ
​ດຳ​ເນີນ​ຄະດີ ທີ່​ຄາດ​ກັນ​ວ່າ ຈະ​ໃຊ້​ເວລາ​ຫຼາຍ​ເດືອນ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ຕ່າງໆ ​ແລະ ຄະນະ​ກຳ​ມາ​ທິການ​ ກ່າວຫາ​ທ່ານ Habre ວ່າ​ເປັນ​ຜູ້​ຮັບຜິດຊອບ ສຳ​ຫລັບ ການ​ເຂັ່ນຂ້າ ດ້ານ​ການ​ເມືອງຫຼາຍກວ່າ 40,000 ຄົນ, ການ​ທໍລະມານ​ຢ່າງ​ເປັນ​ລະບົບ ​ແລະ ການລະ​ເມີດ​ອື່ນໆ​ອີກ ​ໃນ​ລະຫວ່າງ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີຢູ່ນັ້ນ.

ຜູ້ກ່ຽວ​ໄດ້​ນຳພາ​ປະ​ເທດ ລະຫວ່າງປີ 1982 ​ແລະ 1990 ​ໃນ​ເວລາ ທີ່​ໄດ້​ຖືກ​ຂັບ​ໄຫລ່​ອອກ​
ຈາກ​ຕຳ​ແໜ່​ງ ​ໂດຍ ຜູ້ນຳ​ໃນ​ປັດຈຸບັນ ທ່ານ Idriss Deby ​ແລະ ​ໄດ້​ຫລົບໜີ ​ໄປ​ຢູ່​ປະ​ເທດ
ເຊ​ເນ​ກາລ.

ທ່ານ Habre ມີ​ອາຍຸ​ໄດ້ 72 ປີ ​ແລະ ບັນດາທະນາຍຄວາມ​ຂອງ​ທ່ານ ບໍ່​ຫົວຊາ​ນຳ​ສານ​
ດັ່ງກ່າວ ​ໂດຍ​ກ່າວ​ວ່າ ຂາ​ດການ​ປະຕິ​ບັດ​ຢ່າງ​ເປັນ​ທຳ​ຕາມ​ກົດໝາຍ ​ແລະ ວ່າ ພວກ​ເຂົາ​
ເຈົ້າ ຈະ​ບໍ່​ເຂົ້າຮ່ວມ​ໃນ​ການ​ດຳ​ເນີນ​ຄະດີ. ຢ່າງ​ໃດ​ກໍ​ຕາມ ອິງ​ຕາມ​ກົດໝາຍ ພວກ​ເຂົາ​
ເຈົ້າອາດ​ຈະຖືກ​ບັງຄັບ​ໃຫ້​ເຂົ້າຮ່ວມ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ​ເອີ້ນ​ການ​ດຳ​ເນີນ​ຄະດີນັ້ນວ່າ ​ເປັນ “ຂີດ​ໝາຍ​ໃນ​ການ​ຕໍ່ສູ້ ​ເພື່ອ​
ນຳ​ເອົາພວກ​ທີ່​ກະທຳ​ຄວາມ​ຜິດ ອັນ​ໂຫດຮ້າຍຕ່າງໆ ມາລົງໂທດ​ສຳ​ຫລັບ​ອາ​ຊະ​ຍາ​ກຳ
ຕ່າງໆ​ ຂອງ​ພວກ​ເຂົາຢູ່​ໃນ​ອາ​ຟຣິກາ ​ແລະ ​ໃນທົ່ວ​ໂລກ.” ກຸ່ມ​ດັ່ງກ່າວ ​ເວົ້າອີກ​ວ່າຄະດີນັ້ນ
​ເປັນ​ຂີດ​ໝາຍ​ຄັ້ງທຳ​ອິດ ທີ່​ສານ​ໃນ​ປະ​ເທດ​ໜຶ່ງ​ ກ່າວ​ຟ້ອງ​ຄະດີ​ອາຍາ ຕໍ່​ອະ​ດີດ​ຜູ້​ປົກຄອງ
ຂອງ​ປະ​ເທດ​ອື່ນ ສຳ​ຫລັບ​ຂໍ້​ຫາ​ການລະ​ເມີດ​ສິດທິ​ມະນຸດ.

ນັ້ນ​ແມ່ນ​ເປັນ​ການ​ຜິດ​ແປກໄປຈາກ ​ເມື​ອ່ 13 ປີ​ທີ່​ຜ່ານ​ມາ ​ໃນ​ລະຫວ່າງ ການ​ດຳ​ເນີນ​ຄະດີ​
ທີ່​ຄ້າຍຄື​ກັນ​ນີ້ ​ໄດ້​ຈັດຕັ້ງຂຶ້ນ​ໂດຍ ສານ​ອາ​ຊະ​ຍາ​ກຳ​ສາກົນ ຫຼື ICC ຢູ່​ທີ່​ນະຄອນ Hague
ປະ​ເທດ​ເນ​ເທີ​ແລນ.

​ແຕ່ ICC ​ໄດ້​ປະ​ເຊີນ​ກັບການ​ຕຳ​ນິຕິ​ຕຽນ ສຳ​ຫລັບ ການ​ຕິດຕາມຂໍ້​ຫາ ອາຊະ​ຍາ​ກຳ​ສົງຄາມ ​ແລະ ອາ​ຊະ​ຍາ​ກຳ​ຕໍ່​ຕ້ານມວນ​ມະນຸດ ຂອງ​ອາ​ຟຣິກາ ເທົ່າ​ນັ້ນ ແລະ ​ໄດ້ຮັບ​ການ​ພິຈາລະນາ​ລົງ​ໂທດ​ພຽງ 2 ຄະດີ​ ນັບ​ຕັ້ງ​ແຕ່ ​ໄດ້​ເລີ້ມ​ຕົ້ນປະຕິບັດ​ການ​ມາ​ໃນ​ປີ 2002.

Senegal Chad Habre
please wait
Embed

No media source currently available

0:00 0:01:03 0:00

XS
SM
MD
LG