ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຊເນການ ຢືນຢັນ ກໍລະນີທຳອິດ ຂອງ ອີໂບລາ ຢູ່ໃນ ປະເທດດັ່ງກ່າວ (ສະໄລດ໌/ວີດີໂອ)


ບັນດາພະນັກງານການແພດ ໃສ່ຊຸດດປ້ອງກັນ ກຳລັງມ້ຽນຊາກ ສົບຂອງຜູ້ເສຍຊີວິດ ຍ້ອນອີໂບລາ.
ບັນດາພະນັກງານການແພດ ໃສ່ຊຸດດປ້ອງກັນ ກຳລັງມ້ຽນຊາກ ສົບຂອງຜູ້ເສຍຊີວິດ ຍ້ອນອີໂບລາ.

ການ​ລະບາດຂອງເຊື້ອໄວຣັສອີ​ໂບລາ ​ໃນ​ເຂດອາ​ຟຣິກາ​ຕາ
​ເວັນ​ຕົກ ປັດ​ຈຸ​ບັນ​ນີ້​ໄດ້ແຜ່​ລາມ​ໄປ​ສູ່ ປະ​ເທດເຊ​ເນ​ການ ທີ່​
ໄດ້​ປະກາດ​ກ່ຽວກັບກໍລະນີທຳ​ອິດ​ໃນ​ວັນ​ສຸກ​ວານນີີ້.

ລັດຖະມົນຕີ ສາທາລະນະ​ສຸກ ທ່ານນາງ Awa Marie Coll
Seck ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ຜູ້​ທີ່​ຕິດ​ເຊື້ອ​ເປັນນັກສຶກ
ສາມະຫາວິທະຍາ​ໄລ ​ຊາວກີ​ເນຍ ທີ່​ໄປຮັບການ​ປິ່ນປົວ​ ຢູ່​ໂຮງ
ໝໍເຊ​ເນ​ການແຫ່ງນຶ່ງ ​ໃນ​ນະຄອນຫລວງ Dakar ​ໃນ​ອາທິດ​ນີ້.
ທ່ານ​ນາງກ່າວ​ວ່າ ຊາຍໜຸ່ມ​ຄົນ​ດັ່ງກ່າວ​ ສາລະພາບ​ວ່າ​ໄດ້​ສຳ
ຜັດກັບ​ຄົນ​ປ່ວຍຕິດເຊື້ອອີ​ໂອລາ ​ໃນ​ປະ​ເທດ​ກີ​ເນຍ.

Ebola Vaccine Trials To Begin Next Week
please wait

No media source currently available

0:00 0:02:27 0:00

​ເຊ​ເນ​ການ​ເປັນ​ປະ​ເທດ​ທີ່​ຫ້າທີ່​ຜູ້ຕິດເຊື້ອ ໃນ​ການ​ແຜ່​ລະ​ບາດອີ​ໂບລາ ຢູ່​ໃນ​ຂົ​ງ​ເຂດ ທີ່
​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ​ໄປ​ແລ້ວ​ກວ່າ 1,500 ຄົນ ສ່່ວນໃຫຍ່​ຢູ່​ໃນປະ​ເທດກີ​ເນຍ ​ໄລ​ບີ
ເຣຍ ​ແລະ ຊີແອຣາເລ​ອອນ.

ອົງການ​ອາ​ນະ​ໄມ​ໂລກ ໄດ້​ເຕືອນ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ການ​ແຜ່​ລະບາດ​ເປັນ​ເວລາ​ຫົກ
​ເດືອນ​ທີ່​ຜ່ານ​ມາ ກຳລັງ​ເພີ້​ມທະວີຄວາມຮ້າຍແຮງຂຶ້ນ ໂດຍ 40 ​ເປີ​ເຊັນ​ຂອງກໍລະນີຕິດ
ເຊື້ອທັງ​ໝົດ ແມ່ນມີ​ຂຶ້ນ​ໃນລະຍໄ 21 ມື້​ທີ່​ຜ່ານ​ມານີ້.

​ໃນ​ວັນ​ສຸກ​ວານ​ນີ້ ບັນດາ​ນັກວິທະຍາສາດກ່າວ​ວ່າ ຢາ​ທົດ​ລອງປົວພະຍາດອີ​ໂບລາ ​ໄດ້
ປິ່ນປົວ​ພວກ​ລີງທີ່​ຕິ​ດເຊື້ອທັງໝົດ ​ຢູ່​ໃນ​ຫ້ອງ​ແລັບຫຼືຫ້ອງທົດລອງ 18 ​ແຫ່ງ. ບັນດາ​ນັກ
ວິທະຍາສາດກ່າວ​ວ່າ ແມ່ນແຕ່ພວກ​ລີງ​ທີ່​ໄດ້​ຮັບ​ການ​ປິ່ນ ປົວ​ດ້ວຍ​ຢາ ZMapp ຫ້າ​ມື້​ຫລັງ​ຈາກຕິດເຊື້ອແລ້ວ ກໍລອດ​ຊີ​ວີ​ດມາໄດ້.

WEST AFRICA EBOLA CNPK
please wait

No media source currently available

0:00 0:01:28 0:00

XS
SM
MD
LG