ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະມາຊິກສະພາສູງ ສະຫະລັດ ຊອກຫາຂໍ້ມູນ ການປິ່ນປົວ ຄົນເຂົ້າເມືອງ ທີ່ຖືກກັກຂັງ


ຜູ້ຍິງຊາວກົວເຕມາລາຄົນນຶ່ງ ແລະເດັກນ້ອຍຄົນນຶ່ງ ທີ່ເຫັນຢູ່ໃນຫ້ອງພັກ.
ຜູ້ຍິງຊາວກົວເຕມາລາຄົນນຶ່ງ ແລະເດັກນ້ອຍຄົນນຶ່ງ ທີ່ເຫັນຢູ່ໃນຫ້ອງພັກ.

ບັນດາ​ສະມາຊິກ​ສະພາ​ສູງ​ສະຫະລັດ ທີ່​ກ່າວ​ວ່າ ເຂົາ​ເຈົ້າໄດ້​ຍິນລາຍງານຂ່າວ​ຫລາຍ ​
ສະບັບ ກ່ຽວ​ກັບສະພາບ​ ຄວາມ​ບໍ່​ມີ​ມະນຸດສະທຳ ຢູ່ຕາມສູນຄຸມຂັງຄົນ​ເຂົ້າເມືອງແຫ່ງ
ຕ່າງໆ ກຳລັງ​ຮຽກຮ້ອງໃຫ້​ເປີດ​ເຜີ​ຍຂໍ້ມູນ​ເພີ່​ມຕື່ມ.

ຢູ່​ໃນ​ໜັງສືສະບັບ​ນຶ່ງ ​ທີ່​ສົ່ງ ໃນວັນ​ສຸກ​ວານ​ນີ້ ໄປ​ຫາລັດຖະມົນຕີກະຊວງ​ຮັກສາຄວາມ​
ປອດ​ໄພ​ພາຍ​ໃນ​ຂອງ​ສະຫະລັດ ທ່ານ John Kelly ສະມາຊິກ​ສ​ະ​ພາ​ສູງ 12 ທ່ານຊຶ່ງ
11 ທ່ານເປັນສະມາຊິກພັກ​ເດ​ໂມ​ແຄຣັດແລະທ່ານ Bernie Sanders ທີ່​ບໍ່​ສັງກັດ​ພັກ
ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຮ້ອງທຸກ ຫລາຍ​ສະບັບ ກ່ຽວ​ກັບ ການ​ບໍລິການ​ດ້ານ​ການ
​ແພດ​ແກ່ພວກ​ຄົນ​ເຂົ້າ​ເມືອງ​ທີ່​ຖືກ​ກັກ​ຂັງ ​ທີ່​ເປັນສັນຊາດ​ຕ່າງປະ​ເທດ ຫລາຍ​ຮ້ອຍ​ພັນ
​ຄົນ​ໃນ​ແຕ່ລະ​ປີ.

ບັນດາ​ສະມາ​ຊິກ​ສະພາສູງກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຍິນ “​ລາຍ​ງານຫລາຍ​ສະບັບ​ກ່ຽວກັບ​
ພວກທີ່​ຖືກ​ກັກ​ຂັງ ຊຶ່ງໃນທີ່ສຸດ ໄດ້​ຖືກ​ນຳສົ່ງໂຮງໝໍ ​ເນື່ອງ​ຈາ​ກການ​ຊັກ​ຊ້າ ​ໃນ​ການ
​ປິ່ນປົວ ຫລື​ເພາະວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ຢາ​ປົວ​ທີ່​ຈຳ​ເປັນ ຫຼືເພາະວ່າ​ຂາດ​ເຂີນ​ການ​ປິ່ນ
ປົວ​ໃຫ້​ແກ່​ຄົນທີ່ເປັນ​ໂລກ​ຈິດຮ້າຍ​ແຮງ ຫລັງ​ຈາກ​ໄດ້​ຖືກ​ປ່ອຍອອກ​ຈາກບ່ອນ​ກັກ​ຂັງ.

ທາງເຂົ້າໄປຫາໂຮງການພາສີ ແລະກວດຄົນເຂົ້າເມືອງ ສະຫະລັດ ທີ່ບ່ອນກັກຂັງ Otay Mesa.
ທາງເຂົ້າໄປຫາໂຮງການພາສີ ແລະກວດຄົນເຂົ້າເມືອງ ສະຫະລັດ ທີ່ບ່ອນກັກຂັງ Otay Mesa.

ເຂົາ​ເຈົ້າ​ໄດ້​ຮຽກ​ຮ້ອງ​ໃຫ້​ທ່ານ Kelly ຕອບ​ພາຍ​ໃນ 30 ວັນອະທິບ​າຍວ່າ ພວກ​ທີ່​ຖືກ
​ກັກ​ຂັງ​ໃໝ່ ​ໄດ້​ຮັບ​ການ​ປິ່ນປົວ​ຢ່າງໃດ ​ແລະ​ພວກ​ທີ່​ຖືກ​ປ່ອຍ​ໂຕ​ອອກ​ໄປ​ນັ້ນ​ ໄດ້​ຖືກ​
ກວດສອບ​ໃນ​ທາງ​ທີ່​ຄໍ້າ​ປະກັນ ​ກ່ຽວກັບການສືບຕໍ່​ປິ່ນປົວ.

ບັນດາ​ສະມາ​ຊິກ​ສະພາສູງ ​ຍັງ​ຊອກ​ຫາ​ຂໍ້​ມູນ​ກ່ຽວກັບ​ວ່າ ການຮ້ອງທຸກ ທາງດ້ານ​ສຸ
ຂະພາບ​ຂອງ​ພວກ​ຖືກ​ກັກ​ຂັງ​ ມີການຈັດການແບບໃດ ຄວາມ​ຕ້ອງການ​ປິ່ນປົວຕາມ
ທຳ​ມະ​ດາທາງດ້ານການແພດ ​ດັ່ງ​ໂຕ​ຢ່າງການ​ຟອກເລືອດ​ແລະ​ການ​ປ່ຽນ​ເລືອດ​ໄດ້
​ຮັບ​ການ​ຊ່ວຍ​ເຫລືອແບບໃດ ​ແລະ ​ຄວາມ​ຢູ່ດີ​ຂອງ​ເດັກນ້ອບ ​ແລະ ​ການບົວລະບັດ
ເພື່ອ​ປ້ອງ​ກັນ ​ໄດ້​ຮັບ​ການ​ຊ່ວຍ​ເຫລືອແບບໃດ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG