ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສະພາສູງ ຮຽກຮ້ອງໃຫ້ ສຫລ ສືບສວນ ກໍລະນີ ຫາຍສາບສູນ ຂອງ ທ. ຄາຊອກກີ


ບັນ​ດາ​ນັກ​ເຄື່ອນ​ໄຫ​ວ, ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ສິດ​ທິ​ມະ​ນຸດ ສາ​ຂາ ອິ​ສ​ຕັນ​ບູ​ລ, ຖື​ປ້າຍ​ພ້ອມ​ກັບ​ຮູບ​ຂອງ​ນັກ​ຂ່າວ​ ຊາ​ອຸ​ດີ ອາ​ຣາ​ເບຍ ທີ່​ຫາຍ​ສາບ​ສູນ ທ້າວ ຈາ​ມາ​ລ ຄາ​ຊອກ​ກີ, ລົມ​ກັບ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສື່ມວນ​ຊົນ, ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ເພື່ອ​ສະ​ໜັບ​ສະ​ໜູນ​ລາວ ຢູ່​ສະ​ຖານ​ກົງ​ກຸນ ຊາ​ອຸ​ດີ ອາ​ຣາ​ເບຍ. ໃນ​ນະ​ຄອນ ອິ​ສ​ຕັນ​ບູ​ລ. 9 ຕຸ​ລາ, 2018.
ບັນ​ດາ​ນັກ​ເຄື່ອນ​ໄຫ​ວ, ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ສິດ​ທິ​ມະ​ນຸດ ສາ​ຂາ ອິ​ສ​ຕັນ​ບູ​ລ, ຖື​ປ້າຍ​ພ້ອມ​ກັບ​ຮູບ​ຂອງ​ນັກ​ຂ່າວ​ ຊາ​ອຸ​ດີ ອາ​ຣາ​ເບຍ ທີ່​ຫາຍ​ສາບ​ສູນ ທ້າວ ຈາ​ມາ​ລ ຄາ​ຊອກ​ກີ, ລົມ​ກັບ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສື່ມວນ​ຊົນ, ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ເພື່ອ​ສະ​ໜັບ​ສະ​ໜູນ​ລາວ ຢູ່​ສະ​ຖານ​ກົງ​ກຸນ ຊາ​ອຸ​ດີ ອາ​ຣາ​ເບຍ. ໃນ​ນະ​ຄອນ ອິ​ສ​ຕັນ​ບູ​ລ. 9 ຕຸ​ລາ, 2018.

ບັນດາສະມາຊິກສະພາສູງ ສະຫະລັດ ກຸ່ມນຶ່ງ ກຳລັງກົດດັນ ປະທານາທິບໍດີ ສະຫະລັດ
ທ່ານ ດໍໂນລ ທຣຳ ໃຫ້ສືບສວນສອບສວນ ເບິ່ງການຫາຍ​ໂຕໄປ ຂອງນັກຂ່າວຊາວ
ຊາອຸດີ ອາຣາເບຍ ທີ່ອາດເປັນຜົນ ໃຫ້ມີການວາງມາດຕະການລົງໂທດ ຕໍ່ບັນດາ
ເຈົ້າໜ້າທີ່ ຂອງຊາອຸດີ ອາຣາເບຍ ແລະ ໜ່ວຍງານຕ່າງໆ ທີ່ກ່ຽວຂ້ອງ.

​ໃນໜັງສືສະບັບນຶ່ງ ທີ່​ສົ່ງເຖິງ ທ່ານ ທຣຳ ເມື່ອວັນພຸດວານນີ້ ກຸ່ມສະມາຊິກສະພາສູງ
ດັ່ງກ່າວ ໄດ້ນຳໃຊ້ກົດໝາຍ Global Magnitsky ປີ 2016 ໂດຍຮຽກຮ້ອງໃຫ້​ທຳການ
ສືບສວນສອບສວນ ກໍລະນີຂອງ ທ່ານ ຈາມາລ ຄາຊອກກີ ຜູ້ທີ່ບໍ່ໄດ້ພົບເຫັນອີກເລີຍ
ຕັ້ງແຕ່ຜູ້ກ່ຽວ ໄດ້ເຂົ້າໄປໃນກົງສຸນຂອງຊາອຸດີ ອາຣາ ເບຍ ປະຈຳນະຄອນ ອິສຕັນບູລ
ຂອງເທີກີ ເມື່ອສັບປະດາແລ້ວນີ້.

ໜັງສືສະບັບດັ່ງກ່າວ ຂຽນວ່າ “ການຫາຍສາບສູນໄປ ເມື່ອບໍ່ດົນມານີ້ ຂອງນັກຂ່າວ
ຊາວຊາອຸດີ ອາຣາເບຍ ແລະ ເປັນນັກຂຽນບົດຄວາມ ໃຫ້ແກ່ໜັງສືພິມ ວໍຊິງຕັນ
ໂພສທ໌ ທ່ານ ຈາມາລ ຄາຊອກກີ ສະເໜີແນະວ່າ ທ່ານອາດເປັນຜູ້​ເຄາະ​ຮ້າຍ ໃນ
ການ​ລ່ວງລະ​ເມີດສິດທິມະນຸດ ທີ່ນານາຊາດຮັບຮູ້ ຢ່າງ​ຮ້າຍ​ແຮງ.”

ໜັງສືນີ້ ກ່າວຕື່ມວ່າ “ຄວາມຄາດ​ຫວັງຂອງພວກເຮົາ ກໍແມ່ນວ່າ ໃນຄວາມມຸ້ງໝັ້ນ
ຂອງທ່ານ ທ່ານຈະພິຈາລະນາຂໍ້ມູນໃດໆທີ່ກ່ຽວຂ້ອງ ລວມທັງ ບັນດາເຈົ້າໜ້າທີ່
ລະດັບສູງສຸດ ໃນລັດຖະບານ ຂອງຊາອຸດີ ອາຣາເບຍ ນຳດ້ວຍ.”

ຕໍ່ຈາກນັ້ນ ທ່ານປະທານາທິບໍດີ ຕ້ອງໄດ້ລາຍງານໃຫ້ ສະພາສູງຊາບ ພາຍໃນ 120 ວັນ
ໂດຍໃຫ້ມີຂໍ້ກຳນົດ ແລະການຕັດສິນໃຈ ກ່ຽວກັບ ການວາງມາດຕະການລົງໂທດ.

ທຳນຽບຂາວ ກ່າວໃນວັນພຸດວານນີ້ວ່າ ບັນດາເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ທ່ານ
ທຣຳ ໄດ້ໂອ້ລົມກັບ ອົງ​ມົງ​ກຸດ​ຣາ​ຊະ​ກຸ​ມານຂອງຊາອຸດີ ອາຣາເບຍ ​ເຈົ້າ​ຟ້າຊາຍ
ໂມຮາມເມັດ ບິນ ຊາລມານ ກ່ຽວກັບ ການຫາຍສາບສູນທີ່ເປັນປິດສະໜາ ຂອງທ່ານ
ຄາຊອກກີ ຜູ້ທີ່ບັນດາເຈົ້າໜ້າທີ່ຂອງເທີກີ ກ່າວວ່າ ພວກເພິ່ນເຊື່ອວ່າ ທ່ານຄາຊອກກີ
ໄດ້ຖືກຄາດຕະກຳ ເມື່ອສັບປະດາແລ້ວນີ້ ຢູ່ໃນກົງສຸນຂອງຣີຢາດ ປະຈຳນະຄອນ
ອິສຕັນບູລ.

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ ຈອນ ໂບລຕັນ ແລະ ທີ່ປຶກສາອາວຸໂສ ທ່ານ ຈາເຣດ ຄຸຊເນີ ຜູ້ທີ່ເປັນລູກເຂີຍຂອງປະທານາທິບໍດີ ດໍໂນລ ທຣຳ ໄດ້ລົມກັບ ເຈົ້າກຟ້າ
ຊາຍ ຊາລມານ ໃນວັນອັງຄານຜ່ານ​ມາ ໃນຂະນະທີ່ລັດຖະມົນຕີວ່າການຕ່າງປະເທດ
ທ່ານ ໄມຄ໌ ພອມພຽວ ໄດ້ໂທລະສັບ ໄປລົມຕື່ມອີກກັບ ຜູ້ນຳຂອງຊາອຸດີ ອາຣາເບຍ ເພື່ອ
ເນັ້ນຢ້ຳເຖິງການຮຽກຮ້ອງຂໍຂໍ້ມູນ ກ່ຽວກັບ ກໍລະນີດັ່ງກ່າວ ຂອງສະຫະລັດ ອີງຕາມການ
ກ່າວຂອງທຳນຽບຂາວ.

ທຳນຽບຂາວ ໄດ້ກ່າວອີກວ່າ “ໃນການໂທລະສັບທັງ​ສອງ​ຄັ້ງ​ນັ້ນ ພວກເຈົ້າໜ້າ ທີ່ໄດ້ຂໍ
ເອົາລາຍລະອຽດຕື່ມອີກ ແລະຂໍໃຫ້ລັດຖະບານຊາອຸດີ ອາຣາເບຍ ມີຄວາມໂປ່ງໃສ ໃນຂັ້ນຕອນການສືບສວນສອບສວນ.”
ໂຄສົກທຳນຽບຂາວ ທ່ານນາງ ແຊຣາ ຮັກກາບີ
ແຊນເດີສ໌ ໄດ້ກ່າວວ່າ ສະຫະລັດ ຈະສືບຕໍ່​ຕິດ​ຕາມເບິ່ງ ຜົນການສືບສວນສອບສວນ
ທີ່ຈະອອກມາ ຢູ່ອິສຕັນບູລ ແຕ່ບໍ່ໄດ້ໃຫ້ ຂໍ້ມູນກ່ຽວກັບ ສິ່ງທີ່ເຈົ້າຟ້າຊາຍ ຊາອຸດີ
ອາຣາເບຍ ໄດ້ບອກຕໍ່ ບັນດາເຈົ້າໜ້າທີ່ ສະຫະລັດ ກ່ຽວກັບ ການຫາຍສາບສູນໄປຂອງ
ທ່ານ ຄາຊອກກີ.

ທ່ານທຣຳ ໄດ້ກ່າວບອກບັນດານັກຂ່າວວ່າ ທ່ານໄດ້ລົມກັບບັນດາເຈົ້າໜ້າທີ່ຢູ່ ຊາອຸດີ
ອາຣາເບຍ “ໃນລະດັບສູງສຸດ” ກ່ຽວກັບ ການຫາຍສາບສູນໄປ ຂອງ ທ່ານຄາຊອກກີ
ແຕ່ບໍ່ໄດ້ໃຫ້ຄຳຊີ້ແຈງໃດໆ ກ່ຽວກັບວ່າ ທ່ານຄາຊອກກີ ຢູ່ໃສ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG