ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະມາຊິກສະພາສູງ ແລະເຈົ້າໜ້າທີ່ ລັດຖະບານທ່ານໄບເດັນ ເຈລະຈາກັນ ເລື້ອງ ເງິນບັນເທົາທຸກ ໄວຣັສໂຄໂຣນາ ຮອບໃໝ່


ແສງຕາເວັນຍາມເຊົ້າສາດສ່ອງໃສ່ທໍານຽບຂາວ ໃນນະຄອນຫລວງວໍຊິງຕັນ ໃນວັນທີ 23 ມັງກອນ, 2021. (ພາບຖ່າຍໂດຍ AP Photo/Patrick Semansky)
ແສງຕາເວັນຍາມເຊົ້າສາດສ່ອງໃສ່ທໍານຽບຂາວ ໃນນະຄອນຫລວງວໍຊິງຕັນ ໃນວັນທີ 23 ມັງກອນ, 2021. (ພາບຖ່າຍໂດຍ AP Photo/Patrick Semansky)

ສະມາຊິກສະພາສູງສະຫະລັດກຸ່ມນຶ່ງໄດ້ເຈລະຈາກັນກັບເຈົ້າໜ້າທີ່ລັດຖະບານຂອງທ່ານໄບເດັນ ກ່ຽວກັບຂໍ້ສະເໜີເງິນບັນເທົາທຸກຈາກການລະບາດຂອງໄວ ຣັສໂຄໂຣນາຈຳນວນ 1 ພັນ 900 ຕື້ໂດລາຂອງທ່ານປະທານາທິບໍດີ ແລະກ່າວວ່າພວກເພິ່ນຫວັງວ່າຈະຜ່ານນິຕິກໍາດັ່ງກ່າວ ກ່ອນການໄຕ່ສວນຄະດີຟ້ອງຮ້ອງອະດີດປະທານາທິບໍດີດໍໂນລ ທຣໍາ.

ບັນດາສະມາຊິກສະພາທັງຈາກພັກເດໂມແຄຣັດ ແລະພັກຣີພັບບລີກັນກ່າວວ່າ ພວກເພິ່ນເຫັນດີນໍາກັນວ່າບູລິມະສິດໃນປັດຈຸບັນນີ້ ແມ່ນເລັ່ງການສັກຢາປ້ອງກັນພະຍາດ ແລະການດໍາເນີນຄວາມພະຍາຍາມ ໃນການກວດພະຍາດໃຫ້ໄວຂຶ້ນ.

ພວກສັງກັດພັກຣີພັບບລີກັນຈຳນວນນຶ່ງໄດ້ຕັ້ງຄຳຖາມ ກ່ຽວກັບຄວາມຈຳເປັນຂອງການໃຊ້ຈ່າຍງົບປະມານຈຳນວນຫລວງຫຼາຍດັ່ງກ່າວ ພາຍໃນນຶ່ງເດືອນຫລັງຈາກສະພາໄດ້ອະນຸມັດມາດຕະການບັນເທົາທຸກ 900 ຕື້ໂດລາໄປແລ້ວ.

ການຊ່ວຍເຫລືອຊຸດກ່ອນໜ້ານີ້ ມີຂຶ້ນຫລັງຈາກມີຄວາມເຫັນແຕກຕ່າງກັນກ່ຽວກັບຂະໜາດ ຂອງການຈ່າຍເງິນໂດຍກົງທີ່ສົ່ງໄປໃຫ້ຄອບຄົວຊາວອາເມຣິກັນ. ການແກ້ໄຂບັນຫາຂັ້ນສຸດທ້າຍແມ່ນການຈ່າຍເງິນຫຼາຍເຖິງ 600 ໂດລາຕໍ່ຄົນ, ເຊິ່ງຈຳນວນທີ່ວ່ານີ້ ແມ່ນຫລຸດລົງໂດຍອີງໃສ່ລາຍໄດ້.

ຂໍ້ສະເໜີຫລ້າສຸດແມ່ນກ່ຽວຂ້ອງກັບການຈ່າຍເງິນ 1,400 ໂດລາ ແລະໃນການເຈລະຈາ ໃນວັນອາທິດຜ່ານມາ ພວກຄັດຄ້ານຂໍ້ສະເໜີດັ່ງກ່າວ ໄດ້ໂຕ້ຖຽງວ່າ ການຊ່ວຍເຫຼືອຄວນຈະແນເປົ້າໝາຍໃສ່ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອຫຼາຍທີ່ສຸດ.

ທ່ານໄບເດັນໄດ້ກ່າວວ່າ ການແກ້ໄຂການລະບາດຂອງພະຍາດເປັນບູລິມະສຸດສຳຄັນອັນດັບນຶ່ງ ສຳລັບເດືອນທີ່ເລີ້ມຕົ້ນ ການເປັນປະທານາທິບໍດີຂອງທ່ານ.

ຫລາຍກວ່າ 419,000 ຄົນໃນສະຫະລັດໄດ້ເສຍຊີວິດໄປຍ້ອນການຕິດພະຍາດໂຄວິດ-19, ເຊິ່ງມີຜູ້ຕິດເຊື້ອທັງໝົດ ຫຼາຍກວ່າ 25 ລ້ານຄົນ.

ສະພາສູງແມ່ນຈະເລີ້ມການໄຕ່ສວນຄະດີຟ້ອງຮ້ອງທ່ານທຣໍາໃນອາທິດຂອງວັນທີ 8 ກຸມພາ ຈະມາເຖິງນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG