ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະມາຊິກສະພາສູງ ວໍເຣັນ ປະກາດ ໃຫ້ການສະໜັບສະໜູນ ທ່ານໄບເດັນ ແຂ່ງຂັນເປັນປະທານາທິບໍດີ


ສະມາຊິກສະພາສູງ ເອລິຊາເບັດ ວໍເຣັນ ທ່ານເບີນີ ແຊນເດີຣສ໌ ແລະອະດີດຮອງປະທານາທິບໍດີ ໂຈ ໄບເດັນ.
ສະມາຊິກສະພາສູງ ເອລິຊາເບັດ ວໍເຣັນ ທ່ານເບີນີ ແຊນເດີຣສ໌ ແລະອະດີດຮອງປະທານາທິບໍດີ ໂຈ ໄບເດັນ.

ສະມາຊິກສະພາສູງສະຫະລັດ ທ່ານນາງ ເອລີຊາເບັດ ວໍເຣັນ ໄດ້ໃຫ້ການສະ ໜັບສະ
ໜູນຕໍ່ຜູ້ສະໝັກ ທີ່ມີຄວາມຫວັງຈະໄດ້ເປັນປະທານາທິບໍດີທ່ານໂຈ ໄບ ເດັນ ໃນວັນ
ພຸດວານນີ້ ໂດຍປະກາດວ່າ ອະດີດຮອງປະທານາທິບໍດີ ພິສູດໃຫ້ ເຫັນວ່າ ທ່ານເປັນ
ຜູ້ນຳ ທີ່ດີເລີດທີ່ຈະນຳພາປະເທດຊາດ ກ້າວໄປຂ້າງໜ້າ.

ທ່ານນາງວໍເຣັນ ໄດ້ກ່າວຢູ່ໃນວີດີໂອ ນຳອອກເຜີຍແຜ່ທາງທວິດເຕີວ່າ “ຄວາມສາມາດ
"ທີ່ຈະເຂົ້າໃຈຈຸດຢືນຂອງຜູ້ອື່ນເປັນເລື້ອງສຳຄັນ. ແລະໃນຂະນະທີ່ພວມ ເກີດວິກິດ
ການຢູ່ນີ້ ຍິ່ງມີຄວາມສຳຄັນຂຶ້ນຕື່ມ ທີ່ປະທານາທິບໍດີຄົນຕໍ່ໄປຈະຟື້ນ ຟູຄວາມເຊື່ອ
ໝັ້ນຂອງຊາວອາເມຣິກັນ ໃນລັດຖະບານທີ່ດີ ແລະມີປະສິດທິຜົນ ແລະຂ້າພະເຈົ້າ
ເຄີຍໄດ້ເຫັນ ທ່ານໂຈ ໄບເດັນ ຊ່ວຍສ້າງສາປະເທດຂອງພວກ ເຮົາມາແລ້ວ.”

ທ່ານນາງວໍເຣັນ ກ່າວເພີ້ມອີກວ່າ “ທ່ານຮູ້ວ່າ ລັດຖະບານບໍລິຫານດ້ວຍກຽດສັກສີ
ຄວາມສາມາດ ແລະມີຈິດໃຈທີ່ຈະປົກປັກຮັກສາຊີວິດ ແລະຮັກສາວີຖີຊີ ວິດການ
ເປັນຢູ່ ແລະພວກເຮົາບໍ່ສາມາດທີ່ຈະປ່ອຍໃຫ້ ທ່ານດໍໂນລ ທຣໍາ ສຶບຕໍ່ດຳເນີນການ
ທີ່ເປັນອັນຕະລາຍຕໍ່ຊີວິດ ແລະການເປັນຢູ່ຂອງຊາວອາເມຣິກັນ ທຸກໆຄົນ.”

ທ່ານນາງວໍເຣັນ ຄູ່ແຂ່ງທີ່ຫ້າວຫັນຂອງທ່ານໄບເດັນ ກ່ອນທີ່ທ່ານນາງຈະຍຸຕິການ
ໂຄສະນາຫາສຽງ ປີ 2020 ເພື່ອໃຫ້ຖືກແຕ່ງຕັ້ງ ເປັນຜູ້ສະໝັກປະທານາທິບໍດີ ໃນ
ເດືອນແລ້ວນີ້ ເປັນຄົນທີສາມທີ່ມີຊື່ສຽງໄດ້ປະກາດໃຫ້ການສະໜັບສະໜູນທ່ານໃນອາທິດນີ້ ໃນຂະນະທີ່ພັກເດໂມແຄຣັດຊອກຫາທງທ້ອນໂຮມກັນ ກ່ອນການເລືອກຕັ້ງທົ່ວໄປໃນເດືອນພະຈິກຈະມາເຖິງນີ້.

ຄູ່ແຂ່ງທີ່ຫ້າວຫັນ ແລະສະມາຊິກສະພາສູງ ເບີນີ ແຊນເດີຣສ໌ ທີ່ບໍ່ສັງກັດພັກ ໄດ້ປະ
ກາດໃຫ້ທ່ານໄບເດັນ ໃນວັນຈັນທີ່ຜ່ານມາ ຫຼັງຈາກໄດ້ຍົກເລີກການໂຄສະນາຫາ
ສຽງຂອງທ່ານໃນອາທິດແລ້ວນີ້ ນຶ່ງມື້ກ່ອນທີ່ອະດີດປະທານາທິບໍດີ ບາຣັກ ໂອບາມາ
ໄດ້ປະກາດໃຫ້ການສະໜັບສະໜູນອະດີດຮອງປະທານາທິ ບໍດີໄບເດັນ.

ການປະກາດໃຫ້ການສະໜັບສະໜູນຈາກທ່ານນາງວໍເຣັນ ແລະທ່ານແຊນເດີຣສ໌
ອາດຊ່ວຍທ່ານໄບເດັນ ໄດ້ຮັບການສະໜັບສະໜູນ ຈາກພວກຫົວກ້າວໜ້າ ໃນພັກ
ເດໂມແຄຣັດ.

ທ່ານໄບເດັນໄດ້ຊອກຫາການສະໜັບສະໜູນຈາກອະດີດບັນດາຄູ່ແຂ່ງຂອງທ່ານ
ໂດຍການຮັບເອົາທ່າທີທາງດ້ານການເມືອງຂອງພວກເຂົາເຈົ້າ. ໃນເດືອນມີນາ ທີ່
ຜ່ານມາ ທ່ານໄບເດັນໄດ້ປະກາດສະໜັບສະໜູນທີ່ຈະຍົກເລີກບາງພາກສ່ວນ ກົດ
ໝາຍ ທີ່ເຮັດໃຫ້ເປັນການຍາກຂຶ້ນສໍາລັບການປະກາດລົ້ມລະລາຍ. ທ່ານໄບ ເດັນ
ແລະທ່ານນາງວໍເຣັນ ໄດ້ປະທະກັນກ່ຽວກັບບັນຫາດັ່ງກ່າວ ເມື່ອ 15 ປີ ກ່ອນ ຊຶ່ງ
ເວລານັ້ນ ທ່ານໄບເດັນ ເປັນສະມາຊິກສະພາສູງໃຫ້ການສະໜັບສະໜູນ ຕໍ່ຂໍ້ສະ
ເໜີ ແລະທ່ານນາງວໍເຣັນ ໄດ້ຄັດຄ້ານວ່າ ເປັນຜູ້ຊ່ຽວຊານດ້ານລົ້ມລະລາຍ ແລະ
ເປັນອາຈານສອນຢູ່ມະຫາວິທະຍາໄລຮາເວີດ.

ທ່ານນາງວໍເຣັນ ກ່າວວ່າ “ຮວມຢູ່່ໃນບັນດາຜູ້ສະໝັກທັງໝົດ ທີ່ຂ້າພະເຈົ້າໄດ້

ຮ່ວມຢູ່ແຂ່ງຂັນຂັ້ນຕົ້ນຂອງພັກເດໂມແຄຣັດບໍ່ມີໃຜຜູ້ນຶ່ງທີ່ຂ້າພະເຈົ້າເຫັນພ້ອມ
ນໍາ 100 ເປີເຊັນ ຂອງເວລາກວ່າປີນຶ່ງທີ່ຜ່ານມາ ທ່ານໂຈ ໄບເດັນ ໄດ້ຢູ່ຫັ້ນ ໃນ
ເວລານັ້ນ ທີ່ຂ້າພະເຈົ້າໄດ້ເປັນສະມາຊິກສະພາສູງ ທ່ານໄດ້ເປັນຜູ້ສາບານ ໂຕຮັບ
ເອົາຂ້າພະເຈົ້າເຂົ້າຮັບຕໍາແໜ່ງ. ແລະເວລາທ່ານເຮັດພິທີສາບານໂຕນັ້ນ ທ່ານໄດ້
ກ່າວວ່າ “ທ່ານເຮັດໃຫ້ຂ່້າພະເຈົ້າຫຍຸ້ງຍາກທີ່ສຸດ ແລະທ່ານຈະເຮັດ ວຽກດີທີ່ສຸດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG