ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຖານ​ທີ່​ຝັງ​ສົບ ​ບ່ອນ​ສຸດ​ທ້າຍ​ຂອງທ່ານ​​ແມັກ​ເຄນ ແມ່ນ​​ຈັດ​ໃຫ້​ຢູ່ ວິທະຍາຄານທະຫານ ເຮືອສະຫະລັດ


ຂະບວນແຫ່ສົບຂອງທ່ານ​ຈອນ ​ແມັກ​ເຄນ ​ແຫ່ງ​ລັດ​ອາຣິ​ໂຊ​ນາ, ສາມາ​ຊິກ​ສະພາ​ສູງ​ສະຫະລັດ ໄປຍັງສະຖານທີ່ຝັງສົບ ທີ່ສຸສານ ວິທະຍາຄານທະຫານເຮືອ ເມືອງອານາໂປລິສ,
ລັດແມຣີແລນດ໌, ວັນທີ 2 ກັນຍາ 2018. ທ່ານແມັກເຄນ ເສຍຊີວີດ ໃນວັນທີ 25 ສິງຫາ 2018 ຈາກໂຣກມະເຮັງສະໝອງ, ຮວມທາຍຸໄດ້ 81 ປີ.
ຂະບວນແຫ່ສົບຂອງທ່ານ​ຈອນ ​ແມັກ​ເຄນ ​ແຫ່ງ​ລັດ​ອາຣິ​ໂຊ​ນາ, ສາມາ​ຊິກ​ສະພາ​ສູງ​ສະຫະລັດ ໄປຍັງສະຖານທີ່ຝັງສົບ ທີ່ສຸສານ ວິທະຍາຄານທະຫານເຮືອ ເມືອງອານາໂປລິສ, ລັດແມຣີແລນດ໌, ວັນທີ 2 ກັນຍາ 2018. ທ່ານແມັກເຄນ ເສຍຊີວີດ ໃນວັນທີ 25 ສິງຫາ 2018 ຈາກໂຣກມະເຮັງສະໝອງ, ຮວມທາຍຸໄດ້ 81 ປີ.

ສາມາ​ຊິກ​ສະພາ​ສູງ​ສະຫະລັດ ທ່ານ​ຈອນ ​ແມັກ​ເຄນ ​ແຫ່ງ​ລັດ​ອາຣິ​ໂຊ​ນາ ​ໄດ້​ຖືກ​ນຳ
ໄປຝັງ ໃນ​ວັນອາ​ທິດ​ວານ​ນີ້ ​ທີ່ມະຫາວິທະຍາໄລ ​ແອ​ລມາ ​ແມ​ເຕີຣ໌ ຂອງເພິ່ນ ຄື​ວິທະຍາຄານທະຫານເຮືອ ທີ່​ເມືອງ​ແອນ​ນາ​ໂປ​ລິ​ສ ລັດ ​ແມຣີ​ແລນ​ດ໌ ຫຼັງ​ຈາກ 5 ມື້
​ຂອງການ​ໄວ້ອາ​ໄລ​ ລະ​ລຶກ​ເຖິງຄວາມ​ເປັນ​ວິລະບຸ​ລຸດ ​ເຈົ້າ​ໜ້າທີ່​ລະດັບ​ສູງ ຕໍ່​ຊາວ​ໂລກ
ແລະ​ຊາວ​ອາ​ເມຣິກັນ ຜູ້​ຮັກ​ຊາດ.

ສະຖານ​ທີ່​ຝັງ​ສົບ ​ບ່ອນ​ສຸດ​ທ້າຍ​ຂອງທ່ານແມັກ​ເຄນ ແມ່ນ​ໄດ້​ຈັດ​ໃຫ້​ຝັງຢູ່​ຄຽງຂ້າງກັບ
​ເພື່ອນສະ​ນິດຂອງ​ທ່ານ ​ທີ່ເປັນ​ເພື່ອນ​ຮ່ວມ​ສະ​ຖາ​ບັນ ນາຍ​ພົນ ຊັກ ລາຣ໌ຊັນ ຜູ້​ຊຶ່ງໄດ້
​ເສຍ​ຊີວິດ ​ໃນ​ປີ 2014 ນັ້ນ.

ນາງ ເດັບບີ ຣັສມູແຊນ ຈາກເມືອງອາຣ໌ໂນລ, ລັດແມຣີແລນດ໌, ນັ່ງໃນລົດຂອງລາວ ທີ່ເຝົ້າເບິ່ງ ຂະບວນການຊາປະນະກິດ ໃນພິທີຝັງ ທ່ານຈອນ ແມັກເຄນ, ສະມາຊິກສະພາສູງ ຈາກລັດ ອາຣີໂຊນາ, ໃນຄ້າຍທະຫານເຮືອ ທີ່ເມືອງແອນນາໂປລິສ, ລັດແມຣີແລນດ໌, ວັນອາທິດ ທີ 2 ກັນຍາ 2018. ທ່ານແມັກເຄນ ເສຍຊີວິດດ້ວຍໂຣກມະເຮັງສະໝອງ ຮວມອາຍຸໄດ້ 81 ປີ.
ນາງ ເດັບບີ ຣັສມູແຊນ ຈາກເມືອງອາຣ໌ໂນລ, ລັດແມຣີແລນດ໌, ນັ່ງໃນລົດຂອງລາວ ທີ່ເຝົ້າເບິ່ງ ຂະບວນການຊາປະນະກິດ ໃນພິທີຝັງ ທ່ານຈອນ ແມັກເຄນ, ສະມາຊິກສະພາສູງ ຈາກລັດ ອາຣີໂຊນາ, ໃນຄ້າຍທະຫານເຮືອ ທີ່ເມືອງແອນນາໂປລິສ, ລັດແມຣີແລນດ໌, ວັນອາທິດ ທີ 2 ກັນຍາ 2018. ທ່ານແມັກເຄນ ເສຍຊີວິດດ້ວຍໂຣກມະເຮັງສະໝອງ ຮວມອາຍຸໄດ້ 81 ປີ.

ທ່ານແມັກ​ເຄນ ອະດີດ​ນັກ​ບິນ ທີ່​ໄດ້ຕິດ​ຄຸກ​ໃນ​ປາງ​ສົງຄາມ​ຫວຽດນາມ ເປັນ​ເວລາ​ຫຼາຍ​ກວ່າ 5 ປີ ​ໃນ​ຊຸມ​ປີ 1960 ​ໄດ້​ໄປ​ປາກົດ​ຕໍ່​ໜ້າ​ສາທາ​ລະນະຊົນ ຄັ້ງ​ສຸດ​ທ້າຍທີ່​ໂຮງຮຽນ​ນາຍຮ້ອຍ ​ໃນເດືອນ​ຕຸລາ​ປີ​ກາຍ​ນີ້ ຕອນ​ທີ່​ທ່ານ ​ໄດ້​ບອກ​ກັບ​ພວກ​ນັກ​ສຶກສາ​ແລະ​ໂຮງຮຽນ ​ວ່າໃຫ້​ຕຽມ​ການ​ທ້າ​ທາຍ​ທັງຫຼາຍ ທີ່​ທ່ານ​ຍັງ​ບໍ່​ທັນ​ໄດ້​ປະ​ເຊີນ​ນັ້ນ.

“ຂ້າພະ​ເຈົ້າ​ຈະໄດ້​ພົບ​ເຫັນ​ຄວາມ​ຊົງ​ກຽດ ທີ່ເປັນ​ສ່ວນ​ນຶ່ງ​ຂອງ​ຂ້າພະ​ເຈົ້າ ທີ່​ວ່າ ມັນ​ສາມາດ​ບອກ​ກັບ​ຂ້າພະ​ເຈົ້າໄດ້ ​ໃນ​ເວລາ​ທີ່​ມືດມົນ​ທີ່​ສຸດ​ເປັນ​ຫຼາຍໆ​ຊົ່ວ​ໂມງ,” ຊຶ່ງ​ທ່ານ​ໄດ້​ເວົ້າ​ໄປ ​ແລະ​ໄດ້​ກ່າວ​ຕໍ່​ໄປ​ວ່າ “​ແລະ​ຂ້າພະ​ເຈົ້າ ກໍ​ໄດ້​ກັບ​ຄືນ​ມາ ມາແລ້ວ ກໍມາອີກ ​ບ່ອນ​ທີ່​ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ລ່ວງໜ້າເຖິງຄວາມ​ຫວາດຫວັ່ນວ່າ​ກຽດສັກສີຈະສູນເສຍໄປ​.”

ພິທີ​ໄວ້ອາ​ໄລ​ເປັນ​ການ​ສ່ວນ​ຕົວ ​ແມ່ນ​ໄດ້​ຈັດ​ຂຶ້ນ​ທີ່​ໂບດ​ຂອງ​ໂຮງຮຽນ​ນາຍ​ຮ້ອຍ​ທະຫານ ຕິດຕາມ​ມາ​ດ້​ວຍພິທີ​ແຫ່​ສົບ​ໄປ​ຍັງ​ສະຖານ​ທີ່​ຝັງ​ສົບ​ແນມລົງໄປເຫັນແມ່ນໍ້າ ແຊເວິນ. ມີ​ພວກ​ຜູ້​ຄົນ​ຫຼາຍ​ຮ້ອຍ​ຄົນ ຢືນ​ລຽງ​ລາຍ​ເປັນ​ແຖວ​ຕາມ​ທາງ​ຫຼວງ ທີ່​ເນັ່ງ​ໄປ​ສູ່​ເມືອງ​ອາ​ນາ​ໂປ​ລິ​ສ ​ເພື່ອ​ຄຳນັບ ​ໄວ້ອາ​ໄລ ຕໍ່​ທ່ານ ແມັກ​ເຄນ ​ໃນ​ຂະນະ​ທີ່​ຣົດມ້າບັນຈຸຫີບສົບ​ເຄື່ອນ​ຍ້າຍ​ໄປຈາກ​ນະຄອນຫຼວງ​ວໍ​ຊີງ​ຕັນ ທີ່ຢູ່​ໃກ້ໆ.

ໃນເວລາປະມານບ່າຍສີ່ໂມງ ຝູງເຮືອບິນກອງທັບ ກໍບິນເວີ່ນ ໃຫ້ກຽດແກ່ອະດີດນັກ
ບິນຂອງກອງທັບນາວີກະໂຍທິນຄົນດັ່ງກ່າວ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

Thousands Pay Last Respects to McCain at US Capitol
please wait

No media source currently available

0:00 0:02:31 0:00

XS
SM
MD
LG