ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຳ​ມະ​ການ ຂອງສະ​ພາ​ສູງ ໃຫ້​ເວ​ລາ​ຕື່ມ ແກ່​ຜູ້​ກ່າວ​ຫາ ຕໍ່​ທ່ານ​ຄາ​ແວ​ນໍ ເພື່ອໄປ​ໃຫ້​ການ


ທ່ານ​ແບ​ຣັດ ຄາ​ແວ​ນໍ (ຂວາ) ທີ່​ຖືກ​ສະ​ເໜີ ແຕ່ງ​ຕັ້ງ ໃຫ້​ເປັນ ສະ​ມາ​ຊິກ​ສານ​ສູງ​ສຸດ ຢູ່​ກັບ​ທ່ານ​ຊັກ ແກ​ຣ​ສ​ລີ ປະ​ທານ ຄະ​ນະ​ກຳ​ມະ​ການ​ ຕຸ​ລາ​ການ ຂອງ​ສະ​ພາ​ສູງ ສ​ຫລ. (4 ກັນ​ຍາ 2018)
ທ່ານ​ແບ​ຣັດ ຄາ​ແວ​ນໍ (ຂວາ) ທີ່​ຖືກ​ສະ​ເໜີ ແຕ່ງ​ຕັ້ງ ໃຫ້​ເປັນ ສະ​ມາ​ຊິກ​ສານ​ສູງ​ສຸດ ຢູ່​ກັບ​ທ່ານ​ຊັກ ແກ​ຣ​ສ​ລີ ປະ​ທານ ຄະ​ນະ​ກຳ​ມະ​ການ​ ຕຸ​ລາ​ການ ຂອງ​ສະ​ພາ​ສູງ ສ​ຫລ. (4 ກັນ​ຍາ 2018)

ປະ​ທານຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ​ຂອງ​ສະ​ພາ​ສູງ ​ສະ​ຫະ​ລັດ ທ່ານ​ຊາ​ລ​ສ໌ ແກ​ຣ​ສ​ລີ
ໄດ້​ໃຫ້​ເວ​ລາ​ແກ່​ແມ່​ຍິງທີ່ກ່າວຫາທ່ານແບຣັດ ຄາແວນໍ ຜູ້ຖືກສະເໜີຊື່ໃຫ້ເປັນຜູ້ພິພາກ
ສາສານສູງສຸດວ່າ ລວນລາມທາງເພດນັ້ນ ໄປ​ຈົນ​ຮອດ​ເວ​ລາບ່າຍ 2 ໂມງ​ເຄິ່ງຂອງວັນ
​ເສົາ​ມື້ນີ້ເພື່ອ​ຕັດ​ສິນ​ໃຈ​ວ່າທ່​ານ​ນາງ​ຈະ​ໄປ​ໃຫ້​ການໃນ​ອາ​ທິດ​ໜ້າ​ຫຼື​ບໍ່ ອີ​ງ​ຕາມ​ລາຍ​ງານ​
ຂ່າວ​ຂອງ​ໜັງ​ສື​ພິມ​ນິວຢອກ​ໄທ​ມ໌ສ.

ໜັງ​ສື​ພິມ​ສະ​ບັບ​ນີ້​ລາຍ​ງານ​ວ່າ ທ່ານແກ​ຣ​ສ​ລີໄດ້​ສົ່ງ​ອີ​ແມ​ລໄປ​ຫາ​ທະ​ນາຍຄວາມ​ຂອງ​ ທ່ານທ່ານ​ນາງຄຣິສຕິນ ແບລຊີ ຝອດ ວ່າ ຄະ​ນະ​ກຳ​ມະ​ການ​ຂອງສະ​ພາ​ສູງ “ແນ່ນອນ​
ຕ້ອງ​ໄດ້​ຮັບ​ຄຳ​ຕອບ​ບໍ່​ກາຍ​ເວ​ລາ​ບ່າຍ 2 ໂມງ​ເຄິ່ງ” ກ່ຽວກັບ​ການ​ຕັດ​ສິນ​ໃຈ​ ຂອງ​ທ່ານ​
ນາງ​ຝອດ.

ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ ຂອງ​ສະ​ພາ​ສູງ​ ໄດ້​ໃຫ້​ເວ​ລາ​ແກ່​ທ່ານ​ນາງ​ຝອດ ​ໄປ​ຈົນຮອດ
10 ໂມງ​ກາງ​ຄືນ ​ຂອງວັນ​ສຸກວານນີ້ ເພື່ອ​ຕັດ​ສິນ​ໃຈ ແຕ່​ທະ​ນາຍ​ຄວາມ ຂອງ​ທ່ານ​ນາງ ​
ໄດ້​ຂໍ​ເວ​ລາ​ຕື່ມ​ອີກ​ນຶ່ງມື້ບໍ່​ເທົ່າ​ໃດ​ນາ​ທີ​ກ່ອນ​ທີ່​ເສັ້ນ​ຕາຍ​ໃນ​ວັນ​ສຸກຈະ​ໝົດ​ລົງ.

ທ່ານ​ແກ​ຣ​ສ​ລີ​ໄດ້​ປະ​ກາດກ່ຽວ​ກັບ​ການ​ຕໍ່​ເວ​ລາ​ໂດຍ​ຂຽນ​ລົງ​ທາງ​ທວີດ​ເຕີ້​ດ້ວຍ​ນ້ຳ​ສຽງ​
ໃນ​ລັກ​ສະ​ນະ​ແບບ​ຂໍ​ຂະ​ມາ​ໂທດ ຕໍ່​ທ່ານ​ຄາ​ແວ​ນໍ ໂດຍ​ເວົ້າ​ວ່າ “ຜູ້ພິ​ພາກສາ ຄາ​ແວ​ນໍ
ຂ້າ​ພະ​ເຈົ້າ​ຫາ​ກໍ​ອະ​ນຸ​ມັດການ​ຕໍ່​ເວ​ລາ​ອີກ​ເທື່ອ​ນຶ່ງແກ່​ ດ​ຣ. ຝອດ ເພື່ອໃຫ້​ທ່ານ​ນາງ​ຕັດ​
ສິນ​ໃຈ​ວ່າ ທ່ານ​ນາງ​ຍັງ​ຢາກ​ຈະ​ດຳ​ເນີນ​ການ ກັບ​ຖະ​ແຫຼງ​ການ ທີ່​ທ່ານ​ນາງ​ໄດ້​ເວົ້າ​ໄປ ​
ເມື່ອ​ອາ​ທິດ​ແລ້ວ​ຫຼື​ບໍ່ ທີ່​ຈະ​ໄປ​ໃຫ້​ການ​ຕໍ່​ສະ​ພາ​ສູງ. ທ່ານນາງ​ຄວນ​ຕັດ​ສິນ​ໃຈ ເພື່ອ​ໃຫ້​
ພວກ​ເຮົາ ​ສາ​ມາດ​ດຳ​ເນີນ​ການ​ຕໍ່​ໄປ ທີ່​ຂ້າ​ພະ​ເຈົ້າ​ຢາກ​ຈະ​ໄດ້​ຍິນ ​ຈາກ​ທ່ານ​ນາງ. ຂ້າ​
ພະ​ເຈົ້າ​ຫວັງ​ວ່າທ່ານ​ຄົງ​ຈະ​ເຂົ້າ​ໃຈ. ມັນ​ບໍ່​ແມ່ນ​ວິ​ທີ​ການ​ຕາມ​ປົກ​ກະ​ຕິ​ຂອງ​ຂ້າ​ພະ​ເຈົ້າ
ທີ່​ເປັນ​ຄົນ​ບໍ່​ເດັດ​ຂາດ.”

ຜູ້​ພິ​ພາກ​ສາ​ແບ​ຣັດ ຄາ​ແວ​ນໍ ທີ່​ຖືກ​ສະ​ເໜີ ໃຫ້​ເຂົ້າ​ຮັບ​ຕຳ​ແໜ່ງ ເປັນ​ສະ​ມາ​ຊິກ ສານ​ສູງ​ສຸດ ຂອງ​ສະ​ຫະ​ລັດ ປະ​ຕິ​ຍານ ກ່ອນ​ໃຫ້​ການ ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການ ຕຸ​ລາ​ການ ຂອງ​ສະ​ຫະ​ລັດ ທີ່​ລັດ​ຖະ​ສະ​ພາ (4 ກັນ​ຍາ 2018)
ຜູ້​ພິ​ພາກ​ສາ​ແບ​ຣັດ ຄາ​ແວ​ນໍ ທີ່​ຖືກ​ສະ​ເໜີ ໃຫ້​ເຂົ້າ​ຮັບ​ຕຳ​ແໜ່ງ ເປັນ​ສະ​ມາ​ຊິກ ສານ​ສູງ​ສຸດ ຂອງ​ສະ​ຫະ​ລັດ ປະ​ຕິ​ຍານ ກ່ອນ​ໃຫ້​ການ ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການ ຕຸ​ລາ​ການ ຂອງ​ສະ​ຫະ​ລັດ ທີ່​ລັດ​ຖະ​ສະ​ພາ (4 ກັນ​ຍາ 2018)

ທະນາຍຄວາມຂອງທ່ານ​ນາງ​ຝອດ ກ່າວ​ວ່າ ທ່ານນາງຢາກ ຈະໄປໃຫ້ການຕໍ່ຄະນະກໍາ
ມະການ ຂອງສະພາສູງສະຫະລັດ ໃນ​ອາ​ທິດ​ໜ້າ ກໍ​ຕໍ່​ເມື່ອ ຖ້າມີການ ຄ້ຳປະກັນຄວາມ
ປອດໄພ ໃຫ້ທ່ານນາງ​ເທົ່າ​ນັ້ນ. ອີງ​ຕາມ​ລາຍ​ງານ ​ຂອງ​ສື່ມວນຊົນຢູ່​ໃນ​ສະ​ຫະ​ລັດ​ແລ້ວ
ທະນາຍຄວາມ ເດບຣາ ຄາດຊ໌ ກ່າວ​ຢູ່​ໃນ​ອີ​ແມ​ລ​ ທີ່​ສົ່ງໄປ​ຫາ​ ຄະ​ນະ​ກຳ​ມະ​ການ​ ຕຸ​ລາ​
ການ ​ຂອງ​ສະ​ພາ​ສູງວ່າ ທ່ານ​ນາງ​ຝອດ​ປະ​ສົງ​ທີ່​ຈະໄປ​ໃຫ້​ການ “​ກໍ​ຕໍ່​ເມື່ອ ພວກ​ເຮົາ​ສາ​
ມາດ​ຕົກ​ລົງ​ກັນ​ໄດ້ ກ່ຽວ​ກັບ​ເງື່ອນ​ໄຂ​ທີ່ມີ​ຄວາມ​ຍຸ​ຕິ​ທຳ​ແລະ​ກໍ​ຄ້ຳ​ປະ​ກັນ​ຄວາມ​ປອດ​ໄພ
​ໃຫ້​ແກ່​ທ່ານ​ນາງ.”

ທ່ານ​ນາງຄາດຊ໌ ກ່າວ​ວ່າ ລູກຄວາມຂອງທ່ານນາງ ໄດ້ຖືກຂົ່ມຂູ່ທີ່​ຈະ​ມີ​ການ ເອົາຊີວິດ
ແລະທ່ານນາງພ້ອມດ້ວຍຄອບຄົວຈໍາເປັນຕ້ອງໄດ້ຍົກຍ້າຍອອກຈາກເຮືອນຂອງພວກ
ເຂົາເຈົ້າ ທີ່ຢູ່ໃນລັດຄາລິຟໍເນຍນັ້ນ.

ທ່ານແກຣສລີ ປະທານຄະນະກຳມະການ ທີ່ສັງກັດພັກຣີພັບບລິກັນ ໄດ້ຈັດໃຫ້ມີການ
ຮັບຟັງຄໍາໃຫ້ການທັງຂອງທ່ານນາງຝອດ ແລະທ່ານຄາແວນໍ ໂດຍໃຫ້ພວກ ທ່ານທັງ
ສອງໄປປາກົດໂຕ ເພື່ອເລົ່າເລື້ອງຂອງຕົນຢ່າງເປີດເຜີຍ ໃນວັນຈັນທີ່ ຈະມາເຖິງນີ້.

ແຕ່ທ່ານນາງຄາດຊ໌ ຂຽນວ່າ “ການໄປປາກົດໂຕເພື່ອໃຫ້ການໃນວັນຈັນນີ້ແມ່ນ ເປັນ
ໄປບໍ່ໄດ້ ແລະການທີ່ຄະນະກໍາມະການຢືນຢັດວ່າ ຕ້ອງເຮັດໃຫ້ໄດ້ນັ້ນ ກໍສະແດງວ່າ
ເປັນການບັງຄັບ ບໍ່ວ່າຈະຢູ່ໃນສະພາບໃດກໍຕາມ.”

ທ່ານນາງຄາດຊ໌ ເວົ້າວ່າ “ຄວາມປາດຖະໜາອັນແຮງກ້າຂອງທ່ານນາງຝອດ" ກໍຄືວ່າ
ໃຫ້ “ມີການສືບສວນຢ່າງເຕັມທີ່” ກ່ອນທີ່ທ່ານນາງຈະໄປໃຫ້ການ. ກ່ອນໜ້ານີ້ ທ່ານ
ນາງໄດ້ຮຽກຮ້ອງໃຫ້ມີການສືບສວນໂດຍອົງການສັນຕິບານ ກາງຫລື FBI ກ່ຽວ​ກັບຂໍ້
ກ່າວຫາ ທີ່ມີຕໍ່ທ່ານຄາແວນໍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG