ສະມາຊິກສະພາຕໍ່າຈາກລັດອາຣີໂຊນາ ທ່ານເທຣັນ ແຟຣັງສ໌ ໄດ້ປະກາດລາອອກ
ຫລັງຈາກຄະນະກຳມະການຈັນຍາບັນຂອງສະພາຕໍ່າ ໄດ້ເປີດເຜີຍວ່າຕົນໄດ້ເລີ້ມ
ການສືບສວນ ກ່ຽວກັບ ຄວາມເປັນເປັນໄປໄດ້ ໃນການລວນລາມທາງເພດ.
ຢູ່ໃນຖະແຫລງການ ທີ່ນຳອອກເຜີຍແຜ່ ໃນຕອນແລງວັນພະຫັດວານນີ້ ທ່ານແຟຣັງສ໌
ໄດ້ຮັບສາລະພາບວ່າ ທ່ານໄດ້ເຮັດໃຫ້ບັນດາພະນັກງານ “ມີຄວາມຮູ້ສຶກບໍ່ສະບາຍໃຈ”
ແລະທ່ານໄດ້ສົນທະນາ ບັນກາການມີລູກ ແລະການມີລູກແທນກັບພະນັກງານ ແມ່ຍິງ
ສອງຄົນ ແຕ່ໄດ້ປະຕິເສດ ບໍ່ເຄີຍໄດ້ “ມີການຂົ່ມຂູ່ໃຊ້ກຳລັງ ການບັງຄັບ ຫລືເຄີຍໄດ້
ພະຍາຍາມ ທີ່ຈະມີເພດສຳພັນໃດໆກັບສະມາຊິກໃດໆ ໃນພະນັກງານສະພາຂອງຂ້າ
ພະເຈົ້າ.”
ທ່ານແຟຣັງສ໌ ແລະພັນລະຍາຂອງທ່ານມີລູກຝາແຝດອາຍຸ 3 ປີ ຜູ້ທີ່ໄດ້ເກີດ ໂດຍຜ່ານ
ການມີລູກແທນ. ທ່ານກ່າວຢູ່ໃນຖະແຫລງການວ່າ ເຂົາເຈົ້າມີຄວາມສົນໃຈຢາກໄດ້
ລູກອີກ.
ທ່ານແຟຣັງສ໌ກ່າວວ່າ “ແທນທີ່ຈະອະນຸຍາດໃຫ້ມີການດຳເນີນຄະດີທີ່ຟົດເດືອດໂດຍສື່
ມວນຊົນ ທຳລາຍສິ່ງເຫລົ່ານັ້ນທີ່ຂ້າພະເຈົ້າຮັກທີ່ສຸດ ມື້ເຊົ້ານີ້ ຂ້າພະເຈົ້າໄດ້ແຈ້ງໃຫ້
ຄະນະນໍາພາຂອງສະພາຕໍ່າວ່າ ຂ້າພະເຈົ້າຈະລາອອກຈາກລັດຖະ ສະພາໃນວັນທີ
31 ມັງກອນ ປີ 2018.”
ການປະກາດຂອງທ່ານແຟຣັງສ໌ ມີຂຶ້ນບໍ່ເທົ່າໃດຊົ່ວໂມງຫລັງຈາກ ສະມາຊິກສະພາສູງ
ອາລ ແຟຣງເກີນ ໄດ້ປະກາດວ່າ ທ່ານຈະລາອອກທ່າມກາງພາຍຸທີ່ເພີ້ມ ທະວີຄວາມ
ຮ້າຍແຮງຂຶ້ນຈາກການກ່າວຫາວ່າ ມີປະພຶດທີ່ບໍ່ເໝາະສົມທາງເພດ ໂດຍສະມາຊິກພັກ
ເດໂມແຄຣັດຄົນທີສອງ ທີ່ປະກາດລາອອກໃນອາທິດນີ້ ພາຍໃຕ້ການກະທຳທີ່ບໍ່ເໝາະ
ສົມໃນທາງສິນທຳນັ້ນ.
ທ່ານແຟງເກີນ ຜູ້ທີ່ີໄດ້ຕາງໜ້າລັດມິນເນີໂຊຕາ ນັບແຕ່ປີ 2009 ກ່າວໃນວັນພະຫັດ
ວານນີ້ ຢູ່ຫ້ອງສະພາສູງວ່າ “ມື້ນີ້ ຂ້າພະເຈົ້າປະກາດວ່າໃນອາທິດຈະມາເຖິງນີ້ ຂ້າພະ
ເຈົ້າຈະລາອອກ ໃນນາມສະມາຊິກສະພາສູງສະຫະລັດ.”
ສະມາຊິກສະພາສູງພັກເດໂມແຄຣັດຫລາຍສິບຄົນ ໄດ້ຮຽກຮ້ອງໃຫ້ທ່ານແຟຣງເກີນ
ລາອອກ ຫລັງຈາກການລາຍງານຂອງສື່ມວນຊົນ ທີ່ອ້າງຄໍາເວົ້າອະດີດຜູ້ຊ່ວຍລັດຖະ
ສະພາ ທີ່ກ່າວວ່າ ທ່ານແຟຣງເກີນພະຍາຍາມຈູບນາງແບບບັງຄັບ ໃນ ປີ 2006.
ໃນບໍ່ເທົ່າໃດອາທິດຜ່ານມານີ້ ແມ່ຍິງອີກຫຼາຍໆຄົນໄດ້ກ່າວຫາທ່ານແຟຮງເກີນ ໄດ້ຈັບ
ບາຍເຂົາເຈົ້າ ຮວມທັງໂຄສົກວິທະຍຸນະຄອນລອສແອນເຈີລິສ ຜູ້ທີ່ໄດ້ພິມເຜີຍແຜ່ຮູບ
ພາບທີ່ທ່ານແຟຣງຍິ້ມຫົວ ວາງມືຂອງທ່ານຢູ່ເທີງນົມ ໃນຂະນະທີ່ນາງນອນຫລັບຢູ່ເທິງ
ເຮືອບິນໃນປີ 2006 ລະຫວ່າງການໄປໃຫ້ຄວາມບັນເທີງແກ່ທະຫານສະຫະລັດ ຢູ່ພາກ
ຕາເວັນອອກກາງ.