ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ທຣຳ ຖຽງກັບ ສະມາຊິກ ສະພາສູງ ພັກຣີພັບບລີກັນ ໃນ Twitter


ສະມາຊິກສະພາສູງພັກຣີພັບບລີກັນຈາກລັດ ເທັນເນສຊີ ທ່ານ ບັອບ ຄອກເກີ ລົມກັບນັກຂ່າວ ຫລັງຈາກການປະກາດອອກ
ບຳນານທີ່ລັດຖະສະພາ Capitol Hill ໃນນະຄອນຫຼວງ ວໍຊິງຕັນ. 26 ກັນຍາ, 2017.
ສະມາຊິກສະພາສູງພັກຣີພັບບລີກັນຈາກລັດ ເທັນເນສຊີ ທ່ານ ບັອບ ຄອກເກີ ລົມກັບນັກຂ່າວ ຫລັງຈາກການປະກາດອອກ ບຳນານທີ່ລັດຖະສະພາ Capitol Hill ໃນນະຄອນຫຼວງ ວໍຊິງຕັນ. 26 ກັນຍາ, 2017.

ພາບພົດການເມືອງ ສະຫະລັດ ທີ່ມີຄວາມແບ່ງແຍກກັນ ໄດ້ປາກົດຂຶ້ນມາອີກຄັ້ງນຶ່ງໃນ
ວັນອາທິດວານນີ້.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ຂຽນຂໍ້ຄວາມລົງໃນ Twitter ຕອບໂຕ້ສະມາຊິກສະ
ພາສູງລັດ ເທັນເນັສຊີ ທ່ານ Bob Corker ກ່ຽວກັບ ພັກການເມືອງຂອງທ່ານເອງ, ໃນ
ຂະນະທີ່ຮອງປະທານາທິບໍດີ ທ່ານ Mike Pence ໄດ້ຍ່າງອອກຈາກການແຂ່ງຂັນ
ກິລາ ຟຸດບອລ ອາຊີິບ ອາເມຣິກັນ ຫຼັງຈາກພວກນັກກິລາໄດ້ປະທ້ວງຕໍ່ການຈຳແນກ
ສີຜິວ ດ້ວຍການຂຸເຂົ່າໃນເວລາທີ່ເພງຊາດກຳລັງບັນເລງຢູ່.

ທ່ານ ທຣຳ ໄດ້ຂຽນວ່າ ທ່ານໄດ້ປະຕິເສດ ທີ່ຈະຮັບຮອງເອົາທ່ານ Corker ສຳລັບ
ການແຂ່ງຂັນເພື່ອການເລືອກຕັ້ງຄືນ ເຊິ່ງໄດ້ເຮັດໃຫ້ທ່ານສະມາຊິກສະພາສູງທ່ານນີ້
ຕ້ອງໄດ້ຖອນຕົວ, ໂດຍກ່າວວ່າ ທ່ານ Corker ໄດ້ “ຂໍຮ້ອງ” ໃຫ້ຮັບຮອງເອົາເພິ່ນ.

ທ່ານ ທຣຳ ໄດ້ຂຽນວ່າ “ລາວກໍຍັງມີຄວາມຮັບຜິດຊອບຢ່າງກວ້າງ ຂວາງສຳລັບຂໍ້ຕົກ
ລົງ ອີຣ່ານ ທີ່ຂີ້ຮ້າຍນັ້ນ. ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງຄາດຫວັງຢ່າງຍິ່ງວ່າທ່ານ Corker
ຈະເປັນສຽງທີ່ມີແງ່ລົບ ແລະ ຂັດຂວາງການປະຕິບັດວຽກງານຂອງພວກເຮົາ. ລາວບໍ່
ມີຄວາມກ້າ ຫານພໍທີ່ຈະລົງແຂ່ງຂັນ.”

ນຶ່ງນາທີຫຼັງຈາກນັ້ນ, ທ່ານ Corker ກໍໄດ້ຕອບຂໍ້ຄວາມໃນ Twitter ຄືນ.

ທ່ານໄດ້ຂຽນວ່າ “ມັນເປັນຕາອັບອາຍຂາຍໜ້າທີ່ ທຳນຽບຂາວ ໄດ້ກາຍມາເປັນສູນ
ເບິ່ງແຍງຜູ້ໃຫຍ່. ເຫັນໄດ້ຊັດວ່າ ຄົນບາງຄົນໄດ້ຂາດວຽກເຮັດຂອງເຂົາເຈົ້າໃນຕອນ
ເຊົ້າມື້ນີ້.”

ທ່ານ Coker ປະທານຄະນະກຳມາທິການການພົວພັນຕ່າງປະເທດ ສະພາສູງ, ແມ່ນ
ຜູ້ສະໜັບສະໜູນຄົນສຳຄັນຂອງທ່ານ ທຣຳ ໃນລະຫວ່າງການໂຄສະນາຫາສຽງເອົາ
ຕຳແໜ່ງປະທານາທິບໍດີໃນປີ 2016, ແຕ່ໄດ້ກາຍມາເປັນຜູ້ຕິຕຽນຍິ່ງຂຶ້ນ ກ່ຽວກັບ
ເພື່ອນຮ່ວມພັກຣີພັບບລີກັນຂອງທ່ານ ນັບຕັ້ງແຕ່ການເຂົ້າດຳລົງຕຳແໜ່ງໃນທຳນຽບ
ຂາວມາ.

ໜັງສືພິມ New York Times ໄດ້ເນັ້ນຄຳເວົ້າຂອງທ່ານ Corker ໃນລາຍງານທີ່ຖືກ
ຈັດພິມ ໃນຕອນແລງຂອງວັນອາທິດວານນີ້ ໂດຍກ່າວວ່າ ທ່ານສະມາຊິກສະພາສູງ
ເຫັນວ່າທ່ານ ທຣຳ ປະຕິບັດກັບຕຳ

ແໜ່ງຂອງທ່ານຄືກັນກັບໃນລາຍການຊີວິດຈິງຂອງໂທລະພາບ ດ້ວຍການຂົ່ມຂູ່ປະ
ເທດອື່ນໆ ທີ່ອາດນຳພາ ສະຫະລັດ “ກ້າວເຂົ້າສູ່ສົງຄາມໂລກຄັ້ງທີສາມ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG