ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ພາ​ສູງ ດຳ​ເນີນ​ການ​ຕໍ່​ໄປ ເພື່ອ​ຫາ​ທາງ​ຫຼີກ​​ລ້ຽງ ບໍ່​ໃຫ້​ມີ​ການ​ປິດ​ລັດ​ຖະ​ບານ ຂະ​ນະ​ທີ່​ປະ​ທານ​ສະ​ພາ​ຕ່ຳ ກັບ​ຄືນ​ໄປ​ຍັງ​ຈຸດ​ເລີ້ມ​ຕົ້ນ


​ປະ​ທານ​ສະ​ພາ​ຕ່ຳ ທ່ານ​ເຄວິນ ແມັກ​ຄາ​ທີ ອອກ​ມາ​ຈາກ​ບ່ອນ​ປະ​ຊຸມ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ແລະ​ແຈ້ງ​ໃຫ້​ພວກ​ນັກ​ຂ່າວ​ຊາບ ກ່ຽວ​ກັບ​ສະ​ຖາ​ນະ​ການ​ຫຼ້​າ​ສຸດ ໃນ​ການ​ໃຫ້​ທຶນ​ສະ​ໜັບ​ສະ​ໜຸນ​ ແລະ​ຫຼີກ​ລ້ຽງ​ບໍ່​ໃຫ້​ມີ​ການ​ປິດ ລັດ​ຖະ​ບານ ທີ່​ຕຶກ​​ສະ​ພາ ຢູ່​ວໍ​ຊິງ​ຕັນ ວັນ​ທີ 27 ກັນ​ຍ​າ 2023.
​ປະ​ທານ​ສະ​ພາ​ຕ່ຳ ທ່ານ​ເຄວິນ ແມັກ​ຄາ​ທີ ອອກ​ມາ​ຈາກ​ບ່ອນ​ປະ​ຊຸມ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ແລະ​ແຈ້ງ​ໃຫ້​ພວກ​ນັກ​ຂ່າວ​ຊາບ ກ່ຽວ​ກັບ​ສະ​ຖາ​ນະ​ການ​ຫຼ້​າ​ສຸດ ໃນ​ການ​ໃຫ້​ທຶນ​ສະ​ໜັບ​ສະ​ໜຸນ​ ແລະ​ຫຼີກ​ລ້ຽງ​ບໍ່​ໃຫ້​ມີ​ການ​ປິດ ລັດ​ຖະ​ບານ ທີ່​ຕຶກ​​ສະ​ພາ ຢູ່​ວໍ​ຊິງ​ຕັນ ວັນ​ທີ 27 ກັນ​ຍ​າ 2023.

ສະ​ພາ​ສູງ​ສະ​ຫະ​ລັດ​ພວມ​ດຳ​ເນີນ​ການ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ປິດ​ລັດ​ຖະ​ບານ​ໂດຍທຳ​ການ​ເຄື່ອນ​ໄຫວ ​ຂອງ​ທັງ​ສອງ​ພັກ ແຕ່​ປະ​ທານ​ສະ​ພາ​ຕ່ຳ ທ່ານ​ແຄວິນ ແມັກ​ຄາ​ທີ​ໄດ້​ກັບ​ຄືນ​ໄປ​ສູ່​ບ່ອນ​ທີ່​ທ່ານ​ເລີ້ມ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ກາ​ຂ່າວ​ເອ​ພີ.

ປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ​ໄດ້​ວາງ​ຍຸດ​ທະ​ສາດ​ຂອງ​ທ່ານ​ໃນ​ວັນ​ພຸດ​ວານ​ນີ້​ດ້ວຍ​ການ​ປະ​ຊຸມ​ແບບ​ປິດ​ລັບ. ທ່ານ​ໄດ້ຮ້ອງ​ຂໍ​ໃຫ້​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ຂວາ​ຈັດ​ຂອງ​ທ່ານ ດຳ​ເນີນ​ການ​ໃນ​ສິ່ງ ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ເວົ້າ ທີ່​ວ່າ​ພວກ​ເຂົາ​ເຈົ້າ​ຈະ​ບໍ່​ເຮັດ: ນັ້ນ​ກໍ​ຄື​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ມາດ​ຕະ​ການ​ຊົ່ວ​ຄາວ​ຂອງ​ສະ​ພາ​ຕ່ຳ​ເພື່ອ​ໃຫ້​ລັດ​ຖະ​ບານ​ເປີດ​ເຮັດ​ວຽກ​ຕໍ່​ໄປ.

ການ​ລົງ​ຄະ​ແນນ​ສຽງ​ເພື່ອ​ທົດ​ສອບ​ແມ່ນ​ກຳ​ນົດ​ໃສ່​ມື້​ວັນ​ສຸກ ນຶ່ງມື້​ກ່ອນ​ເສັ້ນ​ຕາຍ​ໃນ​ການ​ປິດ​ລັດ​ຖະ​ບານ.

ຮ່າງ​ກົດ​ໝາຍສະ​ພາ​ຕ່ຳຂອງ​ຝ່າຍ​ຂວາ​ຈັດ ຈະ​ຕັດ​ການ​ໃຊ້​ຈ່າຍ​ຂອງ​ລັດ​ຖະ​ບານ​ກາງ​ລົງ 8 ເປີ​ເຊັນແລະ​ເອົາ​ມາດ​ຕະ​ການ​ເຂັ້ມ​ງວດ​ເພີ້ມ​ຂຶ້ນ​ໃນ​ເລື້ອງ​ຄວາມ​ໝັ້ນ​ຄົງ​ຊາຍ​ແດນ ແຕ່​ໄດ້​ຖືກ​ປະ​ຕິ​ເສດ​ໂດຍ​ພັກ​ເດ​ໂມ​ແຄ​ຣັດແລະ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ຝ່າຍ​ຂວາ​ຂອງ​ທ່ານ​ແມັກ​ຄາ​ທີ​ເອງ.

ຮ່າງ​ກົດ​ໝາຍ​ຂອງ​ສະ​ພາ​ສູງຈະ​ໃຫ້​ທຶນ​ໃນ​ການ​ດຳ​ເນີນ​ງານແກ່ລັດ​ຖະ​ບານ​ໂດຍ​ເພີ້ມ​ການ​ຊ່ວຍ​ເຫຼືອ​ຕໍ່​ຢູ​ເຄ​ຣນ 6 ຕື້​ໂດ​ລາ ແລະ​ການ​ບັນ​ເທົາ​ທຸກ​ໄພ​ພິ​ບັດ​ຂອງ​ສະ​ຫະ​ລັດ 6 ຕື້​ໂດ​ລາ ແຕ່​ທ່ານ​ແມັກ​ຄາ​ທີ​ໄດ້​ປະ​ຕິ​ເສດ​ຕໍ່​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG