ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ສູງ​ສະ​ຫະ​ລັດ ຮັບ​ຜ່ານ​ຮ່າງ​ກົດ​ໝາຍ 2 ສະ​ບັບ ດ້ວ​ຍ​ຄະ​ແນນ​ສຽງ​ຢ່າງ​ເປັນ​ເອກ​ກະ​ສັນ ເພື່ອ​ລົງ​ໂທດ​ຣັດ​ເຊຍ


​ແຟ້ມ - ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນທີ 21 ມີ​ນາ 2022.
​ແຟ້ມ - ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນທີ 21 ມີ​ນາ 2022.

ສະ​ພາ​ສູງ​ສະ​ຫະ​ລັດ ໃນ​ວັນ​ພະ​ຫັດ​ວານນີ້ໄດ້​ຮັບ​ຮອງ​ເອົາຮ່າງ​ກົດ​ໝາຍ 2 ສະ​ບັບ​ ດ້ວຍຄະ​ແນນ​ສຽງ​ຢ່າງ​ເປັນ​ເອກ​ກະ​ສັນ ທີ່​ກ່າວ​ວ່​າຈະ​ເພີ້ມ​ຄວາມ​ກົດ​ດັນ​ຕໍ່ປະ​ເທດຣັດ​ເຊຍ ທີ່​ໄດ້​ບຸກ​ລຸກ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ເມື່ອ​ເດືອນ​ແລ້ວນີ້.

ຮ່າງ​ກົດ​ໝາຍ​ສະ​ບັບ​ນຶ່ງ​ທີ່​ໄດ້​ມີ​ການ​ຮັບ​ຮອງ​ເອົາ​ແມ່ນ​ດຳ​ລັດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ທີ່​ໄດ້​ສັ່ງ​ຫ້າມ​ນຳ​ເຂົ້າ​ນຳ​ມັນ​ຈາກ​ປະ​ເທດ​ຣັດ​ເຊຍ ແລະ​ແກັ​ສ​ທຳ​ມະ​ຊາດ​ທີ່​ຢູ່​ໃນ​ຮູບຂອງ​ແຫຼວ.

​ກ່ອນ​ເຮັດ​ສົງ​ຄາມນັ້ນ ສະ​ຫະ​ລັດ​ໄດ້​ນຳ​ເຂົ້າ​ພະ​ລັງ​ງານ​ໃນ​ປະ​ລິ​ມານ​ນ້ອຍໆ​ຈາກ​ປະ​ເທດ​ຣັດ​ເຊຍ.

ສ່ວນ​ຮ່າງ​ກົດ​ໝາຍ​ອີກ​ສະ​ບັບ​ນຶ່ງຈະ​ຍົກ​ເລີກ “ຖາ​ນະ​ພິ​ເສດ” ທາງ​ດ້ານ​ການ​ຄ້າ ທີ່​ໃຫ້​ແກ່​ເບ​ລາ​ຣຸ​ສ ແລະ​ຣັດ​ເຊຍ ແລະ​ອະ​ນຸ​ຍາດ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ເກັບ​ພາ​ສີ​ແພງ​ຂຶ້ນ​ສຳ​ລັບ​ຜະ​ລິດ​ຕະ​ພັນ​ຂອງ​ຣັດ​ເຊຍ ເຊັ່ນ​ເຫຼັກ​ແລະ​ອາ​ລູ​ມີ​ນຽມ.

​ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ​ຣອນ ໄວ​ເດັນ ປະ​ທານ​ກຳ​ມະ​ການ​ດ້ານ​ການ​ເງິນ​ຂອງ​ສະ​ພາ​ສູງກ່າວ​ວ່າ “ການ​ຍົກ​ເລີ​ກ​ຄວາມ​ສຳ​ພັນ​ທາງ​ດ້ານການ​ຄ້າ​ແບບ​ປົກ​ກະ​ຕິແມ່ນ​ໄດ້​ເນັ້​ນ​ຢ້ຳ​ໃຫ້​ເຫັນ​ວ່າ ປູ​ຕິນ​ໄດ້​ເຮັດ​ໃຫ້​ຣັດ​ເຊຍ​ກາຍເປັນ​ປະ​ເທດ​ທີ່​ຖືກ​ທອດ​ຖິ້ມ​ຢ່າງ​ເຕັມ​ອັດ​ຕາ.”

ອົງ​ການ​ຂ່າວ​ເອ​ພີ​ລາຍ​ງານ​ວ່າ ກົດ​ໝາຍ​ທັງ​ສອງ​ສະ​ບັບ​ນີ້ຈະ​ອຳ​ນວຍ​ໃຫ້​ມີ​ການ​ກັບ​ຄືນ​ໄປ​ສູ່​ສະ​ພາບ​ການ​ຄ້າ​ປົກ​ກະ​ຕິ “ພາຍ​ໃຕ້​ເງື່ອນ​ໄຂ​ຈຳ​ນວນ​ນຶ່ງ.”

ຮ່າງ​ກົດ​ໝາຍ​ທັງ​ສອງ​ສະ​ບັບ ເວ​ລານີ້​ພວມ​ສົ່ງ​ໄປ​ຍັງ​ສະ​ພາ​ຕ່ຳ ຊຶ່ງ​ເປັນ​ທີ່​ຄາດ​ກັນ​ວ່າ ຈະມີ​ການ​ຮັບ​ຮອງ​ເອົາ​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG