ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກສະພາສູງຈາກພັກ ຣີພັບບລີກັນ ຈະເປີດເຜີຍຂໍ້ ສະເໜີການຊ່ວຍເຫຼືອ ຄັ້ງຫລ້າສຸດ ກ່ຽວກັບໄວຣັສໂຄໂຣນາ


ທ່ານ Steven Mnuchin, ລັດຖະມົນຕີກະຊວງການເງິນ, (ຊ້າຍ) ຍ່າງໄປກັບຫົວໜ້າຝ່າຍນິຕິບັນຍັດຂອງທໍານຽບຂາວ, ທ່ານ Eric Ueland ແລະຜູ້ວ່າການຫົວໜ້າທີ່ປຶກສາປະຈໍາທໍານຽບຂາວ, ທ່ານ Mark Meadows, ຍ່າງໄປນໍາກັນຢູ່ຫ້ອງການລັດຖະສະພາຂອງສະຫະລັດ
ທ່ານ Steven Mnuchin, ລັດຖະມົນຕີກະຊວງການເງິນ, (ຊ້າຍ) ຍ່າງໄປກັບຫົວໜ້າຝ່າຍນິຕິບັນຍັດຂອງທໍານຽບຂາວ, ທ່ານ Eric Ueland ແລະຜູ້ວ່າການຫົວໜ້າທີ່ປຶກສາປະຈໍາທໍານຽບຂາວ, ທ່ານ Mark Meadows, ຍ່າງໄປນໍາກັນຢູ່ຫ້ອງການລັດຖະສະພາຂອງສະຫະລັດ

ບັນດາສະມາຊິກພັກຣີພັບບລີກັນໃນສະພາສູງສະຫະລັດ ຄາດວ່າຈະເປີດຕົວຂໍ້ສະເໜີໂຄງການຊ່ວຍເຫຼືອໄວຣັສໂຄໂຣນາ ມູນຄ່າ 1 ພັນຕື້ໂດລາໃນວັນຈັນມື້ນີ້, ຫຼາຍວັນກ່ອນການຈ່າຍເງິນຄົນຫວ່າງງານຂອງລັດຖະບານກາງ ສຳລັບປະຊາຊົນ ອາເມຣິກັນ ຫຼາຍລ້ານຄົນຜູ້ທີ່ສູນເສຍວຽກງານຈະໝົດອາຍຸ ລົງ.

ຫຼັງຈາກການເຈລະຈາຫຼາຍວັນກັບບັນດາສະມາຊິກສະພາສັງກັດພັກຣີພັບບລີກັນນັ້ນ, ທີ່ປຶກສາທຳນຽບຂາວທ່ານ ມາກ ມີໂດສ໌ ແລະ ລັດຖະມົນຕີກະຊວງການ ເງິນທ່ານ ສຕີຟ ມະນູຊິນ ໄດ້ກ່າວໃນວັນອາທິດວານນີ້ວ່າ ໂຄງການດັ່ງກ່າວ ຈະລວມມີການຂະຫຍາຍຜົນປະໂຫຍດໃຫ້ຜູ້ຫວ່າງງານ, ແຕ່ຢູ່ທີ່ 70 ເປີເຊັນ ໃນການຈ່າຍເງິນຄັ້ງກ່ອນຂອງຄົນຜູ້ນັ້ນ.

ຜົນປະໂຫຍດດັ່ງກ່າວມີກຳນົດຈະໝົດອາຍຸໃນວັນສຸກນີ້, ເຊິ່ງເປັນສ່ວນນຶ່ງຂອງ ກົດໝາຍການຊ່ວຍເຫຼືອໄວຣັສໂຄໂຣນາກ່ອນໜ້ານີ້, ໂດຍຈ່າຍເງິນໃຫ້ປະຊາ ຊົນທີ່ຫວ່າງງານ 600 ໂດລາຕໍ່ອາທິດ ໂດຍບໍ່ລວມກັບຜົນປະໂຫຍດການ ຊ່ວຍເຫຼືອຄົນຫວ່າງງານຂອງລັດ.

ບັນດາສະມາຊິກພັກຣີພັບບລີກັນ ໄດ້ສະແດງການຄັດຄ້ານຕໍ່ຂໍ້ເທັດຈິງທີ່ວ່າ ລະ ດັບໃນປັດຈຸບັນນີ້ຈະໝາຍຄວາມວ່າປະຊາຊົນບາງຄົນ, ເມື່ອປະສົມການຈ່າຍເງິນຂອງລັດຖະບານກາງກັບຜົນປະໂຫຍດຂອງລັດລວມເຂົ້າກັນແລ້ວ, ເຂົາ ຈົ້າຈະໄດ້ເງິນຫຼາຍກວ່າທີ່ເຂົາເຈົ້າຫາໄດ້ຈາກການເຮັດວຽກ.

ພັກເດໂມແຄຣັດໄດ້ຕອບໂຕ້ຄືນວ່າ ຍ້ອນລະດັບການຕິດໄວຣັສໂຄໂຣນາຢ່າງ ຕໍ່ເນື່ອງໃນປະເທດ ປະຊາຊົນຫຼາຍຄົນຍັງຮູ້ສຶກປອດໄພທີ່ຈະກັບໄປເຮັດວຽກ ຂອງເຂົາເຈົ້າເທື່ອ.

ພັກຣີພັບບລີິກັນເປັນຜູ້ຄວບຄຸມສະພາສູງ, ແຕ່ພັກເດໂມແຄຣັດ ມີສຽງສ່ວນ ຫຼາຍໃນສະພາຕໍ່າ, ນັ້ນກໍໝາຍຄວາມວ່າ ບັນດາຜູ້ນຳໃນສອງພາກສ່ວນຂອງ ສະພານິຕິບັນຍັດນັ້ນ ຈະຕ້ອງໄດ້ບັນລຸຂໍ້ຕົກລົງນຳກັນ ກ່ຽວກັບ ໂຄງການ ຊ່ວຍເຫຼືອໃດໆ.

ຜູ້ນຳສຽງສ່ວນຫຼາຍ ທ່ານ ມິຈ໌ ແມັກຄອນແນລ ໄດ້ກ່າວວ່າທ່ານຫວັງວ່າ ຈະໄດ້ຂໍ້ຕົກລົງໃນອີກສອງ ຫຼື ສາມອາທິດຂ້າງໜ້າ.

ປະທານສະພາຕໍ່າທ່ານນາງ ແນນຊີ ເພໂລຊີ ໄດ້ຕຳໜິຕິຕຽນພັກພັບບລີິກັນ ໃນວັນອາທິດວານນີ້ວ່າ “ສ້າງຄວາມສັບສົນ, ແລະ ວ່າການເລື່ອນເວລານັ້ນ ແມ່ນກຳລັງເຮັດໃຫ້ບັນດາຄອບຄົວຂອງປະຊາຊົນ ອາເມຣິກັນ ມີຄວາມທຸກ ທໍລະມານ.”

ທ່ານ ມີໂດສ໌ ແລະ ທ່ານ ມະນູຊິນ ໄດ້ກ່າວວ່າ ເພື່ອທີ່ຈະຮັບປະກັນຜົນປະ ໂຫຍດການຫວ່າງງານບໍ່ໃຫ້ໝົດອາຍຸໄປນັ້ນ, ມັນມີຄວາມເປັນໄປໄດ້ ກ່ຽວກັບ ການຮັບຜ່ານກົດໝາຍທີ່ນ້ອຍກວ່າ ທີ່ແນເປົ້າໃສ່ພາກສ່ວນຕ່າງໆຂອງໂຄງການ ຊ່ວຍເຫຼືອໄວຣັສໂຄໂຣນາດັ້ງເດີມທີ່ມີກຳນົດຈະໝົດອາຍຸໃນໄວໆນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG