ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ສູງ ສະ​ຫະ​ລັດ ຈະ​ລົງ​ຄະ​ແນນ​ສຽງ ເພື່ອ​ຢຸດ ​ການ​ປິດ​ລັດ​ຖະ​ບານ


ສະ​ມາ​ຊິກ​ສະ​ພາ​ສູງ ສັງ​ກັດ​ພັກ​ເດ​ໂມ​ແຄ​ຮັດ ຈາກ​ລັດ​ເວີ​ຈິ​ເນຍ, ທ່ານ ທິມ ເຄນ, ລົມ​ກັບ​ນັກ​ຂ່າວຢູ່​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 21 ທັນ​ວາ 201
ສະ​ມາ​ຊິກ​ສະ​ພາ​ສູງ ສັງ​ກັດ​ພັກ​ເດ​ໂມ​ແຄ​ຮັດ ຈາກ​ລັດ​ເວີ​ຈິ​ເນຍ, ທ່ານ ທິມ ເຄນ, ລົມ​ກັບ​ນັກ​ຂ່າວຢູ່​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 21 ທັນ​ວາ 201

ສະ​ພາ​ສູງ ສະ​ຫະ​ລັດ ກຳ​ລັງ​ກະ​ກຽມ​ທີ່​ຈະ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ພະ​ຫັດ​ມື້​ອື່ນ ກ່ຽວ​ກັບ
ຂໍ້ສະເໜີຂອງພັກຣີພັບບລີກັນ ແລະ ເດໂມແຄຣັດ ທີ່ແຍກຈາກກັນ ເພື່ອຍຸຕິການປິດ
ລັດຖະບານບາງສ່ວນ ທີ່ຕອນນີ້ໄດ້ຍ່າງເຂົ້າສູ່ເດືອນທີສອງແລ້ວ.

ຮ່າງ​ກົດ​ໝາຍ​ທີ່​ຖືກ​ຮັບ​ຜ່ານ​ໂດຍ​ສະ​ພາ​ຕ່ຳ ​ທີ່​ນຳ​ພາ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ​ແລ້ວ​ນັ້ນ
ຈະສະໜອງເງິນທຶນຊົ່ວຄາວໄປຈົນຮອດວັນທີ 8 ເດືອນ 2, ອະນຸຍາດໃຫ້ອົງການ
ຕ່າງໆທີ່ຖືກປິດນັ້ນກັບມາເປີດຄືນ ໃນຂະນະທີ່ທັງສອງຝ່າຍປຶກສາຫາລືກັນ ກ່ຽວກັບ
ການຮັກສາຄວາມປອດໄພຢູ່ເຂດຊາຍແດນ. ມັນບໍ່ໄດ້ລວມເງິນສຳລັບກຳແພງທີ່ປະ
ທານາທິບໍດີ ດໍໂນລ ທຣຳ ຢາກສ້າງຢູ່ເຂດຊາຍແດນ ສະຫະລັດ ກັບ ເມັກຊິໂກ ນຳ.

ແຜນ​ການ​ຂອງພັກ​ຣີ​ພັບ​ບ​ລີ​ກັນ ແມ່ນ​ອີງ​ໃສ່​ຂໍ້​ສະ​ເໜີ​ຂອງ​ທ່ານ ທ​ຣຳ ທີ່​ຈະ​ໃຊ້​ເງິນ ຫ້າ
ພັນເຈັດຮ້ອຍລ້ານໂດລາ ເພື່ອສ້າງກຳແພງ ແລະ ສະໜອງການປົກປ້ອງຊົ່ວຄາວ ໃຫ້
ຜູ້ຍົກຍ້າຍຖິ່ນຖານບາງຄົນ. ທຳນຽບຂາວໄດ້ກ່າວວ່າ ທ່ານ ທຣຳ ມີກຳນົດທີ່ຈະປຶກສາ
ຫາລືແຜນການຂອງທ່ານ ກັບບັນດາຜູ້ນຳອະນຸລັກນິຍົມໃນວັນພຸດມື້ນີ້ ພ້ອມກັບບັນ
ດາຜູ້ນຳລັດ ແລະ ທ້ອງຖິ່ນ.

ທ່ານ ທ​ຣຳ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ເມື່ອ​ວັນ​ອັງ​ຄານ​ວານນີ້​ວ່າ “ຖ້າບໍ່​ມີ​ກຳ​ແພງ​ປະ​
ເທດຂອງພວກເຮົາຈະບໍ່ມີວັນສາມາດມີເຂດຊາຍແດນ ຫຼື ປະເທດທີ່ ປອດໄພ. ດ້ວຍ
ອຳນາດຂອງກຳແພງ ຫຼື ສິ່ງກີດຂວາງທີ່ເປັນເຫຼັກນັ້ນ, ອັດຕາການກໍ່ອາຊະຍະກຳ
(ແລະ ຢາເສບຕິດ) ຈະລະບາດລົງໄປທົ່ວ ສະຫາະລັດ ຢ່າງໃຫຍ່. ພວກເດໂມແຄຣັດ
ຮູ້ເລື່ອງນີ້ ແຕ່ຢາກຫຼິ້ນເກມການເມືອງຊື່ໆ. ມັນ ຕ້ອງໄດ້ມີການແກ້ໄຂຢ່າງຖືກຕ້ອງ.
ຫ້າມບໍ່ໃຫ້ຍອມ”

ຜູ້ນຳສຽງ​ສ່ວນຫຼາຍ​ໃນ​ສະ​ພາ​ສູງ ທ່ານ ມິ​ຈ ແມັກ​ຄອນ​ແນ​ລ, ຜູ້​ທີ່​ກ່ອນ​ໜ້າ​ນີ້​ໄດ້​ປະ​ຕິ​
ເສດທີ່ຈະນຳເອົາຮ່າງກົດໝາຍໃດໆ ທີ່ຈະບໍ່ໄດ້ຮັບການສະໜັບສູນຈາກທ່ານ ທຣຳ
ສະເໜີຕໍ່ສະພາສູງນັ້ນ, ໄດ້ຮຽກຮ້ອງບັນດາສະມາຊິກສະພາໃຫ້ລົງຄະແນນສຽງ ສະ
ໜັບສະໜູນຂໍ້ສະເໜີຂອງພັກຣີພັບບລີກັນ.

ທ່ານ ແມັກ​ຄອນ​ແນ​ລ ໄດ້​ກ່າວ​ວ່າ “ໂອ​ກາດ​ທີ່​ຈະ​ຢຸດ​ເລື່ອງນີ້​ທັງ​ໝົດ ແມ່ນ​ກຳ​ລັງ​ຈ້ອງ​
ເບິ່ງໜ້າຂອງພວກເຮົາ.” ທ່ານໄດ້ອະທິບາຍ ກ່ຽວກັບ ຮ່າງກົດໝາຍດັ່ງກ່າວວ່າເປັນ
ພຽງ “ຂໍ້ສະເໜີດຽວ, ພຽງອັນດຽວທີ່ເຮົາມີໃນຕອນນີ້ ທີ່ສາມາດໄດ້ຮັບການເຊັນໂດຍ
ປະທານາທິບໍດີ ແລະ ເປີດລັດຖະບານຄືນໃນທັນທີ.”

ພັກ​ເດ​ໂມ​ແຄ​ຣັດ, ຜູ້​ທີ່​ສາ​ມາດ​ກີດ​ກັ້ນການ​ອອກ​ກົດ​ໝາຍ​ສ່ວນ​ໃຫຍ່​ໃນ​ສະ​ພາ​ສູງ​ນັ້ນ,
ໄດ້ວິຈານກ່ຽວກັບຂໍ້ສະເໜີດັ່ງກ່າວ, ໂດຍເວົ້າຢ້ຳວ່າ ມັນພຽງແຕ່ຈະຢຸດການຂົ່ມຂູ່
ກ່ຽວກັບ ການເນລະເທດພວກຍົກຍ້າຍຖິ່ນຖານທີ່ຖືກພາມາ ສະຫະລັດ ຕັ້ງແຕ່ຕອນ
ຍັງນ້ອຍເປັນເວລາຊົ່ວຄາວເທົ່ານັ້ນ, ເຊິ່ງເຂົາເຈົ້າແມ່ນກຸ່ມຄົນທີ່ຖືກຈັດວ່າ ມີຄວາມ
ສ່ຽງໂດຍດຳລັດຂອງທ່ານ ທຣຳ.

ອ່ານ​ຂ່າວນີ້​ຕື່​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG