ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການຄາດໝາຍວ່າ ສະພາສູງ ສະຫະລັດ ຈະລົງຄະແນນສຽງ ກ່ຽວກັບຮ່າງກົດໝາຍ ຄົນເຂົ້າເມືອງ


ສະມາຊິກສະພາສູງ ທ່ານ ເຈມສ ແລັງຝອດ ສັງກັດພັກຣີພັບ
ບລີກັນ ລັດໂອກລາໂຮມາ, ຟັງສະມາຊິກສະພາສູງ ທ່ານ ແອັງກັສ ຄິງ, ນັກການເມືອງບໍ່ສັງກັດພັກໃດ ຈາກລັດ ເມນ, ທີ່ເວົ້າກ່ຽວກັບ ບັນຫາຄົນເຂົ້າເມືອງ ແລະ ໂຄງການ ດາກາ "DACA" . ລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. 7 ກຸມພາ, 2018.
ສະມາຊິກສະພາສູງ ທ່ານ ເຈມສ ແລັງຝອດ ສັງກັດພັກຣີພັບ ບລີກັນ ລັດໂອກລາໂຮມາ, ຟັງສະມາຊິກສະພາສູງ ທ່ານ ແອັງກັສ ຄິງ, ນັກການເມືອງບໍ່ສັງກັດພັກໃດ ຈາກລັດ ເມນ, ທີ່ເວົ້າກ່ຽວກັບ ບັນຫາຄົນເຂົ້າເມືອງ ແລະ ໂຄງການ ດາກາ "DACA" . ລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. 7 ກຸມພາ, 2018.

ສະພາສູງ ສະຫະລັດ ອາດລົງຄະແນນສຽງ ກ່ຽວກັບ ຂໍ້ສະເໜີການປະຕິຮູບຄົນເຂົ້າ
ເມືອງໃນວັນພະຫັດມື້ນີ້, ໃນຂະນະທີ່ບັນດາສະມາຊິກສະພາ ພິຈາລະນາ ແຜນການ
ໂຕ້ແຍ້ງ ທີ່ຈະແກ້ໄຂບັນຫາຕ່າງໆ ເຊັ່ນການປົກປ້ອງພວກຜູ້ຍົກຍ້າຍຖິ່ນຖານໄວໜຸ່ມ
ທີ່ບໍ່ມີເອກະສານຖືກຕ້ອງຕາມກົດໝາຍ, ຂະຫຍາຍການຮັກສາຄວາມປອດໄພຕາມ
ເຂດຊາຍແດນ ແລະ ປ່ຽນແປງກົດລະບຽບຕ່າງໆ ສຳລັບການຍົກຍ້າຍຖິ່ນຖານ ທີ່ໄດ້
ຮັບການປະກັນໂດຍຄອບຄົວ.

ໃນຕອນແລງວັນພຸດວານນີ້, ກຸ່ມຂອງສະມາຊິກສະພາສູງ 16 ຄົນຈາກສອງພັກການ
ເມືອງກຸ່ມນຶ່ງ ໄດ້ປະກາດ ຂໍ້ຕົກລົງສະບັບນຶ່ງ ກ່ຽວກັບ ນິຕິບັນຍັດທີ່ຈະສະເໜີຊ່ອງທາງ
ໄປສູ່ການໃຫ້ສັນຊາດ ສຳລັບພວກຄົນເຂົ້າເມືອງທີ່ບໍ່ມີໜັງສືຖືກຕ້ອງຕາມກົດໝາຍ ທີ່
ຖືກນຳມາສະຫະລັດ ຕັ້ງແຕ່ຕອນເຂົາເຈົ້າຍັງນ້ອຍຢູ່, ເຊິ່ງບາງຄັ້ງ ເຂົາເຈົ້າກໍຖືກເອີ້ນ
ວ່າພວກນັກຝັນ ຫຼື Dreamers.

ກົດໝາຍດັ່ງກ່າວ ຈະອະນຸມັດເງິນ 25 ຕື້ໂດລາ ໃນການໃຫ້ທຶນ ກ່ຽວກັບ ການຮັກສາ
ຄວາມປອດໄພຕາມເຂດຊາຍແດນເປັນເວລາ 10 ປີ, ໃນຂະນະດຽວກັນ ກໍຈະເພັ່ງເລັງ
ໃສ່ການບັງຄັບໃຊ້ກົດໝາຍຄົນເຂົ້າເມືອງ ກ່ຽວກັບ ຜູ້ກະທຳຜິດທາງອາຍາຊໍ້າອີກ ຫຼື
ຮ້າຍແຮງ, ພວກຜູ້ທີ່ເປັນໄພຂົ່ມຂູ່ຕໍ່ຄວາມປອດໄພແຫ່ງຊາດ ແລະ ພວກຜູ້ທີ່ເດີນທາງ
ເຂົ້າມາປະເທດຢ່າງຜິດກົດໝາຍຫຼັງຈາກທ້າຍເດືອນມິຖຸນາທີ່ຜ່ານມາ.

ປະທານາທິບໍດີ ດໍໂນລ ທຣຳ ໃຫ້ການສະໜັບສະໜູນການປະຕິຮູບຢ່າງສິ້ນເຊີງ ທີ່ຈະ
ເພີ່ມຂໍ້ຈຳກັດເພີ່ມເຕີມ ຕໍ່ພວກຄົນເຂົ້າເມືອງ ທີ່ໄດ້ຮັບການປະກັນຈາກຄອບຄົວ ແລະ
ໃຫ້ບູລິມະສູດແກ່ຜູ້ທີ່ເດີນທາງມາຢູ່ໃໝ່ ຜູ້ທີ່ມີທັກສະໃນການເຮັດວຽກສູງ ແທນລະບົບ
ຈົກສະຫຼາກໃນປັດຈຸບັນ.

ໃນຖະແຫຼງການສະບັບນຶ່ງຂອງທຳນຽບຂາວ ເມື່ອວັນພຸດວານນີ້, ທ່ານ ທຣຳ ໄດ້ຮຽກ
ຮ້ອງ ໃຫ້ບັນດາສະມາຊິກສະພາ ປະກາດໃຊ້ “ການປະຕິຮູບທີ່ມີຄວາມຮັບຜິດຊອບ
ແລະ ສາມັນສຳນຶກ ທີ່ຈະເປັນຜົນປະໂຫຍດແກ່ຄົນ ອາເມຣິກັນ.”

ຄຳຮຽກຮ້ອງຂອງທ່ານ ທຣຳ ໄດ້ສະທ້ອນໃຫ້ເຫັນກຳນົດການທີ່ກວ້າງຂວາງຂອງ ທຳ
ນຽບຂາວ ກ່ຽວກັບ ຄົນເຂົ້າເມືອງ ທຽບໃສ່ເກືອບ 6 ເດືອນທີ່ຜ່ານມາ, ເມື່ອທ່ານປະທາ
ນາທິບໍດີໄດ້ຍົກເລີກນະໂຍບາຍຂອງລັດຖະບານທ່ານ ໂອບາມາ ທີ່ມອບຜົນປະໂຫຍດ
ໃຫ້ພວກຄົນເຂົ້າເມືອງໄວໜຸ່ມ ແລະ ໃຫ້ເວລາລັດຖະສະພາ 6 ເດືອນທີ່ຈະຮ່າງນິຕິບັນ
ຍັດຖາວອນມາແທນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Senate Stalled on Immigration Solution
please wait

No media source currently available

0:00 0:02:37 0:00

XS
SM
MD
LG