ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ສະຫະລັດ ຈະສືບຕໍ່ການດຳເນີນຄະດີຟ້ອງຮ້ອງ ທ່ານ ທຣຳ


ກຳລັງຮັກສາດິນແດນແຫ່ງຊາດ ສະຫະລັດ ຮັກສາຄວາມປອດໄພຢູ່ລັດຖະສະພາ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ. 14, 2021.
ກຳລັງຮັກສາດິນແດນແຫ່ງຊາດ ສະຫະລັດ ຮັກສາຄວາມປອດໄພຢູ່ລັດຖະສະພາ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ. 14, 2021.

ສະພາສູງ ສະຫະລັດ ໄດ້ລົງຄະແນນສຽງໃນວັນອັງຄານວານນີ້ ເພື່ອດຳເນີນການດຳເນີນຄະດີຟ້ອງຮ້ອງຕໍ່ອະດີດປະທານາທິບໍດີ ດໍໂນລ ທຣຳ ໃນຂໍ້ກ່າວຫາທີ່ວ່າທ່ານໄດ້ຍຸແຍ່ການຈະລາຈົນຢູ່ລັດຖະສະພາ ສະຫະລັດ ໃນເດືອນທີ່ຜ່ານມາ ໂດຍຮຽກຮ້ອງໃຫ້ຜູ້ສະໜັບສະໜູນຂອງທ່ານຫຼາຍພັນຄົນໄປປະເຊີນໜ້າກັບບັນດາສະມາຊິກສະພາ ໃນຂະນະທີ່ເຂົາເຈົ້າປະຊຸມກັນເພື່ອຢັ້ງຢືນວ່າ ທ່ານ ໂຈ ໄບເດັນ ສັງກັດພັກເດໂມແຄຣັດ ໄດ້ຊະນະທ່ານໃນການເລືອກຕັ້ງເມື່ອເດືອນພະຈິກປີກາຍນີ້.

ການລົງຄະແນນສຽງ 56 ຕໍ່ 44 ເພື່ອເລີ່ມຕົ້ນການໃຫ້ຫຼັກຖານໃນກໍລະນີດັ່ງກ່າວໃນຕອນທ່ຽງຂອງວັນພຸດມື້ນີ້ ຈະມີຂຶ້ນລັງຈາກການໂຕ້ຖຽງກັນຢ່າງດຸເດືອດສີ່ຊົ່ວໂມງ ກ່ຽວກັບ ຄວາມຖືກຕ້ອງຕາມລັດຖະທຳມະນູນ ໃນການຈັດການດຳເນີນຄະດີໃນຂະນະທີ່ທ່ານ ທຣຳ ບໍ່ໄດ້ດຳລົງຕຳແໜ່ງອີກຕໍ່ໄປແລ້ວ.

ບັນດາສະມາຊິກສະພາສັງກັດພັກເດໂມແຄຣັດ ຈາກສະພາຕໍ່າທີ່ໄດ້ດຳເນີນຄະດີຕໍ່ທ່ານ ທຣຳ ໄດ້ກ່າວວ່າ ອະດີດຜູ້ນຳ ສະຫະລັດ ທີ່ວ່ານັ້ນຕ້ອງຖືກນຳຕົວມາຮັບຜິດຊອບສຳລັບການກະທຳຂອງລາວໃນສອງສາມອາທິດສຸດທ້າຍໃນການດຳລົງຕຳແໜ່ງຂອງລາວ.

ທະນາຍຄວາມຂອງທ່ານ ທຣຳ ສອງຄົນໄດ້ໂຕ້ແຍ້ງວ່າ ບັນດາຜູ້ກໍ່ຕັ້ງປະເທດ, ໃນການຂຽນລັດ ຖະທຳມະນູນນັ້ນ, ມີຈຸດປະສົງໃຫ້ໃຊ້ການຟ້ອງຮ້ອງເປັນເຄື່ອງມືເພື່ອປົດປະທານາທິບໍດີອອກຈາກຕຳແໜ່ງເທົ່ານັ້ນ, ເຊິ່ງແມ່ນເປັນໄປບໍ່ໄດ້ ໃນກໍລະນີຂອງທ່ານ ທຣຳ ໃນເມື່ອການດຳລົງຕຳແໜ່ງນຶ່ງສະໄໝສີ່ປີຂອງທ່ານໄດ້ສິ້ນສຸດລົງໃນວັນທີ 20 ມັງກອນ ໃນຂະນະທີ່ທ່ານ ໄບເດັນ ໄດ້ສາບານຕົວຮັບຕຳແໜ່ງ.

ໃນຂະນະທີ່ການດຳເນີນຄະດີຟ້ອງຮ້ອງຂອງທ່ານ ທຣຳ ໄດ້ເລີ່ມຂຶ້ນ, ສະມາຊິກສະພາຕໍ່າທ່ານ ເຈມີ ແຣສກິນ ຈາກລັດ ແມຣີແລນ, ເຊິ່ງແມ່ນນຶ່ງໃນບັນດາໄອຍະການຟ້ອງຮ້ອງສະພາຕໍ່າເພື່ອຟ້ອງຮ້ອງທ່ານ ທຣຳ ໄດ້ກ່າວວ່າ ຖ້າ ທ່ານ ທຣຳ ບໍ່ຖືກນຳມາຮັບຜິດຊອບ, ມັນຈະ “ສ້າງຂໍ້ຍົກເວັ້ນອັນໃໝ່ສຳລັບເດືອນມັງກອນ” ເຊິ່ງປະທານາທິບໍດີໃນອະນາຄົດຈະບໍ່ປະເຊີນກັບຜົນທີ່ຕາມມາສຳລັບ ການກະທຳຜິດໃດໆໃນລະຫວ່າງເດືອນສຸດທ້າຍໃນການດຳລົງຕຳແໜ່ງຂອງເຂົາເຈົ້າ.

ພັກເດໂມແຄຣັດໄດ້ສະແດງວິດີໂອທີ່ສະເທືອນໃຈ ກ່ຽວກັບ ການຈະລາຈົນທີ່ໄດ້ເກີດຂຶ້ນໃນລັດ ຖະສະພາເມື່ອວັນທີ 6 ມັງກອນແລ້ວນີ້, ດ້ວຍພວກປະທ້ວງທີ່ໂມໂຫໄດ້ບຸກຜ່ານບັນດາເຈົ້າໜ້າທີ່ ແລະ ບັນດາສະມາຊິກສະພາຟ້າວພາກັນໜີ ເພື່ອຫຼີກລ່ຽງຄວາມຮຸນແຮງ, ບໍ່ດົນຫຼັງຈາກເຂົາເຈົ້າໄດ້ເລີ່ມຢັ້ງຢືນວ່າທ່ານ ໄບ ເດັນ ໄດ້ຊະນະທ່ານ ທຣຳ ໃນການເລືອກຕັ້ງຂອງເດືອນພະຈິກ.

ທ່ານ ແຣສກິນ ຈື່ໄດ້ວ່າທີ່ປຶກສາຂອງທ່ານ, ລູກສາວ ແລະ ລູກເຂີຍໄດ້ຖືກບັງ ຄັບໃຫ້ປ້ອງກັນຕົນ ເອງຢູ່ໃນຫ້ອງການຂອງຜູ້ນຳສຽງສ່ວນຫຼາຍສະພາສູງ ທ່ານ ສເຕນີ ຮອຍເຢີ ແລະ ໄດ້ລີ້ຢູ່ກ້ອງໂຕະໃນຂະນະທີ່ພວກຈະລາຈົນໄດ້ທຸບປະຕູຫ້ອງການ ແລະ ໄດ້ວາງສິ່ງທີ່ເຂົາເຈົ້າຄິດວ່າຈະເປັນຂໍ້ ຄວາມສຸດທ້າຍ ແລະ ການຊື່ມໃສ່ໃນໂທລະສັບເພື່ອການກ່າວລາຂອງເຂົາເຈົ້າ. ເຂາເຈົ້າຄິດວ່າເຂົາເຈົ້າຈະຕາຍ.” ທ່ານ ທຣຳ ຜູ້ທີ່ໄດ້ຮຽກຮ້ອງພວກສະໜັບສະໜູນຫຼາຍຮ້ອຍຄົນໃຫ້ໄປປະເຊີນໜ້າກັບບັນດາສະມາຊິກສະພາຢູ່ລັດຖະສະພາໃນເດືອນທີ່ຜ່ານມາໃນຄວາມພະຍາຍາມຄັ້ງສຸດ ທ້າຍ ເພື່ອຕ່າວປີ້ນຜົນການເລືອກຕັ້ງນັ້ນ, ໄດ້ຖືກຟ້ອງຮ້ອງນຶ່ງອາທິດຕໍ່ມາ ແລະ ໄດ້ອອກຈາກຕຳແໜ່ງໃນວັນທີ 20 ມັງ ກອນ ໃນຂະນະທີ່ທ່ານ ໄບເດັນ ໄດ້ສາບານຕົວເຂົ້າຮັບຕຳແໜ່ງເປັນປະທານາທິບໍດີ ຄົນທີ 46 ຂອງປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG