ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະ​ນະ​ກຳ​ມະ​ການ ​ສະ​ພາ​ສູງ​ ສ​ຫ​ລ ​ສັ່ງ​ຮຽກ​ຕົວ​ ອະ​ດີດ​ ທະ​ນາຍ​ຄວາມ​ ຂອງ ​ປ. ທ​ຣຳ ​ໄປ​ໃຫ້​ການ


ທ່ານ ໄມ​ໂຄ ໂຄ​ເຮັນ,ອະ​ດີດ​ທະ​ນາຍ​ຄວາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຍ່າງ​ອອກ​ຈາກ​ສານໃນ​ເມືອງ​ແມນ​ແຮັດ​ຕັນ ຢູ່ ນະ​ຄອນ​ນີວ​ຢອກ​ໄປ ພາຍ​ຫລັງ​ທີ່​ໄດ້​ຮັບ​ສາ​ລະ​ພາບ​ຜິດ​ວ່າ ໄດ້​ໃຫ້​ການ​ເທັດ​ແລ້ວ ໃນ​ວັນ​ທີ 29 ພະ​ຈິກ 2018
ທ່ານ ໄມ​ໂຄ ໂຄ​ເຮັນ,ອະ​ດີດ​ທະ​ນາຍ​ຄວາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຍ່າງ​ອອກ​ຈາກ​ສານໃນ​ເມືອງ​ແມນ​ແຮັດ​ຕັນ ຢູ່ ນະ​ຄອນ​ນີວ​ຢອກ​ໄປ ພາຍ​ຫລັງ​ທີ່​ໄດ້​ຮັບ​ສາ​ລະ​ພາບ​ຜິດ​ວ່າ ໄດ້​ໃຫ້​ການ​ເທັດ​ແລ້ວ ໃນ​ວັນ​ທີ 29 ພະ​ຈິກ 2018

ຄະ​ນະ​ກຳ​ມະ​ການ​ສະ​ພາ​ສູງ​ຂອງສະ​ຫະ​ລັດ ​ມີ​ຄຳ​ສັ່ງ​ຮຽກ​ຕົວ​ ອະ​ດີດ​ທະ​ນາຍ​ຄວາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ທ່ານ ໄມ​ໂຄ ໂຄ​ເຮັນ, ວ່າ​ຕ້ອງໄປ​ໃຫ້ການ, ນຶ່ງມື້​ພາຍ​ຫລັງ​ທີ່​ທ່ານ ໂຄ​ເຮັນເວົ້າ​ວ່າທ່ານ​ໄດ້​ເລື່ອນ​ວັນ ທີ່​ທ່ານ​ຈະ​ໄປ​ປາ​ກົດ​ໂຕ​ຢູ່ສະ​ພາ​ແຫ່ງນັ້ນ ທີ່​ກຳ​ນົດ​ວ່າຈະ​ມີ​ຂຶ້ນ​ໃນ​ວັນ​ທີ 7 ກຸມ​ພາ​ຈະ​ມາ​ເຖິງນີ້​ອອກ​ໄປ.

ທະ​ນາຍ​ຄວາມ​ຂອງ​ທ່ານໂຄ​ເຮັນ, ທ່ານ ແລນ​ນີ ເດ​ວິ​ສ ກ່າວ​ວ່າ “​ພວກ​ເຮົາ​ຈະ​ປະ​ຕິ​ບັດ​ຕາມນັ້ນ ແລະ​ຫວັງ​ວ່າ ຈະ​ມີ​ການ​ຕົກ​ລົງ​ກັນ​ໄດ້​ກ່ຽວ​ກັບ​ເງື່ອນ​ໄຂທີ່​ສົມ​ເຫດສົມ​ຜົນ, ລະ​ບຽບ​ການພື້ນ​ຖານ ແລະ​ວັນ​ທີ.”

​ທ່ານ ໂຄ​ເຮັນ ບໍ່​ໄດ້​ໃຫ້​ຄຳ​ຄິດ​ເຫັນ​ໃດໆ ຕໍ່ພວກ​ນັກ​ຂ່າວ ທີ່​ຖາມ​ຢູ່ນອກ​ເຮືອນ​ຂອງ​ທ່ານຢູ່​ນະ​ຄອນ​ນີວ​ຢອກນັ້ນ.

​ທ່ານ ໂຄ​ເຮັນ ໄດ້​ຮັບ​ສາ​ລະ​ພາບ​ຜິດ​ໃນເດືອນ​ພະ​ຈິກ​ຜ່ານ​ມາ ຕໍ່​ຂໍ້​ກ່າວ​ຫາວ່າ ໄດ້​ໃຫ້​ການ​ເທັດຕໍ່​ຄະ​ນະ​ກຳ​ມະ​ການ​ດ້ານ​ສືບ​ລັບ​ຂອງ​ສະ​ພາ​ສູງ ຢູ່ໃນເວ​ລາ​ໃຫ້​ຄຳ​ໃຫ້ການ​ຄັ້ງ​ກ່ອນ ກ່ຽວ​ກັບ​ໂຄງ​ການ​ຕຶກ​ຂອງ​ທ່ານ​ທ​ຣຳ​ ທີ່​ສະ​ເໜີ​ສ້າງຢູ່​ໃນ​ມົ​ສ​ກູ.

ທ່ານ​ໄດ້​ຍອມ​ຮັບ​ວ່າ ການ​ໂອ້ລົມກ່ຽວ​ກັບ​ເລື້ອງ​ດັ່ງ​ກ່າວ​ ກັບ​ພວກ​ເຈົ້າ​ໜ້າ​ທີ່​ຣັດ​ເຊຍ​ບໍ່​ໄດ້​ສິ້ນ​ສຸດ​ລົງ ກ່ອນ​ການ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ປີ 2016 ແຕ່​ກັບ​ໄດ້ສືບ​ຕໍ່ມີ​ຂຶ້ນໃນ​ເວ​ລາທີ່​ມີ​ການ​ໂຄ​ສະ​ນາ​ຫາ​ສຽງເລືອກ​ຕັ້ງ​ດັ່ງ​ກ່າວດຳ​ເນີນ​ໄປ​ຢູ່ນັ້ນ.

ໄອ​ຍະ​ການ​ພິ​ເສດໂຣ​ເບີດ ມອ​ລ​ເລີ ກໍ​ໄດ້​ກ່າວ​ຫາ​ທ່ານ​ ໂຄ​ເຮັນວ່າ ໄດ້ໃຫ້​ການ ເທັດ​ຕໍ່ຄະ​ນະ​ກຳ​ມະ​ການ​ດ້ານ​ສືບ​ລັບ​ຂອງ​ສະ​ພາ​ຕ່ຳ​ເຊັ່ນ​ກັນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG