ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການໂຕ້ແຍ້ງກັນ ເປັນສ່ວນຫຼາຍ ແຕ່ຂາດ ການດຳເນີນການ ໃນເລື່ອງ ຄົນເຂົ້າເມືອງ


ຕຶກຂອງລັດຖະສະພາ ສະຫະລັດ ທີ່ເອີ້ນກັນວ່າ Capitol Hill, ວັນທີ 19 ມັງກອນ 2017.
ຕຶກຂອງລັດຖະສະພາ ສະຫະລັດ ທີ່ເອີ້ນກັນວ່າ Capitol Hill, ວັນທີ 19 ມັງກອນ 2017.

ການໂຕ້ແຍ້ງກັນລະຫວ່າງສອງພັກການເມືອງ ໄດ້ຄອບງຳການສົນທະນາຫາລື ຢູ່ໃນ
ສະພາສູງ ສະຫະລັດ ນຶ່ງວັນຫຼັງຈາກສະພາໄດ້ລົງຄະແນນສຽງ ເພື່ອເລີ່ມຕົ້ນການອະ-
ພິປາຍ ກ່ຽວກັບການປະຕິຮູບກົດໝາຍຄົນເຂົ້າເມືອງ ທີ່ລວມທັງ ຊາຕາກຳຂອງພວກ
ໜຸ່ມນ້ອຍ ທີ່ຜູ້ປົກຄອງນຳເຂົ້າມາໃນສະຫະລັດ ໂດຍຜິດກົດໝາຍໃນຂະນະທີ່ຍັງເຍົາໄວ.

ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານ ມິຕຈ໌ ແມັກຄອນແນລ (Mitch McConnell)
ສັງກັດພັກຣີພັບບລີກັນ ຈາກລັດເຄນທັກກີ ໄດ້ສົ່ງສັນຍານ ເຖິງຈຸດປະສົງຂອງທ່ານ ທີ່ຈະສະຫລຸບການອະພິປາຍ ເລື່ອງຄົນເຂົ້າເມືອງ ພາຍໃນທ້າຍສັບປະດານີ້ ແລະ ໄດ້
ກ່າວຫາ ພັກເດໂມແຄຣັດ ທີ່ເຮັດໃຫ້ເກີດການປະຕິ ບັດງານໃນສະພາ ຊັກຊ້າລົງ ຢ່າງ
ບໍ່ຈຳເປັນ.

ທ່ານແມັກຄອນແນລ ໄດ້ກ່າວວ່າ “ຖ້າພວກເຮົາຈະແກ້ໄຂບັນຫາເຫຼົ່ານີ້ ພາຍໃນ
ສັບປະດານີ້ ພວກເຮົາກໍຕ້ອງໄດ້ເລີ່ມຕົ້ນ.”

ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານ ມິຕຈ໌ ແມັກຄອນແນລ (Mitch McConnell) ສັງກັດພັກຣີພັບບລີກັນ ຈາກລັດເຄນທັກກີ, ພົບປະກັບບັນດານັກຂ່າວ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 6 ກຸມພາ 2018.
ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານ ມິຕຈ໌ ແມັກຄອນແນລ (Mitch McConnell) ສັງກັດພັກຣີພັບບລີກັນ ຈາກລັດເຄນທັກກີ, ພົບປະກັບບັນດານັກຂ່າວ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 6 ກຸມພາ 2018.

ຜູ້ນຳສຽງສ່ວນນ້ອຍຂອງສະພາສູງ ທ່ານຊັກຈ໌ ຊູມເມີ ຈາກລັດນິວຢອກ ໄດ້ຄັດຄ້ານ
ໃນເວລາທີ່ທ່ານແມັກຄອນແນລ ໄດ້ເຄື່ອນໄຫວທີ່ຈະເລີ່ມຕົ້ນການອະພິປາຍ ກ່ຽວກັບ
ກົດໝາຍການປາບປາມຕໍ່ອັນທີ່ເອີ້ນວ່າ “ພວກເມືອງທີ່ໃຫ້ບ່ອນຫລົບລີ້” ກໍແມ່ນເຂດ
ເທດສະບານທັງຫຼາຍ ທີີ່ບໍ່ໃຫ້ການຮ່ວມມືກັບບັນດາເຈົ້າໜ້າທີ່ ຂອງລັດຖະບານກາງ
ໃນການລະບຸໂຕ ແລະ ການຈັດການ ກ່ຽວກັບພວກຄົນເຂົ້າເມືອງທີ່ຜິດກົດໝາຍ.

ທ່ານຊູມເມີ ໄດ້ກ່າວວ່າ ຂໍ້ສະເໜີດັງກ່າວ “ບໍ່ໄດ້ແກ້ໄຂເລື່ອງພວກໜຸ່ມນ້ອຍ ທີ່ຜູ້ປົກ
ຄອງນຳເຂົ້າມາໃນສະຫະລັດ ໂດຍຜິດກົດໝາຍ ຫຼື DREAMers ແລະມັນຈະແກ້ໄຂ
ເລື່ອງຄວາມໝັ້ນຄົງຕາມຊາຍແດນ ສະຫະລັດ” ແລະ “ຈະກ້າວໄປໃນທິດທາງທີ່ຜິດ.”

ພວກຄົນເຂົ້າເມືອງໜຸ່ມນ້ອຍ ຫຼາຍແສນຄົນ ບາງເທື່ອເອີ້ນວ່າ ດຣີມເມີສ໌(DREAMers)
ນັ້ນ ໄດ້ຮັບອະນຸຍາດໃຫ້ເຮັດວຽກ ແລະ ຮ່ຳຮຽນ ຢູ່ໃນສະຫະລັດໄດ້ເປັນການຊົ່ວຄາວ ພາຍໃຕ້ໂຄງການທີ່ໃຫ້ການປົກປ້ອງຄຸ້ມຄອງ ພວກເດັກນ້ອຍທີ່ເຂົ້າມາໃນສະຫະລັດ
ໂດຍຜິດກົດໝາຍ ຈາກການຖືກເນລະເທດ ຫຼື DACA ອັນເປັນໂຄງການ ຂອງລັດ
ຖະບານ ທ່ານໂອບາມາ ເຊິ່ງປະທານາທິບໍດີ ດໍໂນລ ທຣຳ ໄດ້ຍົກເລີກເມື່ອປີກາຍນີ້.

ຜູ້ນຳສຽງສ່ວນນ້ອຍຂອງສະພາສູງ ທ່ານຊັກຈ໌ ຊູມເມີ (Chuck Schumer) ຈາກລັດນິວຢອກ, ກາງ, ກ່າວຖະແຫລງ ຢູ່ທີ່ລັດຖະສະພາ ຫຼື Capitol Hill, ວັນທີ 6 ກູມພາ 2018.
ຜູ້ນຳສຽງສ່ວນນ້ອຍຂອງສະພາສູງ ທ່ານຊັກຈ໌ ຊູມເມີ (Chuck Schumer) ຈາກລັດນິວຢອກ, ກາງ, ກ່າວຖະແຫລງ ຢູ່ທີ່ລັດຖະສະພາ ຫຼື Capitol Hill, ວັນທີ 6 ກູມພາ 2018.

ທ່ານທຣຳ ໄດ້ທ້າທາຍໃຫ້ລັດຖະສະພາ ຮັບຜ່ານກົດໝາຍເພື່ອແກ້ໄຂທາງສະຖານະ
ພາບດ້ານກົດໝາຍຂອງພວກທີ່ໄດ້ຮັບຜົນປະໂຫຍດ ຈາກໂຄງການດາກາ (DACA)
ເຊິ່ງໄດ້ເປັນຄະນວນກໍ່ໃຫ້ເກີດ ການອະພິປາຍເລື່ອງຄົນເຂົ້າເມືອງຂຶ້ນໃໝ່ ທີ່ໄດ້ໄປ ຮອດສະພາສູງ ໃນສັບປະດານີ້.

“ສິ່ງທີ່ສຳຄັນນະທີ່ນີ້ ກໍແມ່ນການອະພິປາຍເລື່ອງຄົນເຂົ້າເມືອງບໍ່ແມ່ນການອະ-
ພິປາຍ ເລື່ອງດາກາ ເທົ່ານັ້ນ ບໍ່ແມ່ນການອະພິປາຍ ເລື່ອງການນີລະໂທດກຳ
ເທົ່ານັ້ນ”
ນັ້ນແມ່ນຄຳເວົ້າ ຂອງ ທ່ານຊັກຈ໌ ແກຣສລີ (Chuck Grassley) ສະມາຊິກ
ສະພາສູງ ສັງກັດພັກຣີພັບບລີກັນ ຈາກລັດ ໄອໂອວາ ທີ່ໄດ້ກ່າວໄປ. ທ່ານກ່າວຕໍ່ໄປວ່າ
“ການອະພິປາຍເລື່ອງຄົນເຂົ້າເມືອງ ແມ່ນຈະຕ້ອງລວມຢູ່ໃນການປຶກສາຫາລື ກ່ຽວ
ກັບມາດຕະການບັງຄັບໃຊ້ກົດໝາຍ...ວິທີທີ່ຈະເອົາພວກອາຊະຍາກອນ ທີ່ອັນຕະ
ລາຍ ອອກໄປຈາກປະເທດຂອງພວກເຮົາ.”

ທ່ານທຣຳ ໄດ້ສະເໜີແນວທາງ ເຊິ່ງໃນທີ່ສຸດແລ້ວ ຈະໃຫ້ສັນຊາດ ແກ່ພວກຄົນເຂົ້າ
ເມືອງ ໜຸ່ມນ້ອຍທີ່ຜິດກົດໝາຍ ຈຳນວນ ນຶ່ງລ້ານແປດແສນຄົນ ແຕ່ທ່ານຍັງໄດ້ຮຽກ
ຮ້ອງທຶນສຳລັບສ້າງກຳແພງ ຢູ່ຕາມຊາຍແດນລະຫວ່າງສະຫະ ລັດ ແລະເມັກຊິໂກ
ການຫລຸດຜ່ອນ ຈຳນວນພວກຄົນເຂົ້າເມືອງທີ່ຖືກຕ້ອງ ທີ່ອາເມຣິກາ ຮັບເຂົ້າມາໃນ
ປະເທດ ແລະ ໃຫ້ບູລິມະສິດ ພວກເຂົ້າມາອາໄສຢູ່ໃນປະເທດໃໝ່ ຜູ້ທີ່ມີທັກສະໃນ ການເຮັດວຽກທີ່ກ້າວໜ້າ.

Congress Immigration
please wait
Embed

No media source currently available

0:00 0:01:54 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG