ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາ ສຫລ ຂຸ້ນຂ້ຽວເຮັດວຽກ ເພື່ອໃຫ້ການຊ່ວຍເຫລືອ ແກ່ເສດຖະກິດ ທີ່ຖືກກະທົບ ຢ່າງໜັກຈາກ ໄວຣັສ ໂຄໂຣນາ


ທ່ານ ສຕີຟເຟັນ ມນຸດຈິນ, ລັດຖະມົນຕີກະຊວງການເງິນຍ່າງໄປ ປະຊຸມກັບ ທ່ານ ຈຊັກ ຊຸມເມີ (ບໍ່ເຫັນຢູ່ໃນຮູບ) ຈາກພັກເດໂມແຄຣັດ ເພື່ອເຈລະຈາເລື້ອງການຊ່ວຍເຫລືອເພື່ອບັນເທົາທຸກ ຈາກຜົນກະທົບຂອງ ໄວຣັສ COVID-19, ວັນທີ 23 ມີນາ, 2020
ທ່ານ ສຕີຟເຟັນ ມນຸດຈິນ, ລັດຖະມົນຕີກະຊວງການເງິນຍ່າງໄປ ປະຊຸມກັບ ທ່ານ ຈຊັກ ຊຸມເມີ (ບໍ່ເຫັນຢູ່ໃນຮູບ) ຈາກພັກເດໂມແຄຣັດ ເພື່ອເຈລະຈາເລື້ອງການຊ່ວຍເຫລືອເພື່ອບັນເທົາທຸກ ຈາກຜົນກະທົບຂອງ ໄວຣັສ COVID-19, ວັນທີ 23 ມີນາ, 2020

ບັນດາສະມາຊິກລັດຖະສະພາສະຫະລັດ ກໍາລັງຂຸ້ນຂ້ຽວເພື່ອໃຫ້ມີການຮັບຮອງ ເອົາຊຸດມາດຕະການ ຟື້ນ ຟູຄືນເພື່ອຊ່ວຍກະຕຸ້ນເສດຖະກິດອາເມຣິກາ ທີ່ກໍາລັງນັບມື້ນັບຈະບໍ່ເໜັງຕີງຫຍັງໄດ້ຢູ່ນີ້ ຍ້ອນການດໍາເນີນ ຄວາມພະຍາຍາມ ຕ້ານກັບເຊື້ອໄວຣັສໂຄໂຣນາ.

ຕະຫລາດຮຸ້ນໄດ້ຕົກວູບລົງຄືນອີກໃນວັນຈັນວານນີ້ ພາຍຫລັງທີ່ມີການສູນເສຍ ໃນອາທິດແລ້ວນີ້ ທີ່ໄດ້ ກວດລ້າງເອົາການໄດ້ກໍາໄລ ທີ່ບັນທຶກໄວ້ຢູ່ໃນສະໄໝ ທີ່ທ່ານປະທານາທິບໍດີ ດໍໂນລ ທຣໍາດໍາລົງ ຕໍາ ແໜ່ງຢູ່ນີ້ ໄປເກືອບໝົດເລີຍ ໃນຂະນະທີ່ການເຄື່ອນໄຫວໄປມາຂອງປວງຊົນຢູ່ທົ່ວປະເທດຫລຸດລົງ ເຖິງຂັ້ນ ຢຸດນິ້ງ.

ໂດຍທີ່ບັນດາໂຮງງານ, ທຸລະກິດ, ຮ້ານອາຫານ ແລະໂຮງຮຽນທັງຫລາຍ ປິດໄວ້ ແລະອຸດສາຫະກໍາທັງ ໝົດແມ່ນຢູ່ໃນສະພາບວຸ້ນວາຍຢູ່ນີ້ ພວກກໍາມະກອນ ກໍກໍາລັງປະເຊີນກັບການຖືກບອກໃຫ້ອອກການ, ຕັດຊົ່ວໂມງເຮັດການລົງ ຫລືບໍ່ ກໍເຮັດໃຫ້ຕັດສິນໃຈ ໄດ້ຍາກທີ່ຈະໄປເຮັດວຽກໃນຂະນະທີ່ປ່ວຍຢູ່ ຖ້າ ເຂົາເຈົ້າ ຫາກບໍ່ມີມື້ລາປ່ວຍທີ່ໄດ້ຮັບເງິນເດືອນ.

ເຖິງແມ່ນວ່າຈະມີຜົນກວດວ່າຕິດເຊື້ອໄວຣັສນັ້ນ ສໍາລັບບັນດາສະມາຊິກລັດຖະສະພາ ຢູ່ໃນທັງສອງ ສະພາທີ່ບັງຄັບໃຫ້ມີການກັກກັນຕົນເອງນັ້ນຢູ່ກໍຕາມ, ພວກຜູ້ນໍາຂອງພັກຣີພັບບລິກັນ ແລະພັກເດໂມ ແຄຣັດເວົ້າວ່າ ພວກສະມາຊິກ ລັດຖະສະພາຈະຕ້ອງຢູ່ໃນນະຄອນຫລວງວໍຊິງຕັນ ເພື່ອເຮັດວຽກໃນເລື້ອງ ຊຸດມາດຕະການກະຕຸ້ນເສດຖະກິດໃຫ້ແລ້ວ.

ຜູ້ນໍາສຽງສ່ວນໜ້ອຍໃນສະພາສູງ, ທ່ານ ຈຊັກ ຊຸມເມີ (Chuck Schumer) ທີ່ມາຈາກລັດນິວຢອກເວົ້າວ່າ “ໄວຣັສໂຄໂຣນາເຮັດໃຫ້ເສດຖະກິດຂອງພວກ ເຮົາຊັກຊ້າລົງເຖິງຂັ້ນຈະຢຸດນິ້ງເລີຍ.” ທ່ານກ່າວຕໍ່ໄປວ່າ “ພວກເຮົາເກືອບຈະ ຄາດ ເດົາໄດ້ວ່າແນ່ນອນຈະມີສະພາບເສດຖະກິດຖົດຖອຍ.”

ບັນດາສະມາຊິກລັດຖະສະພາສະຫະລັດ ແລະທໍານຽບຂາວເຮັດໃຫ້ມີການຊ່ວຍ ເຫລືອເພື່ອຟື້ນຄືນ ເສດ ຖະກິດຂອງສະຫະລັດເປັນຫລາຍໄລຍະ. ນີ້ຄືສະຫລຸບ ຫຍໍ້ ຂອງແຕ່ລະໄລຍະວ່າໄດ້ອອກແບບມາ ເພື່ອເຮັດຫຍັງແດ່.

ບັນດາສະມາຊິກລັດຖະສະພາສະຫະລັດທໍາອິດແມ່ນສຸມໃສ່ໃຫ້ເງິນຊ່ວຍເຫລືອ ດ້ານການດໍາເນີນ ຄວາມພະຍາຍາມຂອງສາທາລະນະສຸກ ໃນການຕໍ່ສູ້ກັບ ໄວ ຣັສ ໂຄໂຣນາ, ໂດຍຮັບຮອງເອົາຊຸດ ມາດຕະການຊ່ວຍເຫລືອໃນມູນຄ່າ 8.3 ຕື້ໂດລາ ໃນຕອນຕົ້ນເດືອນນີ້.

ທ່ານທຣໍາໄດ້ຂໍເງິນຈາກລັດຖະສະພາພຽງແຕ່ 2 ຕື້ໂດລາປາຍໜ້ອຍນຶ່ງເທົ່ານັ້ນ ໂດຍທີ່ມີແຜນທີ່ຈະເອົາ ເງິນຈໍານວນ 535 ລ້ານໂດລາ ມາເຂົ້າ ເປັນເງິນທີ່ ຂໍເອົາ ນັ້ນ ໂດຍການໝູນເອົາເງິນທີ່ຈັດໄວ້ ໃຫ້ເປັນ ງົບປະມານໃນການຕ້ານພະຍາດ ອີ ໂບລາ ທີ່ບໍ່ໄດ້ໃຊ້ນັ້ນ. ພວກສັງກັດພັກເດໂມແຄຣັດໄດ້ ຜັກດັນ ແຜນການນັ້ນຄືນ ແລະໃນທີ່ສຸດກໍໄດ້ເຈລະຈາຮ່າງນິຕິກໍາກັບທໍານຽບຂາວ ທີ່ລວມມີເງິນ 3 ຕື້ໂດລາ ເພື່ອຜະລິດຢາວັກຊິນກັນໄວຣັສໂຄໂຣນາ ແລະ 1 ຕື້ໂດລາສໍາລັບການດໍາເນີນ ຄວາມພະຍາຍາມໃນ ການຊ່ວຍເຫລືອສາກົນ ເພື່ອຕ້ານກັບໄວຣັສດັ່ງກ່າວ.

ທ່ານທຣໍາໄດ້ເຊັນອະນຸມັດຮ່າງນິຕິກໍານັ້ນໃນວັນທີ 6 ມີນາຜ່ານມານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG