ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາສູງ ພັກຣີພັບບລິກັນ ເຕົ້າໂຮມກັນໃໝ່ ຫລັງຈາກປະລາໄຊ ຄັ້ງສຳຄັນ


Senate Republicans Regroup After Health Care Defeat
please wait

No media source currently available

0:00 0:02:49 0:00

ບັນ​ດາ​ຜູ້ນຳ​ພັກຣີພັບ​ບລິ​ກັນ ຢູ່ສະພາ​ສູງ​ໄດ້ປະສົບ​ກັບ​ຄວາມ​ເດືອດ​ຮ້ອນ ​ໃນ​ອາທິດ​
ແລ້ວ​ນີ້ ທີ່​ອາດ​ຈະ​ສ້າງບັນຫາ ໃຫ້​ແກ່ປະທານາທິບໍດີ ດໍ​ໂນ​ລ ທຣໍາ ​ແລະ​ຄວາມ​ສັບສົນ​
ຕໍ່ຄວາມ​ຫວັງຂອງ​ພັກຣີພັບ​ບລິ​ກັນ ທີ່​ກຳລັງຂະຫຍາຍຫລື​ແມ່ນ​ແຕ່ການ​ຮັກສາ​ສຽງ​
ສ່ວນ​ຫຼາຍ​ຂອງ​ເຂົາ​ເຈົ້າ​ໄວ້​ຢູ່ສ​ະພາ​ຕໍ່າ​ໃນ​ການເລືອກຕັ້ງ​ກາງສະ​ໄໝ​ໃນປີໜ້າ​ນີ້.
Michael Bowman ນັກ​ຂ່າວວີ​ໂອ​ເອມີ​ລາຍ​ງານ ວ່າ ຜູ້​ຕໍ່​ຕ້ານ​ການຈັດ​ຕັ້ງທີ່​ໄດ້ຮັບ​
ໄຊ​ຊະນະ ໃນ​ການເລືອກຕັ້ງ​ຂັ້ນ​ຕົ້ນ​ຂອງ​ພັກ ຣີພັບ​ບລິ​ກັນ​ ​ເມື່ອ​ວັນ​ອັງຄານ​ອາ​ທິດ
​ແລ້ວ​ນີ້ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກ​ຄວາມ​ພະຍາຍາມ​ເທື່ອ​ຫຼ້າສຸດ ທີ່​ຈະ​ລົບ​ລ້າງປະກັນ​
ໄພ​ສຸຂະພາບ Obamacare ທີ່​ໄດ້ຖືກ​ຍົກ​ເລີກ​ໄປນັ້ນ ​ແລະສະມາຊິກ​ສະພາ​ສູງຂອງ​
ພັກຣີພັບ​ບລີ​ທີ່​ມີ​ອິດ​ທິພົນຜູ້​ນຶ່ງ ​ໄດ້​ປະກາດອອກ​ກິນ​ເບ້ຍ​ບຳນານ​ຊຶ່ງ ​ກິ່ງ​ສະຫວັນ ຈະ
​ນຳ​ລາຍ​ລະອຽດມາ ສະເໜີ​ທ່ານ.

ຜູ້ນຳ​ສຽງ​ສ່ວນ​ຫລາຍຂອງພັກຣີພັບບລິ​ກັນ​ໃນສະພາ​ສູງ ທ່ານ Mitch McConnell
​ໃນ​ວັນ​ອັງຄານ​ອາທິດ​ແລ້ວນີ້​ໄດ້​ນຳ​ເອົາ​ຂ່າວ​ຮ້າຍ​ສາມ​ຢ່າງມາ ລາ​ຍງານ. ຂ່າວ​ທີ​ນຶ່ງ
​ເຖິງ​ແມ່ນ​ວ່າ ​ມີ​ຄວາມ​ກົດ​ດັນ​ຢ່າງ​ໜັກ​ຈາກປະທານາ ທິບໍດີ​ທຣໍາ ສະມາຊິກ​ພັກຣີພັບ
​ບລິກັ​ນ ​ກໍ​ປະສົບ​ກັບ​ຄວາມລົ້ມ​ແຫລວອີກ​ເທື່ອ​ນຶ່ງ​ ທີ່​ຈະ​ຍົກເລີກ Obamacare.

ທ່ານ Bill Cassidy ສະ​ມາ​ຊິກ​ສະພາ​ສູງພັກຣີພັບ​ບລິ​ກັນ ຈາກ​ລັດ Loui-siana ກ່າວ
ວ່າ "ພວກ​ເຮົາ​ມີຄະ​ແນນ​ສຽງບໍ່ພຽງພໍ.”

ໃນ​ເວລາ​ຕໍ່​ມາ ທ່ານ Bob Corker ທີ່ສັງກັດພັກຣີພັບບລິກັນຈາກລັດ Ten-nessee
​ຊຶ່ງເປັນ​ພັນທະ​ມິດ​ກັບ​ທ່ານ McConnell ແລະເປັນປາກສຽງນຳພາກ່ຽວ​ກັບ​ກິດຈະ
ການຕ່າງປະເທດ ໄດ້ປະກາດວ່າ ທ່ານຈະລາອອກກິນເບ້ຍບຳ ນານໃນປີໜ້ານີ້.

ບໍ່​ເທົ່າ​ໃດຊົ່ວໂມງຕໍ່ມາ ພັນທະ​ມິດ​ອີກ​ຄົນ​ນຶ່ງຂອງທ່ານ McConnell ຄືສະມາ ຊິກສະ
ພາສູງ ຈາກລັດ Alabama ທ່ານ Luther Strange ໄດ້ເສຍ​ໄຊ​ໃນ ການ​ເລືອກ​ຕັ້ງຂັ້ນ
ຕົ້ນ ​ໃຫ້ແກ່ຜູ້ທ້າທາຍທີ່​ມີ​ຫົວ​ນິຍົມແນວທາງ​ເດີມຈັດ ທ່ານ Roy Moore.

ທ່ານ Roy Moore ກ່າວວ່າ “ຂ້າພະເຈົ້າເຊື່ອວ່າ ພວກເຮົາສາມາດ​ເຮັດ​ໃຫ້​ອາ​ເມຣິກາຍິ່ງໃຫຍ່ອີກ​ຄັ້ງນຶ່ງ. ແຕ່ພວກເຮົາ ຕ້ອງເຮັດໃຫ້ອາເມຣິກາ ເປັນ​ປະ​ເທດທີ່ດີ. ພວກເຮົາເປັນພຽງປະເທດດຽວ ພາຍໃຕ້ພະຜູ້​ເປັນເຈົ້າ.”

ທ່ານ Moore ອະດີດຫົວໜ້າຜູ້ພິພາກສາສານສູງສຸດ ລັດ Alabama ທີ່ມີ ແນວຄິດນິ
ຍົມ​ແນວທາງ​ເດີມ​ຈັດ ກ່ຽວ​ກັບ​ພະຄຳພີ​ໄບ​ເບີິ້ລ ອາດເປັນຜູ້ມີອິດ ທິພົນ ພາຍໃນກອງ
ປະຊຸມພັກຣີພັບບລິກັນ ຖ້າຫາກຖືກເລືອກ ໃນເດືອນທັນວາຈະມາເຖິງນີ້.

ທ່ານນາງ Molly Reynolds ຈາກສະຖາບັນ Brookings ກ່າວວ່າ “ທ່ານ ບໍ່ໄດ້ປິດບັງ
ຄວາມລັບ ໃນຊື່ສຽງຂອງທ່ານທີ່ວ່າ ເປັນບຸກຄົນມາແຕ່ທາງນອກ ​ໃນ​ຖານະ​ທີ່​ເປັນຜູ້
ນຶ່ງ ທີ່ເຕັມໃຈທ້າ​ທາຍບັນດາຜູ້ນຳຂອງ​ພັກແລະການຈັດຕັ້ງເວລາທີ່ເຫັນວ່າ ເໝາະ

ສົມກັບຈຸດປະສົງຂອງທ່ານ. ນັ້ນອາດຈະເປັນການທ້າ ທາຍຕໍ່ຜູ້ນຳສຽງສ່ວນຫຼາຍ
ທ່ານ Mitch McConnell ​ເພື່ອດຳເນີນໄປໜ້າ.”

ໄຊຊະນະຂອງທ່ານ Moore ​ແມ່ນ​ເບິ່ງວ່າ ເປັນການຍິງປືນເຕືອນຕໍ່ສະມາຊິກ ພັກຣີ
ພັບບລິກັນ ​ໃນລັດຖະສະພາ.

ທ່ານ John Feehery ນັກຍຸດທະສາດພັກຣີພັບບລິກັນກ່າວວ່າ “ເວລາທ່ານ ບໍ່ສາ
ມາດທີ່ຈະ
ຮັບ​ໄຊຊະນະ​ໃນ​ດ້ານ​ນິນິບັນຍັດ ກ່ຽວ​ກັບ​ບັນຫາທີ່ສຳຄັນຕ່າງໆ ​ເຊັ່ນ​
ການຍົກ​ເລີກ Obamacare ນັ້ນ ມັນເຮັດໃຫ້​ເປັນ​ການຍາກຕື່ມຂຶ້ນທີ່​ບັນດາຜູ້ຢູ່
ໃນຕຳແໜ່ງ ທີ່ຈະ​ໄດ້ຖືກຮັບ​ເລືອກ​ໃຫ້​ເຂົ້າກຳ​ຕຳ​ແໜ່​ງອີກ.”

​ໃນການ​ໄດ້​ຮັບ​ຄວາມລົ້ມແຫລວທີ່​ຈະຍົກ​ເລີກ Obamacare ນັ້ນ ສະມາຊິກພັກຣີ
ພັບລິກັນ ຈຶ່ງພາກັນຫັນ​ໄປ​ໃສ່​ບັນຫາ​ທີ່​ສຳຄັນ​ໃນ​ຂັ້ນຕໍ່ໄປຄືການຕັດພາສີ.

ທ່ານ Mitch McConnell ກ່າວວ່າ “ນີ້ແມ່ນໂອກາດພຽງ​ຄັ້ງດຽວ ສຳລັບລຸ້ນຂອງ
ພວກເຮົາ ທີ່ຈະ​ທົບ​ທວນຄືນ ກ່ຽວກັບພື້ນຖານຂອງກົດລະບຽບ​ໃນ​ການເສຍພາ
ສີຂອງພວກເຮົາ. ພວກເຮົາສາມາດສົ່ງ​ເສີມເສດຖະກິດ ສົ່ງເສີມການ ເຕີບໂຕ ດຶງດູດເອົາວຽກງານຕ່າງໆ.”

​ແຕ່ສະມາຊິກ​ພັກ​ເດ​ໂມ​ແຄຣັດ ພວມພາກັນທຳ​ການຄັດ​ຄ້ານຫລາຍ​ຂຶ້ນ.

ທ່ານ Chuck Schumer ຜູ້ນຳ​ສຽງ​ສ່ວນ​ນ້ອຍ​ໃນ​ສະພາ​ສູງ ກ່າວ​ວ່າ ນີ້​ຈະ​ບໍ່ໄດ້
ຜົນ ກັບ​ປະຊາ​ຊົນ​ອາ​ເມຣິກັນ ​ໃຫ້​ຂ້າພະ​ເຈົ້າ​ບອກ​ທ່ານໄວ້ໂລ​ດ.”

ຄວາມ​ສາມັກຄີຂອງ​ພັກຣີພັບ​ບລິ​ກັນ ຈະ​ຖືກ​ທົດ​ສອບອີກ​ຄັ້ງນຶ່ງ ໃນ​ຈຳນວນສະມາ​
ຊິກ​ສະພາ​ສູງທັງ​ໝົດ 100 ທ່ານ.

ທ່ານ​ນາງ Reynold ກ່າວວ່າ “​ເຂົາ​ເຈົ້າມີ​ສະມາຊິກ ພຽງ​ແຕ່ 52 ຄົນ ​ແລະ​ເວລາ
ໃດທ່ານ​ເລືອກ​ສະ​ເໜີຮ່າງ​ກົດໝາຍ ອີງ​ຕາມ​ເສັ້ນ​ສາຍ​ຂອງ​ພັກ ທ່ານ​ຕ້ອງ​ຮັກ
ສາ​ສະມາຊິກ​ສະພາ​ສູງ​ຂອງ​ທ່ານທັງ​ໝົດ ໃຫ້ຢູ່​ໃນ​ຖັນ​ແຖວ.”

ການ​ປະຕິ​ຮູບ​ພາສີ ອາດ​ເປັນ​ໂອກາດ​ເທື່ອ​ສຸດ​ທ້າຍ​ຂອງ​ສະມາຊິກ​ສະພາ​ພັກຣີພັບ
​ບລິ​ກັນ ທີ່​ຈະ​ເຮັດ​ສິ່ງ​ດີໆ​ທີ່​ສຳຄັນ ກ່ຽວ​ກັບ​ແຜນການ​ຂອງ​ປະທານາທິບໍດີ​ທຣໍາ ກ່ອນ
​ໜ້າ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ໃນປີໜ້າ ​ແລະ​ເພື່ອ​ໃຫ້​ເປັນ​ທີ່ພໍ​ໃຈຕໍ່​ຄວາມ​ຮຽ​ກຮ້ອງ
ຕ້ອງການຂອງ​ສະມາຊິກຂັ້ນພື້ນຖານພາຍ​ໃນ​ພັກ​ຂອງເຂົາ​ເຈົ້າ.

John Feehery ກ່າວ​ວ່າ “ຜູ້​ປ່ອນ​ບັດຂັ້ນພື້ນຖານ​ຢູ່ໃນ​ພັກຣີພັບ​ບລິ​ກັນ ບັດ​ນີ້​ເປັນ
​ຜູ້​ລົງ​ຄະ​ແນນ​ສຽງເອົາທ່ານ​ທຣໍາ. ​ແລະ​ເຂົາ​ເຈົ້າ​ເຫັນວ່າ​ ຄວາມ​ພະຍາຍາມ​ໃດໆ​ທີ່​
ຈະຂັດ​ຂວາງ​ປະທານາທິບໍດີ​ທຣໍາ ຈາກ​ຊະ​ມາ​ຊິກ​ພັກຣີພັບ​ບລິ​ກັນ ນັ້ນ​ເຫັນວ່າ​
ເປັນ​ການ​ໂຈມ​ຕີ​ເຂົາ​ເຈົ້າ​ໂດຍ​ກົງ.”

ປະທານາທິບໍດີ​ທຣໍາ ​ໄດ້​ປະນາມ​ສະມາຊິກ​ພັກຣີພັບ​ບລິ​ກັນ ທີ່​ບໍ່​ສາມາດ​ຍົກ​ເລີກ Obamacare ​ແລະ​ບໍ່​ມີ​ທ່າ​ທາງ​ວ່າ ຈະ​ບໍ່​ຢຸດ​ການ​ຕິ​ຕຽນ ​ຖ້າ​ຫາກ​ການ​ປະຕິ​ຮູບ​ພາສີ
ປະສົບ​ກັບ​ຄວາມ​ລົ້ມ​ແຫລວ.

XS
SM
MD
LG