ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພັກຣີພັບບລີກັນ ວາງແຜນວ່າ ຈະລົງຄະແນນສຽງ ໃນຂັ້ນຕົ້ນ ຕໍ່ຮ່າງກົດໝາຍ ປະກັນສຸຂະພາບ


ສະມາຊິກສະພາສູງ ທ່ານ Ted Cruz, ສັງກັດພັກຣີພັບບລີກັນ ຈາກລັດ Texas , ຊ້າຍສຸດ, ຜູ້ຊ່ອຍຜູ້ນຳສຽງສ່ວນຫຼາຍ ຂອງສະພາສູງ ທ່ານ John Cornyn, ສັງກັດພັກຣີພັບບລີກັນ ຈາກລັດ Texas, ກາງ, ແລະ ຜູ້ນຳສຽງສ່ວນຫຼາຍ ຂອງສະພາສູງ ທ່ານ Mitch McConnell ສັງກັດພັກຣີພັບບລີກັນ ຈາກລັດ Kentucky, ກຳລັງໃຫ້ການ ເພື່ອສະໜັບສະໜູນ ການສະເໜີຊື່ ເອກອັກຄະລັດຖະທູດ ໃນລະຫວ່າງ ການຮັບຟັງ ຂອງຄະນະກຳມະການ ພົວພັນການຕ່າງປະເທດ ຂອງສະພາສູງ.
ສະມາຊິກສະພາສູງ ທ່ານ Ted Cruz, ສັງກັດພັກຣີພັບບລີກັນ ຈາກລັດ Texas , ຊ້າຍສຸດ, ຜູ້ຊ່ອຍຜູ້ນຳສຽງສ່ວນຫຼາຍ ຂອງສະພາສູງ ທ່ານ John Cornyn, ສັງກັດພັກຣີພັບບລີກັນ ຈາກລັດ Texas, ກາງ, ແລະ ຜູ້ນຳສຽງສ່ວນຫຼາຍ ຂອງສະພາສູງ ທ່ານ Mitch McConnell ສັງກັດພັກຣີພັບບລີກັນ ຈາກລັດ Kentucky, ກຳລັງໃຫ້ການ ເພື່ອສະໜັບສະໜູນ ການສະເໜີຊື່ ເອກອັກຄະລັດຖະທູດ ໃນລະຫວ່າງ ການຮັບຟັງ ຂອງຄະນະກຳມະການ ພົວພັນການຕ່າງປະເທດ ຂອງສະພາສູງ.

ບັນດາສະມາຊິກສະພາສູງ ຈາກພັກຣີພັບບລິກັນ ຈະພະຍາຍາມ ນຳເອົາແຜນການ
ຍົກເລີກ ແລະ ສັບປ່ຽນ ກົດໝາຍປະກັນສຸຂະພາບ ທີ່ໄດ້ຖືກຮັບຮອງເອົາ ພາຍໃຕ້
ອະດີດປະທານາທິບໍດີ ບາຣັກ ໂອບາມາ ນັ້ນ ຂຶ້ນມາຜ່ານສະພາອີກເທື່ອນຶ່ງ ເພື່ອໃຫ້
ເປັນໄປຕາມເປົ້າໝາຍຂອງພວກເພິ່ນ ໃນສັບປະດານີ້.

ໃນລະຫວ່າງນຶ່ງເດືອນ ຜ່ານມາ ສະພາສູງ ສະຫະລັດ ໄດ້ເຫັນ ຮ່າງກົດໝາຍປະກັນ
ສຸຂະພາບເປັນສອງແບບສະບັບ ແບບທີນຶ່ງ ຈະຍົກເລີກ ແລະ ສັບປ່ຽນ ໂຄງການທີ່
ຮູ້ຈັກກັນຄື Obamacare ແລະ ອີກສະບັບນຶ່ງ ຈະເລີ່ມຍົກເລີກ ໂອບາມາແຄຣ ໃນ
ກຳນົດເວລາສອງປີ ເພື່ອຈະໃຫ້ບັນດາສະມາຊິກສະພາ ມີເວລາ ຊອກຫາວິທີສັບປ່ຽນ
ກົດໝາຍນີ້.

ທັງສອງສະບັບດັ່ງກ່າວ ໄດ້ປະເຊີນກັບການຄັດຄ້ານທັງໝົດ ຈາກບັນດາສະມາຊິກ
ພັກເດໂມແຄຣັດ ແລະ ການຕ້ານຢັນ ຈາກບັນດາສະມາຊິກພັກຣີພັບບລີກັນ ຢ່າງ
ພຽງພໍ ທີ່ໄດ້ເຮັດໃຫ້ຮ່າງກົດໝາຍນັ້ນ ບໍ່ໄປໄກເລີຍ ໃນຂະບວນການນິຕິບັນຍັດ.

ສະມາຊິກສະພາສູງ ທ່ານ John Thune ທ່ານນຶ່ງໃນ ບັນດາສະມາຊິກພັກ
ຣີພັບບລີກັນ 52 ທ່ານ ຂອງຈຳນວນສະມາຊິກສະພາສູງ ທັງໝົດ 100 ທ່ານ ໄດ້
ກ່າວ ໃນວັນອາທິດວານນີ້ ວ່າ ຜູ້ນຳສຽງສ່ວນຫຼາຍ ທ່ານ Mitch McConnell ຈະ
ຈັດລະບຽບການລົງຄະແນນສຽງ ໃນລະຫວ່າງສັບປະດານີ້ ກ່ຽວກັບ ຮ່າງກົດໝາຍ
ສຸຂະພາບ ທີ່ຈະເປີດເຜີຍມາດຕະການ ເພື່ອໃຫ້ມີການໂຕ້ວາທີ ແລະ ດັດແກ້ຕ່າງໆ.

ອັນທີ່ຍັງບໍ່ທັນຈະແຈ້ງເທື່ອ ກໍແມ່ນວ່າ ຮ່າງກົດໝາຍນັ້ນ ຈະໄດ້ຮັບການລົງຄະແນນ
ສຽງຫຼືບໍ່. ສະພາຕ່ຳ ໄດ້ຮັບຜ່ານ ຮ່າງກົດໝາຍຍົກເລີກ ແລະ ສັບປ່ຽນ ຂອງຕົນໄປ
ແລ້ວ ໃນເດືອນພຶດສະພາ ປີນີ້.

ທ່ານນາງ Susan Collins ສະມາຊິກສະພາສູງ ພັກຣີພັບບລີກັນ ກ່າວວ່າ “ພວກ
ເຮົາບໍ່ຮູ້ວ່າ ພວກເຮົາຈະລົງຄະແນນສຽງ ກ່ຽວກັບ ຮ່າງກົດໝາຍຂອງສະພາຕ່ຳ,
ຮ່າງກົດໝາຍ ຂອງສະພາສູງ ສະບັບທຳອິດ, ຮ່າງກົດໝາຍ ຂອງສະພາສູງ
ສະບັບທີສອງ, ຮ່າງກົດໝາຍໃໝ່ ຂອງສະພາສູງ ຫຼືວ່າ ຮ່າງກົດໝາຍ ສະບັບ
ປີ 2015 ທີ່ຈະຍົກເລີກ ກົດໝາຍປະກັນສຸຂະພາບລາຄາຖືກ ຄື Affordable
Care Act ນັ້ນ.”

ໃນຂະນະທີ່ ສະພາສູງ ກຽມພ້ອມທີ່ຈະລົງຄະແນນສຽງຢູ່ນີ້ ທຳນຽບຂາວ ກໍກ່າວວ່າ
ປະທານາທິບໍດີ ດໍໂນລ ທຣຳ ຈະອອກຖະແຫລງການສະບັບນຶ່ງ ກ່ຽວກັບ ປະກັນ
ສຸຂະພາບ ໃນວັນຈັນມື້ນີ້ ຫຼັງຈາກ ໄດ້ຈັດກອງປະຊຸມຄະນະລັດຖະບານຂອງທ່ານ
ກັບອັນທີ່ຕົນເອີ້ນວ່າ “ບັນດາຜູ້ເຄາະຮ້າຍຈາກ Obamacare” ຄັ້ງຫຼ້າສຸດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG