ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພັກຣີພັບບລີກັນ ໃນສະພາສູງ ເປີດການສືບສວນ ກ່ຽວກັບ ຕົ້ນກຳເນີດ ຂອງການສອບສວນ ຣັດເຊຍ


ອະດີດຮອງລັດຖະມົນຕີກະຊວງຍຸຕິທຳ ທ່ານ ຣອດ ໂຣເຊັນສໄຕນ໌ ໃຫ້ການ ຕໍ່ຄະນະກຳມະການຕຸລາການສະພາສູງ ຢູ່ຫໍລັດຖະສະພາ ແຄັບປິຕອລ. 3 ມິຖຸນາ, 2020.
ອະດີດຮອງລັດຖະມົນຕີກະຊວງຍຸຕິທຳ ທ່ານ ຣອດ ໂຣເຊັນສໄຕນ໌ ໃຫ້ການ ຕໍ່ຄະນະກຳມະການຕຸລາການສະພາສູງ ຢູ່ຫໍລັດຖະສະພາ ແຄັບປິຕອລ. 3 ມິຖຸນາ, 2020.

ອະດີດຮອງລັດຖະມົນຕີກະຊວງຍຸຕິທຳ ສະຫະລັດ ທ່ານ ຣອດ ໂຣເຊັນສໄຕນ໌ ໄດ້ປ້ອງກັນການຕັດສິນໃຈຂອງທ່ານ ທີ່ຈະເປີດການສືບສວນສອບສວນໄອຍະການພິເສດ ກ່ຽວກັບ ການແຊກ ແຊງຂອງ ຣັດເຊຍ ໃນການເລືອກຕັ້ງປີ 2016 ໃນ ວັນພຸດວານນີ້, ໂດຍບອກຄະນະກຳມະການສະພາສູງວ່າ ໃນຂະນະທີ່ມັນມີ “ຄວາມສົງໄສທີ່ສົມເຫດສົມຜົນ” ສຳລັບການສອບສວນນັ້ນ, ທ່ານບໍ່ຄວນເຊັນ ໄດ້ໃບຄຳຮ້ອງ ສຳລັບການອອກໝາຍຮຽກຕິດຕາມ ຕໍ່ທີ່ປຶກສາການໂຄສະນາ ຫາສຽງຂອງທ່ານ ທຣຳ.

ຄະນະກຳມະການຕຸລາການສະພາສູງໄດ້ເອີ້ນທ່ານ ໂຣເຊັນສໄຕນ໌ ໄປໃຫ້ການ ກ່ຽວກັບ ກົກປາຍສາເຫດຂອງການສືບສວນສອບສວນໃນການແຊກແຊງຂອງ ຣັດເຊຍ ເຂົ້າໃນການເລືອກຕັ້ງ ປີ 2016 ໂດຍອົງການ FBI, ເຊິ່ງເປັນບາດ ກ້າວທຳອິດໃນຄວາມພະຍາຍາມທີ່ກວ້າງຂວາງໂດຍສະ ພາສູງ ສະຫະລັດ ທີ່ ພັກຣີພັບບລີກັນກຳສຽງສ່ວນຫຼາຍ ເພື່ອສືບສວນສອບສວນ ການກ່າວຫາລ່ວງ ລະເມີດໃນພາກສ່ວນຂອງບັນດາເຈົ້າໜ້າທີ່ລັດຖະບານ ໂອບາມາ, ພ້ອມກັບຜູ້ທີ່ ຄາດວ່າຈະຖືກສະເໜີຊື່ຕາງໜ້າໃຫ້ພັກເດໂມແຄຣັດ ລົງແຂ່ງຂັນເລືອກຕັ້ງໃນປີ 2020 ຄືອະດີດຮອງປະທາ ນາທິບໍດີ ໂຈ ໄບເດັນ.

ປະທານຄະນະກຳມະການຕຸລາການ ທ່ານ ລິນຊີ ແກຣມ ແມ່ນມີກຳນົດທີ່ຈະ ອອກໝາຍຮຽກ 53​ ສະບັບໃນວັນພະຫັດມື້ນີ້, ໃນຄວາມພະຍາຍາມທີ່ຈະບັງ ຄັບສອບປາກຄຳບັນດາເຈົ້າໜ້າທີ່ລັດ ຖະບານທ່ານ ໂອບາມາ, ລວມທັງອະດີດ ຜູ້ອຳນວຍການອົງການ FBI ທ່ານ ເຈມສ໌ ໂຄມີ ແລະ ອະ ດີດລັດຖະມົນຕີ ກະຊວງຍຸຕິທຳ ທ່ານນາງ ລໍເຣັດຕາ ລິນຈ໌. ໃນເດືອນທີ່ຜ່ານມາ, ຄະນະກຳ ມະການຮັກສາຄວາມປອດໄພພາຍໃນ ສະພາສູງ ໄດ້ອະນຸມັດໝາຍຮຽກດັ່ງ ກ່າວໃຫ້ກັບບໍລິສັດ Blue Star Strategies, ເຊິ່ງແມ່ນບໍລິສັດທີ່ປຶກສາທີ່ວ່າ ຈ້າງລູກຊາຍຂອງທ່ານ ໄບເດັນ, ທ່ານ ຮັນເຕີ ໄບເດັນ.

ການສືບສວນສອບສວນໂດຍພັກຣີພັບບລີກັນໃນສະພາສູງ ໄດ້ມີຂຶ້ນຫ້າເດືອນ ກ່ອນການເລືອກຕັ້ງປະທານາທິບໍດີປີ 2020, ເປັນການຮື້ຟື້ນການກ່າວອ້າງມາ ດົນນານຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ວ່າມັນມີການສົມຮູ້ຮ່ວມຄິດພາຍ ໃນລັດຖະບານ ໂອບາມາ ເພື່ອຂັດຂວາງຄວາມພະ ຍາຍາມຂອງທ່ານ ສຳລັບ ການເປັນປະທານາທິບໍດີ ແລະ ຕໍ່ມາ, ລັດຖະບານຂອງທ່ານ.

ທ່ານ ແກຣມ ໄດ້ກ່າວໃນຖະແຫຼງການເປີດຂອງທ່ານວ່າ “ມັນມີປະຊາຊົນຫຼາຍ ລ້ານຄົນທີ່ຂ້ອນຂ້າງຜິດຫວັງ ກ່ຽວກັບ ເລື່ອງນີ້. ມັນມີຄົນໃນຟາກພັກຂອງເຮົາ ຜູ້ທີ່ເຊື່ອວ່າການສືບສວນສອບສວນນີ້ແມ່ນການສືບສວນສືບລັບສັດຕູ, ເປັນນຶ່ງ ໃນການສືບສວນສອບສວນອາຊະຍາກອນທີ່ສໍ້ໂກງ ແລະ ລຳອຽງທີ່ສຸດໃນປະ ຫວັດສາດຂອງອົງການ FBI. ແລະ ພວກເຮົາຢາກເຫັນການແກ້ໄຂບາງຢ່າງ ກ່ຽວກັບ ມັນ.”

ການສືບສວນສອບສວນໂດຍກະຊວງຍຸຕິທຳໄດ້ພົບໃນປີກາຍນີ້ວ່າ ອົງການ FBI ໄດ້ທຳຄວາມຜິດພາດ ໃນການສືບສວນສອບສວນ ການແຊກແຊງໃນ ການເລືອກ ຕັ້ງປີ 2016 ຂອງ ຣັດເຊຍ, ລວມທັງຄວາມຜິດພາດໃນການຂໍໃຫ້ ຕິດຕາມອະດີດທີ່ປຶກສາ ການໂຄສະນາຫາສຽງຂອງທ່ານ ທຣຳ, ທ່ານ ຄາເຕີ ເພຈ໌.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG