ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາສູງ ປ່ຽນກົດລະບຽບ ແລະພ້ອມແລ້ວ ທີ່ຈະຮັບຮອງເອົາ ທ່ານ Gorsuch


ຜູ້ນຳສຽງສວນຫລາຍ ສະພາສູງ ທ່ານ Mitch McConnell ຈາກລັດ Kentucky ສັນຍານຍົກນີ້ວສໂປ້.
ຜູ້ນຳສຽງສວນຫລາຍ ສະພາສູງ ທ່ານ Mitch McConnell ຈາກລັດ Kentucky ສັນຍານຍົກນີ້ວສໂປ້.

ສະພາ​ສູງ​ຂອງສະຫະລັດ ພ້ອມ​ແລ້ວ​ທີ່​ຈະ​ໃຫ້ການຢືນຢັນ ຕໍ່ຜູ້​ທີ່ປະທານາທິບໍດີ
Donald Trump ​ເລືອ​ກເອົາ​ເປັນ​ຜູ້​ພິພາກສາ​ສານ​ສູງ​ສຸດ ຫລັງ​ຈາກ​ສະມາຊິກ​ພັກຣີ
ພັບ​ບລິ​ກັນ ບັງຄັບໃຫ້​ມີການ​ປ່ຽນແປງ ຄັ້ງ​ປະຫວັດສາດ ​ໃນ​ລະບຽບ​ການ​ຄຸ້ມ​ຄອງ
​ຂອງ​ສະພາ​ສູງ ​ເພື່ອ​ຍຸຕິ​ຄວາມ​ສາມາດ​ຂອງ​ພັກ​ສຽງ​ສ່ວນ​ນ້ອຍທີ່​ຈະ​ຂັດຂວາງ ການ
​ສະ​ເໜີແຕ່ງຕັ້ງ​ເຂົ້າຮັບ​ຕຳ​ແໜ່​ງຢູ່​ສານ​ສູ​ງສຸດ.

ການ​ປະຊຸມທີ່​ມີ​ການ​ເຫັນ​ພ້ອມ​ຂອງ​ພັກຣີພັບ​ບລິ​ກັນ ຮ່ວມກັບ​ສະມາຊິກ​ພັກ​ເດ​ໂມ
​ແຄຣັດ ອີກສາມ​ທ່ານ ​ໄດ້​ລົງ​ຄະ​ແນນ​ສຽງ ​ໃນ​ວັນ​ພະຫັດ​ວານ​ນີ້ ​ເພື່ອ​ທຳ​ຄວາມ​ຄືບ
​ໜ້າ ຕໍ່​ການ​ແຕ່ງຕັ້ງ​ໃຫ້​ຜູ້​ພິພາກສາສານ​ອຸທອນ​ຂອງ​ລັດຖະບານ​ກາງ ທ່ານ Neil
Gorsuch ມີ​ການ​ລົງ​ຄະ​ແນນ​ສຽງ​ກັນ​ຂັ້ນສຸດ​ທ້າຍຊຶ່ງຄາດ​ວ່າ​ຈະ​ມີ​ຂຶ້ນໃນ​ວັນ​ສຸກ​ມື້​ນີ້.

ບໍ່​ດົນ​ກ່ອນ​ໜ້ານີ້ ຫລັງ​ຈາກ​ໄດ້​ມີ​ການຖິ້ມ​ໂທດ​ໃສ່​ກັນ​ແລະ​ການ​ໂຈ​ມຕີ​ກັນ​ດ້ວຍສຳ
ນວນ​ໂວຫານ​ຢ່າ​ງດຸ​ເດືອດ​ໃນ​ໄລຍະ​ຫລາຍ​ມື້ທີ່​ຜ່ານ​ມາ ຈຸດ​ສຳຄັນ​ສຸດ​ຂີ​ດກໍໄດ້​ມາ​
ເຖິງ. ສະມາຊິກ​ພັກຣີພບັບລິກກັນ​ໄດ້​ໃຊ້​ສຽງ​ສ່ວນ​ຫລາຍ​ຂອງ​ຕົນ​ນຳ​ໃຊ້ “ທາງ​
ເລືອກນິວ​ເຄລຍ" ປ່ຽນ​ແປງ​ກົດ​ລະບຽບສະພາ​ສູງເພື່ອ​ເອົາ​ຊະນະ​ການຂັດ ​ຂວາງ
​ໃນ​ດ້ານ​ລະບຽບ​ການຂອງ​ພັກ​ເດ​ໂມ​ແຄຣັດ ​ໃນ​ການສະ​ເໜີ​ແຕ່ງຕັ້ງ ທີ່​ຮູ້ກັນໃນ
​ພາສາ​ອັງກິດ​ວ່າ filibuster.

ຜູ້ຖືກສະເໜີເປັນຜູ້ພິພາກສາ ສານສູງສຸດ ທ່ານ Neil Gorsuch ຟັງການສອບສວນຈາກ ຄະນະກຳມະການຍຸຕິທຳ ທິລັດຖະສະພາ.
ຜູ້ຖືກສະເໜີເປັນຜູ້ພິພາກສາ ສານສູງສຸດ ທ່ານ Neil Gorsuch ຟັງການສອບສວນຈາກ ຄະນະກຳມະການຍຸຕິທຳ ທິລັດຖະສະພາ.

ໃນ​ຂະນະ​ທີ່​ມີ​ການສະ​ແດງ​ຄວາມ​ເສຍ​ໃຈ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ທີ່​ຕ້ອງໄດ້​ປ່ຽນ​
ແປງ​ກົດ​ລະບຽບນັ້ນ ພັກຣີພັບ​ບລິ​ກັນ​ກ່າ​ວວ່່າ ຕົນ​ບໍ່​ມີ​ທາງ​ເລື​ອກ ​ແຕ່​ຕ້ອງ​ປະຕິ​ບັດ.

ຜູ້ນຳ​ສຽງ​ສ່ວນ​ຫຼາຍ ທ່ານ Micth McConnel ສະມາຊິກ​ພັກຣີພັບ​ບລິ​ກັນຈາກ ​ລັດ Kenturkey ກ່າວ​ວ່າ “ພວກ​ເຮົາຈຳ​ເປັນ​ຕ້ອງ​ໄດ້​ຟື້ນຟູ​ຫຼັກການ​ແລະ​ປະ​ເພນີ​ຂອງ
​ສະພາ​ສູງ ​ແລະຜ່ານຜ່າການ​ຂັດຂວາງ​ເພື່ອ​ຖ່ວງ​ເວລາແບບ​ທີ່​ບໍ່ເຄີຍ​ມີ​ມາ​ກ່ອນໂດຍ
​ລຳ​ພັງ​ພຽງ​ພັກດຽວ.”

Senate Poised to Confirm Gorsuch After Historic Rules Change
please wait

No media source currently available

0:00 0:02:03 0:00

ສະມາຊິກ​ສະພາ​ສູງ​ພັກຣີພັບ​ບລິ​ກັນ​ຈາກ​ລັດ Texas ທ່ານ John Cornyn ​ໃຫ້​ຂໍ້
​ສັງ​ເກດ​ວ່າ ການ​ຂັດຂວາງ​ເພື່ອ​ຖ່ວງ​ເວລາ​ຕໍ່​ການ​ສະ​ເໜີແຕ່ງຕັ້ງຜູ້​ພິພາກສາ​ສານ​
ສູງ​ສຸດ ​ແມ່ນ​ເກືອບ​ບໍ່​ເຄີຍ​ໄດ້​ຍິນ​ມາ​ກ່ອນ ກ່ອນຈະ​ມີການ​ເລືອກ​ເອົາ​ຂອງ​ປະທານາ
ທິບໍດີ Trump ​ໂດຍກ່າວ​ວ່າ “ຄວາມ​ຈິງ​ແລ້ວພວກ​ເຮົາ​ໄດ້​ຟື້ນ ຟູ​ສະພາບ​ການ​ທີ່ມີ​ຢູ່
ກ່ອນ​ໜ້ານີ້.”

ພັກເດ​ໂມ​ແຄຣັດໄດ້ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ ກ່ຽວ​ກັບເຫດການ​ໃນ​ມື້ວານ​ນີ້.

ຜູ້ນຳສຽງສ່ວນນ້ອຍ ພັກເດໂມແຄຣັດ ທ່ານ Charles Schumer ຈາກລັດ New York.
ຜູ້ນຳສຽງສ່ວນນ້ອຍ ພັກເດໂມແຄຣັດ ທ່ານ Charles Schumer ຈາກລັດ New York.

ຜູ້ນຳ​ສຽງ​ສ່ວນນ້​ອຍທ່ານ Chuck Schumer ສະມາຊິກ​ພັກ​ເດ​ໂມ​ແຄຣັດຈາກ ​ລັດ
New York ກ່າວ​ວ່າ “​ເວລາ​ໃດ​ທີ່ປະຫວັດສາດ​ຊັ່ງ​ຊາ​ວ່າ ​ມີ​ຫຍັງ​ເກີດ​ຂຶ້ນ​ໃນຄວາມ
​ຮັບຜິດຊອບການຕໍ່​ການ​ປ່ຽນແປງ​ກົດ​ລະບຽບນັ້ນ ຈະ​ຕົກເປັນ​ຂອງ​ພັກ ຣີພັບ​ບລິ​ກັນ
​ແລະການ​ຮັບຜິດຊອບຂອງ​ທ່ານ Mitch McConnell​. ບໍ່​ໃຜ​ບັງ ຄັບ​ໃຫ້ເຂົາ​ເຈົ້າ​
ປະຕິບັດ. ​ເຂົາ​ເຈົ້າໄດ້ປະຕິບັດ​ດ້ວຍ​ຄວາມ​ສະໝັກ​ໃຈ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG