ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສະພາສູງ ພັກຣີພັບບລີກັນ ຜັກດັນ ຄັ້ງໃໝ່ ຕໍ່ຮ່າງກົດໝາຍ ປະກັນສຸຂະພາບ


ຜູ້ນຳສຽງສ່ວນຫຼາຍ ໃນສະພາສູງ ທ່ານ Mitch McConnell, ສັງກັດພັກຣີພັບບລີກັນ ຈາກລັດເຄັນທັກກີ ກ່າວຄຳປາໄສ ໃນງານລ້ຽງອາຫານຄໍ່າ ວັນ Lincoln, 30 ມິຖຸນາ, 2017, ທີ່ເມືອງ Elizabeth, ລັດ ເຄັນທັກກີ.
ຜູ້ນຳສຽງສ່ວນຫຼາຍ ໃນສະພາສູງ ທ່ານ Mitch McConnell, ສັງກັດພັກຣີພັບບລີກັນ ຈາກລັດເຄັນທັກກີ ກ່າວຄຳປາໄສ ໃນງານລ້ຽງອາຫານຄໍ່າ ວັນ Lincoln, 30 ມິຖຸນາ, 2017, ທີ່ເມືອງ Elizabeth, ລັດ ເຄັນທັກກີ.

ຜູ້ນຳສຽງສ່ວນຫຼາຍ​ ໃນສະພາສູງ ສະຫະລັດ ທ່ານ Mitch McConnell ມີແຜນທີ່ຈະ
ເປີດຕົວຮ່າງກົດໝາຍປະກັນສຸຂະພາບທີ່ໄດ້ຮັບ​ການປັບປຸງໃໝ່ ຕໍ່ບັນດາເພື່ອນຮ່ວມ
ງານໍໃນພັກຣີພັບບລີກັນໃນວັນພະຫັດມື້ນີ້, ໃນຂະນະທີ່ທ່ານໄດ້ທຳການຜັກດັນ ເພື່ອ
ໃຫ້ບັນລຸໜຶ່ງ ໃນບັນດາເປົ້າໝາຍນິຕິບັນຍັດສູງສຸດ ສຳລັບພັກ ແລະ ປະທານາທິບໍດີ
ດໍໂນລ ທຣຳ.

ໃນເດືອນ​ແລ້ວ ທ່ານ McConnell ໄດ້ຖອນແຜນການກ່ອນໜ້ານີ້ ຫຼັງຈາກໄດ້ມີຄວາມ
ຊັດເຈນວ່າ ພວກເຂົາເຈົ້າບໍ່ໄດ້ຮັບການສະໜັບສະໜູນພຽງພໍ ໃນສະພາສູງ ທີ່ຄວບຄຸມ
ໂດຍພັກຣີພັບບລີກັນ.

ທ່ານ ທຣຳ ໄດ້ອອກມາເວົ້າໃນສັບປະດານີ້ ໃນການຜັກດັນ ​ໃຫ້ບັນດາສະມາຊິກສະພາ
ສູງພັກຣີພັບບລີກັນ ສຳເລັດວຽກງານກ່ຽວກັບຮ່າງກົດໝາຍປະກັນສຸຂະພາບ ກ່ອນການເດີນທາງໄປຜັກຜ່ອນປະຈຳປີ ຂອງພວກເພິ່ນ ໃນເດືອນສິງຫາທີ່ຈະມາເຖິງນີ້.

ຄຳເຫັນຄັ້ງຫຼ້າສຸດຂອງທ່ານໄດ້ມີຂຶ້ນໃນວັນພຸດວານນີ້ ໃນການ​ໃຫ້ສຳ ພາດກັບເຄືອ
ຂ່າຍກະຈາຍສຽງຄຣິສຕຽນ, ດ້ວຍທ່ານ ທຣຳ ກ່າວວ່າ ທ່ານຈະ “ໃຈຮ້າຍຫຼາຍ” ຖ້າ
ຮ່າງກົດໝາຍປະກັນສຸຂະພາບບໍ່ໄດ້ມີການຮັບຮອງເອົາ.

ທ່ານ McConnell ໄດ້ເລື່ອນກຳນົດການຢຸດພັກອອກໄປສອງສັບປະດາ ເພື່ອໃຫ້ບັນ
ດາສະມາຊິກສະພາມີເວລາເພີ່ມເຕີມ.

ການປະເມີນຜົນກ່ຽວ​ກັບ​ຮ່າງກົດໝາຍສະພາສູງສະບັບ​ກ່ອນໂດຍຫ້ອງ ການງົບປະ
ມານລັດຖະສະພາ ທີ່ບໍ່ຂຶ້ນກັບພັກການເມືອງໃດໄດ້ກ່າວວ່າ ຕົວເລກຂອງຄົນ ອາເມຣິ
ກັນ ທີ່ຈະບໍ່ມີປະກັນໄພຈະເພີ່ມຂຶ້ນເປັນ 22 ລ້ານຄົນ ໃນທົດສະວັດຕໍ່ໄປ ເມື່ອທຽບໃສ່
ລະບົບໃນປັດຈຸບັນ.

ໂດຍປາສະຈາກຂໍ້ມູນ ກ່ຽວກັບ ແຜນການນັ້ນ, ມັນຍັງບໍ່ຈະຈ່າງແຈ້ງເທື່ອວ່າ ຮ່າງກົດ
ໝາຍນີ້ ຈະມີຄວາມແຕກຕ່າງແນວໃດ, ແຕ່ທ່ານ McConnell ໄດ້ປະເຊີນໜ້າກັບສິ່ງທ້າ
ທາຍທີ່ຄ້າຍຄືກັນ ໃນການຮັກສາການສະໜັບສະໜູນຈາກເພື່ອນຮ່ວມງານພັກຣີພັບ
ບລີກັນຂອງທ່ານ. ພັກດັ່ງກ່າວມີສຽງສ່ວນຫຼາຍໃນສະພາສູງ 52 ຕໍ່ 48 ຄະແນນ, ແລະ
ບໍ່ມີສະມາຊິກພັກເດໂມແຄຣັດຄົນໃດ ໃຫ້ການສະໜັບສະໜູນ ຕໍ່ຄວາມພະຍາຍາມທີ່ຈະ
ປັບປຸງລະບົບປະກັນສຸຂະພາບ ທີ່ພວກເຂົາເຈົ້າໄດ້ຮັບການອະນຸມັດ ພາຍໃຕ້ປະທານາ
ທິບໍດີ ບາຣັກ ໂອບາມາ, ແລະ ມີສະມາຊິກພັກຣີພັບບລີິກັນສອງສາມຄົນ ທີ່ສາມາດຄັດ
ຄ້ານຕໍ່ມາດຕະການດັ່ງກ່າວ ແລະ ກໍຍັງເຮັດໃຫ້ມັນປະສົບຜົນສຳເລັດໄດ້.

ການກ່າວຕຳໜິທີ່ສຳຄັນຂອງພັກຣີພັບບລີກັນ ກ່ຽວກັບ ຮ່າງກົດໝາຍປະກັນສຸຂະພາບ
ລາຄາຖືກທີ່ມີຢູ່ໃນປັດຈຸບັນ, ເຊິ່ງຮູ້ຈັກກັນໃນຊື່ Obamacare ນັ້ນ, ກໍແມ່ນວ່າມັນມີລາ
ຄາແພງໂພດ ແລະ ໄດ້ຮຽກຮ້ອງໃຫ້ປະຊົນຈ່າຍຄ່າປະກັນສຸຂະພາບຢ່າງບໍ່ມີຄວາມຍຸດ
ຕິທຳ ຫຼືບໍ່ສະນັ້ນກໍຈະປະເຊີນກັບການລົງໂທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Health Care
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG