ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາຍງານ ຂອງສະພາສູງ ໃຫ້ລາຍລະອຽດໃໝ່ ກ່ຽວກັບ ການແຊກແຊງ ຂອງຣັດເຊຍ ເຂົ້າໃນການເລືອກຕັ້ງ ປະທານາທິບໍດີ ປີ 2016


ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ແລະ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ
ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ແລະ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ

ການສືບສວນຂອງສອງພັກ ກ່ຽວກັບຄວາມພະຍາຍາມຂອງຣັດເຊຍເພື່ອໃຊ້ອິດທິພົນ
ເຂົ້າແຊກແຊງໃນການເລືອກຕັ້ງປະທານາທິບໍດີສະຫະລັດປີ 2016 ໄດ້ພົບເຫັນວ່າ
ມົສກູສຳເລັດໃນການໃຊ້ແວັບທີ່ສະຫລັບສັບຊ້ອນໃນການປະ ຕິບັດງານ ແລະມາດ
ຕະການເພື່ອຫາທາງຄວບຄຸມບັນດາສະມາຊິກໃນຄະນະໂຄສະນາຫາສຽງຂອງປະ
ທານາທິບໍດີດໍໂນລ ທຣໍາ ຊຶ່ງໃນບາງກໍລະນີ ແມ່ນ ໄດ້ປ່ອຍໃຫ້ລັດຖະບານທີ່ເຂົ້າມາ
ຮັບໜ້າທີ່ໃໝ່ນັ້ນ ເປີດຕໍ່ການຖືກສວຍໃຊ້.

ລາຍງານໄດ້ສະຫຼຸບວ່າ ຮວມຢູ່ໃນສິ່ງອື່ນໆ ທີ່ປະທານຄະນະໂຄສະນາຫາສຽງ ຂອງ
ທ່ານທຣໍາ ຄືທ່ານພອລ ມານາຝອຕ ໄດ້ເຜີຍແບໃສ່ “ການຂົ່ມຂູ່ ຕໍ່ການ ຕ້ານການ
ສືບລັບ ທີ່ເປັນອັນຕະລາຍຮ້າຍແຮງ” ເພາະວ່າທ່ານພົວພັນກັບຜູ້ຄົນ ທີ່ຢູ່ໃກ້ສິດກັບ
ວັງເຄຣມລິນ. ແຕ່ນອກ

ນັ້ນກໍຍັງໄດ້ພົບເຫັນຕື່ມວ່າ ການສືບສວນ ຂອງອົງການສັນຕິບານກາງ ຫຼື FBI ກ່ຽວ
ກັບການແຊງແຊງຂອງຣັດເຊຍ ໃນ ການເລືອກຕັ້ງນັ້ນ ກໍມີ “ການຂາດຕົກບົກຜ່ອງ.”

ລາຍງານຂອງຄະນະກຳມະການສຶບລັບສະພາສູງ ທີ່ນໍາອອກເຜີຍແຜ່ໃນວັນອັງຄານ
ວານນີ້ໂດຍ ແມ່ນສະບັບທີຫ້າກ່ຽວກັບເລື້່ອງນີ້ ໂດຍຄະນະກຳມະການດັ່ງກ່າວ ແລະ
ເກັບກຳເອົາຂໍ້ມູນການປະຕິບັດງານດົນກວ່າສາມປີ. ມັນຍັງຮວມເອົາການສຳພາດ
ກັບຜູ້ເຫັນເຫດການຫຼາຍຮ້ອຍຄົນ ແລະທົບທວນເບິ່ງເອກກະສານ ຫຼາຍກວ່າ 1
ລ້ານໜ້າ.

ລາຍງານໄດ້ເພັ່ງເລັງໃສ່ບຸກຄົນສຳຄັນໆນັບແຕ່ຣັດເຊຍ ຕະຫລອດຄະນະໂຄສະນາ
ຫາສຽງຂອງທ່ານທຣໍາພ້ອມດ້ວຍການປະຕິບັດງານສືບລັບຂອງຣັດເຊຍ ແລະ
ບັນດາອົງການຈັດຕັ້ງ ເຊັ່ນວ່າ ອົງການWikiLeaks ຊຶ່ງອີງລາຍງານແລ້ວ “ມີທ່າທາງ
ຮູ້ດີວ່າ ຕົນໄດ້ໃຫ້ການຊ່ວຍເຫຼືອໃນຄວາມພະຍາຍາມເພື່ອໃຊ້ອິດທິພົນແຊກແຊງຂອງ
ໜ່ວຍສືບລັບຣັດເຊຍ.”

ເຖິງແມ່ນວ່າລາຍງານບໍ່ໄດ້ພົບເຫັນຫລັກຖານວ່າ ພວກເຈົ້າໜ້າທີ່ໂຄສະນາຫາສຽງ
ຂອງທ່ານທຣໍາ ເຕັມໃຈ ແລະຮູ້ ກ່ຽວກັບການປະຕິບັດງານ ກັບຣັດເຊຍ ເພື່ອເອົາ
ຊະນະການເລືອກຕັ້ງ ບັນດາຄະນະສືບສວນໄດ້ລົງຄວາມເຫັນວ່າ ບໍ່ ວ່າຈະເນຶ່ອງມາ
ຈາກຄວາມກະຕືລືລົ້ນ ຫຼືຄວາມໄຮ້ດຽງສາ ບັນດາເຈົ້າໜ້າທີ່ຜູ້ ສຳຄັນກໍບໍ່ມີຄວາມ
ແຕກຕ່າງຫຍັງ ກັບຄວາມອາດເປັນໄປໄດ້ ໃນການໄດ້ຮັບ ຄວາມຊ່ວຍເຫຼືອຈາກ
ວັງເຄຣັມລິນ.

ພ້ອມດ້ວຍອົງການ WikiLeaks ແລະການເຜີຍແຜ່ເອກກະສານທີ່ໄດ້ຮັບໃນລະຫວ່າງ
ການເຈາະຂໍ້ມູນຂອງຣັດເຊຍ ຕໍ່ເຄື່ອງຄອມພິວເຕີບໍລິການ ຢູຫ້ອງການ ໃຫຍ່ຂອງຄະນະກຳມະການແຫ່ງຊາດພັກເດໂມແຄຣັດ ດັ່ງໂຕຢ່າງລາຍງານໄດ້ ພົບເຫັນຄະນະໂຄສະ
ນາຫາສຽງທ່ານທຣໍາ “ໄດ້ຊອກຫາຊ່ອງທາງ ເພື່ອໃຫ້ເກີດຜົນກະທົບຫຼາຍທີ່ສຸດ ຕໍ່ການ
ຮົ່ວໄຫຼວເຫຼົ່ານັ້ນ ເພື່ອຊ່ວຍໃຫ້ການເລືອກຕັ້ງຂອງທ່ານທຣໍາມີໂອກາດດີຂຶ້ນໃນ
ການໄດ້ຮັບໄຊຊະນະ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG