ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກຣີພັບບລີກັນ ເລື່ອນການລົງຄະແນນສຽງ ສັບປ່ຽນ ປະກັນສຸຂະພາບ Obamacare


ຜູ້ນຳສຽງສ່ວນຫຼາຍ ໃນສະພາສູງ ຈາກລັດ Kentucky ທ່ານ Mitch McConnell ຍ່າງຈາກຫ້ອງການຂອງທ່ານຢູ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, 26 ມິຖຸນາ, 2017.
ຜູ້ນຳສຽງສ່ວນຫຼາຍ ໃນສະພາສູງ ຈາກລັດ Kentucky ທ່ານ Mitch McConnell ຍ່າງຈາກຫ້ອງການຂອງທ່ານຢູ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, 26 ມິຖຸນາ, 2017.

ບັນດາຜູ້ນຳສະມາຊິກສະພາສູງພັກຣີພັບບລີກັນ ໄດ້ເລື່ອນການລົງຄະແນນສຽງ ກ່ຽວ
ກັບ ແຜນການເພື່ອປະຕິຮູບລະບົບປະກັນສຸຂະພາບຂອງພວກເຂົາເຈົ້າ ໃນວັນອັງຄານ
ວານນີ້ ໃນຂະນະທີ່ສະມາຊິກພັກຣີພັບບລີກັນຫຼາຍຄົນ ໄດ້ຮ່ວມຄັດຄ້ານກົດໝາຍດັ່ງ
ກ່າວກັບພັກເດໂມແຄຣັດ ຫຼັງຈາກຫ້ອງການໆວິເຄາະທີ່ບໍ່ຂຶ້ນກັບພັກການເມືອງຝ່າຍ
ໃດຂອງລັດຖະສະພາໄດ້ຄາດຄະເນວ່າ ມັນຈະເຮັດໃຫ້ປະຊາຊົນຫຼາຍລ້ານຄົນສູນເສຍ
ປະກັນສຸຂະພາບ.

ຜູ້ນຳສຽງສ່ວນຫຼາຍ​ໃນ​ສະພາ​ສູງທ່ານ Mitch McConnell ຈາກລັດ Kentucky ໄດ້
ຢືນຢັນວ່າ ການຕໍ່ສູ້ແມ່ນຍັງບໍ່ຈົບເທື່ອ ແລະ ວ່າຄວາມພະຍາຍາມຍັງຈະດຳເນີນຕໍ່ໄປ
ເພື່ອປ່ຽນແປງກົດໝາຍດັ່ງກ່າວ ດ້ວຍຄວາມຫວັງໃນການດຶງດູດເອົາຜູ້ສະໜັບສະໜູນ
ເພີ່ມເຕີມ.

ທ່ານ McConnell ໄດ້ກ່າວວ່າ “ມັນແມ່ນຫົວຂໍ້ທີ່ມີຄວາມສັບສົນຫຼາຍ, ພວກເຮົາຈະ
ກົດດັນຕໍ່ໄປ, ພວກເຮົາຄິດວ່າສະພາບທີ່ເປັນຢູ່ໃນປັດຈຸບັນແມ່ນບໍ່ໝັ້ນຄົງ.”

ກົດໝາຍຮັກສາສຸຂະພາບທີ່ດີຂຶ້ນກວ່າເກົ່າ ທີ່​ເອີ້ນຫຍໍ້​ວ່າ BCRA ​ເຊິ່ງຖືກຂຽນຂຶ້ນເປັນ
ຄວາມລັບ ແລະໄດ້ເປີດເຜີຍໃຫ້ຮູ້ໃນສັບປະດາທີ່ຜ່ານມານັ້ນ, ແມ່ນມີຈຸດປະສົງທີ່ຈະ
ປະຕິບັດຄຳສັນຍາຂອງພັກຣີພັບບລີກັນຕໍ່ບັນດາຜູ້ລົງຄະແນນສຽງ, ເພື່ອຍົກເລີກ ແລະ
ສັບປ່ຽນປະກັນສຸຂະພາບທີ່ຮູ້ກັນໃນຊື່ Obamacare ເຊິ່ງແມ່ນຄວາມສຳເລັດ ພາຍໃນ
ປະເທດທີ່ສຳຄັນອັນນຶ່ງ ຂອງອະດີດປະທານາທິບໍດີ ບາຣັກ ໂອບາມາ.

ສະມາຊິກສະພາສູງພັກຣີພັບບລີກັນ ທ່ານ Ron Johnson, ກາງ , ຜູ້ທີ່ໄດ້ສະແດງການຄັດຄ້ານຕໍ່ກົດ ໝາຍປະກັນສຸຂະພາບຂອງພັກຂອງທ່ານ ຍ່າງໄປເຂົ້າຮ່ວມກອງປະຊຸມນະໂຍບາຍ ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ. 27 ມິຖຸນາ 2017.
ສະມາຊິກສະພາສູງພັກຣີພັບບລີກັນ ທ່ານ Ron Johnson, ກາງ , ຜູ້ທີ່ໄດ້ສະແດງການຄັດຄ້ານຕໍ່ກົດ ໝາຍປະກັນສຸຂະພາບຂອງພັກຂອງທ່ານ ຍ່າງໄປເຂົ້າຮ່ວມກອງປະຊຸມນະໂຍບາຍ ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ. 27 ມິຖຸນາ 2017.

ສະມາຊິກສະພາສູງພັກຣີພັບບລີກັນ ທ່ານ John Thune ຈາກລັດ South Dakota ໄດ້
ກ່າວວ່າ “ຕາຕະລາງການລົງຄະແນນສຽງອາດມີການປ່ຽນແປງໜ້ອຍໜຶ່ງ, ແຕ່ສິ່ງໜຶ່ງ
ທີ່ບໍ່ໄດ້ປ່ຽນແປງກໍແມ່ນ Obamacare ແມ່ນກຳລັງພັງທະລາຍ.”

ແຜນການຂອງພັກຣີພັບບລີກັນຈະຢຸດ​ເຊົາຂໍ້​ບັງຄັບຂອງ Obamacare ທີ່​ໃຫ້ປະຊາຊົນ
ອາເມຣິກັນ ສ່ວນໃຫຍ່ຊື້ປະກັນສຸຂະພາບ, ສະໜອງການຕັດພາສີ ເພື່ອໃຫ້ໄດ້ປະກັນສຸ
ຂະພາບ, ແລະ ຫຼຸດຜ່ອນການໃຫ້ທຶນ Medicaid ຂອງລັດຖະບານ, ເຊິ່ງໄດ້ຈ່າຍຄ່າ
ໃຊ້ຈ່າຍທາງການແພດໃຫ້ກັບຄົນຜູ້ທຸກຍາກ ແລະ ເສຍອົງຄະ.

ລາຍງານສະບັບໜຶ່ງທີ່ນຳ​ອອກ​ເຜີຍ​ແຜ່ໂດຍ ຫ້ອງການງົບປະມານລັດຖະສະພາໄດ້ກະ
ປະມານ ໃນວັນຈັນວານທີ່ຜ່ານມາວ່າ, ຖ້າຖືກປະກາດເປັນກົດໝາຍ, ປະຊາຊົນ 22
ລ້ານຄົນ ຈະບໍ່ມີປະກັນສຸຂະພາບໃນອີກສິບປີຂ້າງໜ້າ ແລະ ວ່າປະຊາຊົນ ອາເມຣິກັນ
ບາງຄົນຈະໄດ້ຈ່າຍເງິນເພີ່ມຂຶ້ນ ສຳລັບປະກັນສຸຂະພາບລະດັບດຽວກັນທີ່ພວກເຂົາເຈົ້າ
ມີຢູ່. ພ້ອມກັນນັ້ນ, ຫ້ອງການງົບປະມານລັດຖະສະພາໄດ້ຄາດຄະເນວ່າ ລັດຖະບານ
ຈະມີເງິນເກັບຫຼາຍກວ່າ 300 ຕື້ໂດລາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG