ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ຄັດຄ້ານ ປະກັນໄພໂອບາມາແຄ ຖືກຮັບຮອງ ໃຫ້ເປັນຫົວໜ້າ ສາທາລະນະສຸກ


ສະມາຊິກສະພາຕໍ່າ ທ່ານ Tom Price ຈາກລັດ Georgia ໃຫ້ການຕໍ່ຄະນະກຳມະການໆເງິນ ສະພາສູງສະຫະລັດ.
ສະມາຊິກສະພາຕໍ່າ ທ່ານ Tom Price ຈາກລັດ Georgia ໃຫ້ການຕໍ່ຄະນະກຳມະການໆເງິນ ສະພາສູງສະຫະລັດ.

ສະພາ​ສູງ​ສະຫະລັດ ​ໄດ້​ລົງ​ຄະ​ແນນ​ສຽງ 52 ຕໍ່ 47 ​ອະນຸມັດ ໃຫ້​ສະມາຊິກ​ສະພາ​ຕໍ່າສັງ ກັດພັກຣີພັບ​ບລິ​ກັນ ທ່ານ Tom Price ​ເປັນ​ຫົວໜ້າ​ກະຊວງສາທາລະນະ​ສຸກ ​ແລະ​ສັງ ຄົມ​ສົງ​ເຄາະ ຫລື HHS.

ການ​ລົງຄະ​ແນນ​ສຽງ​ໄດ້​ມີ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ສຸກ​ມື້​ນີ້ ​ໃນ​ຕອນ​ທ້າຍ​ຂອງ​ກອງ​ປະຊຸມ​ທີ່ ​ດຳ​ເນີນ​ມາ​ຈົນ​ກາຍ​ທ່ຽງ​ຄືນ.

ທ່ານ Price ​ເປັນ​ສະມາຊິກ​ສະພາ​ຕໍ່າ​ທີ່​ມີ​ປະສົບພະ​ການຈາກ​ລັດ Georgia ​ແລະ​ນາຍ​ແພດ​ຜ່າຕັດ​ກະດູກ ຊຶ່ງ​ເປັນ​ຜູ້​ຄັດ​ຄ້ານ​ຕໍ່​ຮ່າງ​ກົດໝາ​ຍປະກັນ​ໄພສຸຂະພາບ​ລາ​ຄາ​ຖືກ​ທີ່ ຮູ້ກັນໃນ​ຊື່ Obamacare.

​ໃນ​ນາມ​ຫົວໜ້າຄົນ​ໃໝ່​ຂອງ​ກະຊວງ HHS ທ່ານ Price ຈະ​ເປັນ​ຜູ້​ນຳພາ​ການ​ປຸກລະດົມ​ທັບ​ມ້າງ​ກົດໝາຍ​ປະກັນ​ໄພ​ສຸຂະພາບ ທີ່​ໄດ້​ອະນຸຍາດ​ໃຫ້​ຊາວ​ອາ​ເມ ຣິກັນ 20 ລ້ານ​ຄົນ ໄດ້​ຮັບ ປະກັນ​ໄພ​ສຸຂະພາບນັ້ນ.

ບັນດາສະມາຊິກພັກ​ຮີ​ພັບ​ບລິ​ກັນ ກ່າວ​ວ່າ ​ເຂົາ​ເຈົ້າ​ຕ້ອງການ​ທີ່​ຈະ​ໃຊ້​ແນວ​ອື່ນແທນປະ ກັນ​ໄພ Obamacare ​ແຕ່​ຍັງ​ບໍ່​ທັນ​ຕົກລົງ​ກັນ​ໄດ້​ເທື່ອ.

ທ່ານ Price ຜູ້​ຖືກ​ສະ​ເໜີແຕ່ງຕັ້ງຄົນຫ​ລ້າ​ສຸດ​ ໂດຍປະທານາທິບໍດີ Donald Trump ໃຫ້ເຂົ້າ ຮ່ວມໃນ​ຄະນະ​ບໍລິຫານ​ຂອງ​ທ່ານ ​ໄດ້​ປະ​ເຊີນ​ໜ້າ​ກັບຄຳ​ຖາມ ​ທີຫຍຸ້ງ​ຍາກ​ຈຳນວນ​ນຶ່ງ ກ່ຽວ​ກັບ​ວ່າ ​ໃນ​ນາມ​ທີ່​ເປັນ​ຫົວໜ້າ ​ຄະນະ​ກຳມະການ​ງົບປະມານ​ສະພາ​ຕໍ່ານັ້ນ ທ່ານ​ໄດ້​ໃຊ້​ໜ້າ​ທີ່​ຂອງ​ທ່ານສ້າງ​ຜົນ​ກຳ​ໄລໃຫ້​ແກ່​ການ​ຊື້ຂາຍ​ຮຸ້ນຫລື​ບໍ່. ບັນດາ​ຜູ້​ສັງ​ເກດ​ການ​ຈຳນວນ​ນຶ່ງ​ກ່າວ​ວ່າ ​ເຖິງ​ຢ່າງ​ໃດ​ກໍ​ດີ ມີ​ຫລັກ​ຖານ​ຢ່າງ​ຖ້​ວມລົ້ນ​ທີ່​ເຮັດ​ໃຫ້ທ່ານ Pice ລອດ​ພົ້ນຈາກ​ຂໍ້​ກ່າວ​ຫາ​ໃນ​ການ ​ ປະ​ພຶດທີ່ບໍ່​ມີສິນ​ທຳ.

ອ່ານຂ່າວນີ້ເປັນພາສາອັງກິດ

US Price
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG