ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄະນະກຳມະການ ສະພາສູງ ສະເໜີໃຫ້ ລົງຄະແນນ ຮັບເອົາທ່ານ ແມດຕິສ ເປັນ ລມຕ ປ້ອງກັນປະເທດ


 ພົນເອກ ນາວິກະໂຍທິນ ທ່ານ James Mattis ທີ່ ອອກກິນເບ້ຍບຳນານແລ້ວນັ້ນ ປາກົດໂຕຢູ່ຕໍ່ໜ້າ ຄະນະກຳມະການກອງທັບ ຂອງສະພາສູງ ສະຫະລັດ ເພື່ອຮັບຟັງກ່ຽວກັບ ການສະເໜີຊື່ແຕ່ງຕັ້ງໃຫ້ເປັນ ລັດຖະມົນຕີ ປ້ອງກັນປະເທດ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 12 ມັງກອນ 2017.
ພົນເອກ ນາວິກະໂຍທິນ ທ່ານ James Mattis ທີ່ ອອກກິນເບ້ຍບຳນານແລ້ວນັ້ນ ປາກົດໂຕຢູ່ຕໍ່ໜ້າ ຄະນະກຳມະການກອງທັບ ຂອງສະພາສູງ ສະຫະລັດ ເພື່ອຮັບຟັງກ່ຽວກັບ ການສະເໜີຊື່ແຕ່ງຕັ້ງໃຫ້ເປັນ ລັດຖະມົນຕີ ປ້ອງກັນປະເທດ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 12 ມັງກອນ 2017.

ຄະນະກຳມະການກອງທັບ ຂອງສະພາສູງສະຫະລັດ ໄດ້​ໃຫ້ການ​ອະນຸມັດດ້ວຍ​ຄະ​ແນນ ​ສຽງ​ອັນຖ້ວມລົ້ນ ​ໃຫ້ພົນເອກ ນາວິກະໂຍທິນ ທ່ານ James Mattis ທີ່ ອອກກິນເບ້ຍບຳ ນານແລ້ວນັ້ນ ເປັນລັດຖະມົນຕີປ້ອງກັນປະເທດຄົນໃໝ່.

ຄະນະ​ກຳມະການ ພາຍ​ໃຕ້​ການ​ນຳພາ​ຂອງພັກຣີພັບບລີກັນໄດ້ລົງຄະແນນສຽງ 26 ຕໍ່ 1 ໃນວັນພຸດວານນີ້ ເພື່ອສະເໜີແນະ ​ໃຫ້ສະພາສູງຄົບຄະນະ ພິຈາລະນາ ຮັບເອົາ ທ່ານ Mattis ໃຫ້ເປັນຜູ້ບໍລິຫານ ທຳນຽບຫ້າແຈ ຫຼື Pentagon.

ທ່ານ Mattis ເປັນຜູ້ທີ່ຖືກສະເໜີຊື່ ໃນຄະນະລັດຖະບານຂອງທ່ານທຣຳ ຄົນທຳອິດ ທີ່ຜ່ານຂະບວນການຮັບຮອງ ຈາກຄະນະກຳມະການ ແລະ ທ່ານອາດຈະໄດ້ຮັບ ການຢັ້ງຢືນ ໄວເທົ່າທີ່ຈະໄວໄດ້ ໃນວັນສຸກມື້ອື່ນນີ້ ດັ່ງທີ່ທ່ານ Chuck Schumer ຜູ້ນຳສະມາຊິກສະພາສູງ ພັກເດໂມແຄຣັດ ໄດ້ກ່າວ​ໄປ​ນັ້ນ.

ທ່ານ Mattis ຜູ້ທີ່ໄດ້ຮັບໃຊ້ປະເທດ ເປັນຜູ້ບັນຊາການ ກຳລັງສະຫະລັດ ​ໃນ​ເຂດ​ພາກ​ຕາ ​ເວັນ​ອອກ​ກາງ ແລະໄດ້ອອກກິນເບ້ຍບຳນານ ໃນປີ 2013. ທ່ານຕ້ອງໄດ້ຮັບການຍົກເວັ້ນ ເພື່ອທີ່ຈະຮັບຕຳແໜ່ງ ເປັນລັດຖະມົນຕີປ້ອງກັນປະເທດ ເພາະວ່າ ທ່ານຍັງບໍ່ໄດ້ເປັນພົນ ລະເຮືອນ ຄົບ 7 ປີເທື່ອ ດັ່ງທີ່ກົດໝາຍໄດ້ບັນຍັດໄວ້ນັ້ນ. ລັດຖະສະພາ ໄດ້ອະນຸມັດຂໍ້ຍົກ ເວັ້ນດັ່ງກ່າວ ເປັນທີ່ຮຽບຮ້ອຍ​ແລ້ວ.

ທ່ານ Mattis ອາຍຸ 66 ປີ ເປັນຜູ້ທີ່ຮູ້ຈັກກັນດີ ຄືຜູ້ບັນຊາການທີ່ມີສີສັນ ແລະ ມີຊື່ສຽງ ໂດ່ງດັງ ຍ້ອນຄວາມເປັນນັກເລງ ກ້າເວົ້າຄວາມຈິງ. ສື່ມວນຊົນໄດ້ຂະໜານນາມ ທ່ານ
ວ່າ “ໝາບ້າ ຫຼື Mad Dog” ຍ້ອນທ່າທາງການຜ່ານຜ່າສະໜາມລົບ ຂອງທ່ານ ແລະ ປະເພດການເວົ້າຈາ ທີ່ກົງໄປກົງມາ ທີ່ພວກທະຫານາວິກະໂຍທິນ ຂຶ້ນຊື່ລືນາມ ນັ້ນ.

ທ່ານໄດ້ຖືກອ້າງອີງເຖິງຄຳເວົ້າ ທີ່ວ່າ “ເປັນຜູ້ສຸພາບ ເປັນມືອາຊີບ ແຕ່ມີແຜນການ ທີ່ຈະສັງຫານໝົດທຸກຄົນ ທີ່ເຈົ້າພົບ.”

ທ່ານ Mattis ຈະ​ເຂົ້າຮັບ​ໜ້າ​ທີ່ແທນ ທ່ານ Ash Carter ຜູ້ທີ່ໄດ້ຮັບໃຊ້ເປັນລັດຖະມົນຕີ ປ້ອງກັນປະເທດ ຄົນທີສີ່ ຂອງປະທານາທິບໍດີ ບາຣັກ ໂອບາມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG