ສະພາສູງ ສະຫະລັດ ໄດ້ຮັບຜ່ານກົດໝາຍສະບັບໃໝ່ດ້ວຍຄະແນນສຽງຖ້ວມລົ້ນໃນວັນພະຫັດວານນີ້ ທີ່ແນໃສ່ການເພີ້ມຄວາມພະຍາຍາມເພື່ອຕໍ່ສູ້ກັບການເພີ່ມຂຶ້ນໃນອາຊະຍະກຳຄຽດຊັງຕໍ່ ຕ້ານຄົນເອເຊຍ ໃນລະຫວ່າງໂຣກລະບາດ COVID-19.
ຮ່າງກົດໝາຍດັ່ງກ່າວ ຈະຕັ້ງຕຳແໜ່ງໃໝ່ໃນກະຊວງຍຸຕິທຳ ເພື່ອເລັ່ງການທົບທວນ ກ່ຽວກັບ ອາຊະຍະກຳຄວາມຄຽດຊັງທີ່ກ່ຽວຂ້ອງກັບ COVID-19 ແລະ ສະໜອງການສະໜັບສະໜູນສຳລັບບັນດາອົງການບັງຄັບໃຊ້ກົດໝາຍໃນທ້ອງຖິ່ນເພື່ອຕອບສະໜອງຕໍ່ຄວາມຮຸນແຮງຕໍ່ຕ້ານຄົນເອ ເຊຍ. ມັນຍັງລວມມທີການແກ້ໄຂກົດໝາຍໃໝ່ທີ່ຈະປັບປຸງການເກັບກຳຂໍ້ມູນອາຊະຍະກຳຄວາມຄຽດຊັງ ແລະ ຕັ້ງໂທລະສັບສາຍດ່ວນສຳລັບອາຊະຍະກຳຄວາມຄຽດຊັງ.
ການແກ້ໄຂກົດໝາຍດັ່ງກ່າວ ໄດ້ຖືກນຳສະເໜີຕອນທຳອິດ ໃນຖານະກົດໝາຍ ບໍ່ມີຄວາມຄຽດ ຊັງ ຈາບາຣາ-ເຮເຢີ, ເຊິ່ງມີຊື່ຕາມຜູ້ເຄາະຮ້າຍທີ່ມີຊື່ສຽງສອງຄົນ ໃນອາຊະຍະກຳຄວາມຄຽດຊັງ ໃນບໍ່ເທົ່າໃດປີທີ່ຜ່ານມາຂອງທ່ານ ຄາລິດ ຈາລາບາ ແລະ ທ່ານນາງ ເຮເທີ ເຮເຢີ.
ການລົງຄະແນນສຽງແມ່ນ 94 ຕໍ່ 1, ສະມາຊິກສະພາສູງສັງກັດພັກຣີພັບບລີ ກັນ ທ່ານ ຈອຊ໌ ຮໍລີ ຈາກລັດມິສຊູຣີ ແມ່ນສະມາຊິກສະພາສູງພຽງຄົນດຽວທີ່ໄດ້ຄັດຄ້ານກົດໝາຍດັ່ງກ່າວ. ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ແລະ 3 ຄົນຈາກພັກຣີພັບບລີກັນ 3 ຄົນ ບໍ່ໄດ້ລົງຄະແນນສຽງ.
ກົດໝາຍດັ່ງກ່າວຈະມຸ່ງໜ້າໄປສະພາຕໍ່າ, ບ່ອນທີ່ມັນຄາດວ່າຈະຖືກຮັບຜ່ານດ້ວຍການສະໜັບ. ສະໜູນຈາກສອງພັກການເມືອງຢ່າງກວ້າງຂວາງ. ປະທານາທິບໍດີ ໂຈ ໄບເດັນ ໄດ້ສະແດງຄວາມກະຕືລືລົ້ນສຳລັບກົດໝາຍດັ່ງກ່າວ ແລະ ຄາດວ່າຈະເຊັນມັນເປັນກົດໝາຍເວລາທີ່ມັນໄປຮອດໂຕະຂອງທ່ານ.
ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານນາງ ເມຊີ ເຄ ຮິໂຣໂນະ ຈາກລັດ ຮາວາຍ, ເຊິ່ງແມ່ນຜູ້ສະໜັບສະໜູນຂອງຮ່າງກົດໝາຍນັ້ນ ແລະ ແມ່ນນຶ່ງໃນຄົນອາເມຣິກັນເຊື້ອສາຍເອເຊຍສອງຄົນ ໃນສະພາສູງ, ໄດ້ຍົກຍ້ອງການລົງຄະແນນສຽງຈາກສອງພັກການເມືອງ, ໂດຍເວົ້າວ່າ ມັນໄດ້ສົ່ງ “ຂໍ້ຄວາມທີ່ມີພະລັງ ກ່ຽວກັບ ຄວາມສາມັກຄີໄປຫາຊຸມຊົນຊາວອາເມຣິກັນ ເຊື້ອສາຍເອເຊຍ ແລະ ຊາວເກາະມະຫາສະໝຸດປາຊີຟິກ ຫຼື AAPI.
ທ່ານນາງ ຮິໂຣໂນະ ໄດ້ຂຽນໃນທວິດເຕີວ່າ “ຕໍ່ໄປ, ຂ້າພະເຈົ້າຂໍຮຽກຮ້ອງໃຫ້ສະພາຕໍ່າຮັບຜ່ານກົດໝາຍນິຕິບັນຍັດນີ້ຢ່າງວ່ອງໄວ ສະນັ້ນປະທານາທິບໍດີ ໂຈ ໄບເດັນ ຈຶ່ງສາມາດເຊັນມັນໃຫ້ເປັນກົດໝາຍ.”
ກົດໝາຍດັ່ງກ່າວໄດ້ມີຂຶ້ນທ່າມກາງການເພີ່ມຂຶ້ນຢ່າງຫຼວງຫຼາຍໃນອາຊະຍະກຳຄວາມຄຽດຊັງຕໍ່ຕ້ານຄົນເອເຊຍ ແລະ ການຈຳແນກເຊື້ອຊາດ, ທີ່ຖືກກະຕຸ້ນໂດຍສິ່ງທີ່ບັນດາຜູ້ສະໜັບສະໜູນສິດທິມະນຸດອະທິບາຍວ່າ ໄດ້ຕົກເປັນແກະຮັບບາບໂດຍບໍ່ມີມູນຫຼັກຖານຂອງຄົນເອເຊຍສຳລັບໄວຣັສທີ່ໄດ້ມີຕົ້ນກຳເນີດ ໃນ ຈີນ.
ອາຊະຍະກຳຄວາມຄຽດຊັງຕໍ່ຕ້ານຄົນເອເຊຍ ໄດ້ເພີ່ມຂຶ້ນ 150 ເປີເຊັນໃນຫຼາຍຕົວເມືອງໃຫຍ່ຂອງ ອາເມຣິກາ ໃນປີກາຍນນີ້, ອີງຕາມຂໍ້ມູນຂອງຕຳຫຼວດທີ່ຖືກທ້ອນໂຮມໂດຍສູນກາງ ເພື່ອການສຶກສາ ກ່ຽວກັບ ຄວາມຄຽດຊັງ ແລະ ລັດທິຫົວຮຸນແຮງ ຢູ່ມະຫາວິທະຍາໄລລັດ ຄາລິຟໍເນຍ.