ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະມາຊິກສະພາສູງ ຂໍເລື່ອນລົງຄະແນນສຽງແຕ່ງຕັ້ງທ່ານ ຄາແວນໍ ຫຼັງຈາກຜູ້ກ່າວຫາທ່ານ ໄດ້ອອກມາຖະແຫຼງ


A police officer walks by a damaged building in the European Union quarter during a demonstration against COVID-19 measures in Brussels, Belgium.
A police officer walks by a damaged building in the European Union quarter during a demonstration against COVID-19 measures in Brussels, Belgium.

ບັນດາສະມາຊິກສະພາສູງຈຳນວນນຶ່ງ, ລວມທັງສະມາຊິກພັກຣີພັບບລີກັນຫຼາຍຄົນ,
ໄດ້ຮຽກຮ້ອງໃຫ້ເລື່ອນເວລາທີ່ອາດເປັນໄປໄດ້ ໃນການລົງຄະແນນສຽງແຕ່ງຕັ້ງທ່ານ
ແບຣັດ ຄາແວນໍ ເປັນຜູ້ພິພາກສາສານສູງສຸດ ສະຫະລັດ ຫຼັງຈາກແມ່ຍິງຄົນນຶ່ງໄດ້
ກ່າວຫາທ່ານ ຄາແວນໍ ຢ່າງເປີດເຜີຍວ່າ ເພີ່ນໄດ້ລວນລາມ ທາງເພດລາວ ໃນເວລາ
ທີ່ເຂົາເຈົ້າໄດ້ຮຽນຢູ່ໂຮງຮຽນມັດທະຍົມ.

ທ່ານນາງ ຄຣິສຕີນ ບລາຊີ ຝອດ, ອາຈານສອນຢູ່ມະຫາວິທະຍາໄລ ປາໂລ ອາລໂຕ
ໃນລັດຄາລີຟໍເນຍ, ໄດ້ກ່າວຕໍ່ໜັງສືພິມວໍຊິງຕັນ ໂພສຕ໌ ວ່າ ລາວໄດ້ມີຄວາມຮູ້ສຶກ
ຢ້ານກົວຕໍ່ຊີວິດຂອງລາວໃນລະຫວ່າງ ການຖືກໂຈມຕີນັ້ນ.

ທ່ານນາງ ຝອດ ໄດ້ກ່າວ ໃນການສຳພາດກັບໜັງສືພິມດັ່ງກ່າວ ທີ່ຖືກຕີພິມລົງໃນວັນ
ອາທິດວານນີ້ວ່າ “ຂ້າພະເຈົ້າຄິດວ່າລາວອາດຈະທຳລາຍຊີວິດຂອງ ຂ້າພະເຈົ້າໂດຍ
ບໍ່ຕັ້ງໃຈ.”

ທ່ານນາງ ຝອດ ໄດ້ກ່າວວ່າ ເຫດການດັ່ງກ່າວໄດ້ເກີດຂຶ້ນ ຢູ່ງານປາຕີ້ແຫ່ງນຶ່ງໃນລັດ
ແມຣີແລນ ໃນຊຸມປີ 1980 ໃນເວລາທີ່ທ່ານນາງ ແລະ ທ່ານ ຄາແວນໍ ໄດ້ຮຽນຢູ່ໂຮງ
ຮຽນມັດທະຍົມ.

ທ່ານນາງໄດ້ກ່າວວ່າ ທ່ານ ຄາແວນໍ ແລະ ໝູ່ຂອງລາວຄົນນຶ່ງໄດ້ຕ້ອນລາວເຂົ້າມຸມ
ຂອງຫ້ອງນອນແຫ່ງນຶ່ງ ບ່ອນທີ່ທ່ານ ຄາແວນໍ ໄດ້ຍູ້ລາວລົງຕຽງ ແລະ ໄດ້ພະຍາຍາມ
ທີ່ຈະແກ້ເຄື່ອງຂອງລາວອອກ. ທ່ານນາງໄດ້ເວົ້າວ່າ ຜູ້ຊາຍທັງສອງຄົນນັ້ນ “ໄດ້ມີອາ
ການເມົາເຫຼົ້າໜັກ.”

ທ່ານ ຄາແວນໍ ໄດ້ປະຕິເສດທຸກໆການກະທຳຜິດັ່ງກ່າວ.

ທ່ານໄດ້ກ່າວໃນຖະແຫຼງການສະບັບນຶ່ງໃນອາທິດແລ້ວນີ້ວ່າ “ຂ້າພະເຈົ້າຂໍປະຕິເສດ
ການກ່າວຫານີ້ຢ່າງສິ້ນເຊີງ ແລະ ຢ່າງແຈ່ມແຈ້ງ. ຂ້າພະເຈົ້າບໍ່ໄດ້ເຮັດສິ່ງແນວນີ້ໃນ
ເວລາທີ່ຂ້າພະເຈົ້າຮຽນຢູ່ມັດທະຍົມ ຫຼື ເວລາໃດໆ.”

ຄະນະກຳມະການຕຸລາການສະພາສູງ ຄາດວ່າຈະລົງຄະແນນສຽງ ກ່ຽວກັບ ການ
ແຕ່ງຕັ້ງທ່ານ ຄາແວນໍ ໃນວັນພະຫັດຈະມາເຖິງນີ້.

ຖະແຫຼງການສະບັບນຶ່ງຂອງຄະນະກຳມະການໃນວັນອາທິດວານນີ້ ໄດ້ກ່າວຫາພັກ
ເດໂມແຄຣັດ ກ່ຽວກັບ ການບໍ່ໄດ້ເປີດເຜີຍການກ່າວຫາຂອງທ່ານນາງ ຝອດ ຈົນມາ
ຮອດມື້ ກ່ອນການລົງຄະແນນສຽງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG