ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ບັນຊາການທະຫານ ສຫລ ໃຫ້ການຕໍ່ສະພາສູງ ເລື້ອງການລວນລາມ ທາງເພດ ໃນກອງທັບ (ວີດີໂອ)


Women Senators Lecture Male Military Chiefs on Sexual Assault
please wait

No media source currently available

0:00 0:02:52 0:00
ລິງໂດຍກົງ
ບັນດາຜູ້​ບັນຊາ​ການ​ທະຫານ​ອະ​ວຸ​ໂສຂອງສະຫະລັດ ບໍ່​ເຫັນ​ດີ​
ຕໍ່ແຜນການຂອງ ສະມາຊິກ​ສະພາ​ສູງ​ຈໍານວນ​ນຶ່ງ ທີ່​ຈະ​ນຳ​ເອົາ
​ຄະດີ​ ການ​ກະທຳ​ຄວາມ​ຜິດຕ່າງໆ ຮວມທັງ​ການ​ລວນ​ລາມທາງ
​ເພດ ອອກ​ຈາກ​ກໍາມື​ຂອງ​ເຂົາ​ເຈົ້າ.

ປະທານ​ເສນາ​ທິການ​ຮ່ວມຂອງກອງ​ທັບສະຫະລັດນາຍ​ພົນ
Martin Demsey ​ແລະ​ບັນ​ດາ​ຜູ້​ບັນຊາ​ການເຫລົ່າ​ທັບ​ຕ່າງໆໄດ້ໄປປະກົດ​ໂຕຮ່ວມກັນ
​ແບບທີ່​ບໍ່ຄ່ອຍ ​ໄດ້​ເຫັນກັນ ​ເພື່ອຮັບ​ຟັງ​ຄຳ​ໃຫ້ການຢູ່​ທີ່ລັດຖະສະພາ​ສະຫະລັດ ​ໃນ​ວັນ​
ອັງຄານ​ວານ​ນີ້.

​ພວກ​ເຂົາ​ເຈົ້າໄດ້​ປະ​ເຊີນໜ້າ​ກັບ​ຄຳ​ຖາມ​ທີ່​ຊັບຊ້ອນ ​ແລະ​ບາ​ງຄັ້ງກໍ​ແບບ​ບໍ່​ເປັນ​ມິດ ກ່ຽວ​ກັບ​ການ​ກ່າວ​ຫາ​ ​ໃນ​ການ​ລວນ​ລາ​ມ​ທາງ​ເພດ​ ​ຢູ່ໃນກອງ​ທັບ​ເມື່ອ​ບໍ່​ດົນ ມານີ້.

​ແຕ່ເຂົາ​ເຈົ້າ​ໄດ້ໂຕ້​ຖຽງ​ວ່າ ການ​ນໍາຕັດອໍານາດຂອງ​ເຂົາ​ເຈົ້າ​ອອກ​ໄປ ​ເພື່ອ​ຈະ​ພິຈາ
ລະນາວ່າ ຈະ​ນໍາ​ຄະດີ​ຄວາມ​ຜິດໃດ​ໆ​ໄປ​ຂຶ້ນສານນັ້ນ ຈະ​ເປັນ​ການບ່ອນ​ທຳ ລາຍຕໍ່​ອໍານາດ​ຂອງ​ກອງທັບ ​ແລະ​ສິນ​ທຳ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທ ສະຫະລັດ ທ່ານ Chuck Hagel ຮ້ອງ​ການ​ລວນ ລາມ​ທາງ​ເພດຢູ່​ໃນ​ກອງທັບ​ວ່າ ​ເປັນ​ຄວາມ​ຫາຍະນະ ​ແລະໃຫ້​ຄໍາ​ໝັ້ນ​ສັນຍາ ທີ່​ຈະ​ເອົາ​ບົດ​ບາດ​ແກ້​ໄຂ​ບັນຫາ​ດັ່ງກ່າວ.

ການ​ສຶກສາ​ຂອງທໍານຽບຫ້າ​ແຈ ​ກະ​ປະມານ​ວ່າ ມີທະຫານ ປະມານ 26,000 ຄົນ​ໄດ້​ຖືກ​ລວນ​ລາມທາງ​ເພດ​ທີ່​ບໍ່​ຕ້ອງການ ​ຢູ່​ໃນ​ກອງທັບ ​ໃນ​ປີ​ກາຍ​ນີ້.

US Military
please wait
Embed

No media source currently available

0:00 0:01:02 0:00

ກ່ຽວຂ້ອງກັນ

XS
SM
MD
LG