ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳມະການສືບລັບ ສະພາສູງ ສຫລ ໝາຍເກາະ ລູກຊາຍກົກ ຂອງ ປ. ທຣຳ ໄປ​ໃຫ້​ຄຳ​ໃຫ້​ການ ກ່ຽວ​ກັບ​ການ​ສ້າງ​ຕຶກ ໃນ​ມົສ​ກູ ອີກ

ທ່ານດໍໂນລ ທຣຳ ຈູເນຍ, ລູກຊາຍກົກຂອງປະທານາທິບໍດີ ທຣຳ ທີ່​ຖືກຄະນະກຳມະການສືບລັບຂອງສະພາສູງສະຫະລັດ ອອກໝາຍເກາະໃຫ້ມາຕອບຄຳຖາມກ່ຽວກັບ ການສ້າງຕຶກ Trump Tower ຢູ່ນະ​ຄອນຫລວງມົສກູ ນັ້ນ
ທ່ານດໍໂນລ ທຣຳ ຈູເນຍ, ລູກຊາຍກົກຂອງປະທານາທິບໍດີ ທຣຳ ທີ່​ຖືກຄະນະກຳມະການສືບລັບຂອງສະພາສູງສະຫະລັດ ອອກໝາຍເກາະໃຫ້ມາຕອບຄຳຖາມກ່ຽວກັບ ການສ້າງຕຶກ Trump Tower ຢູ່ນະ​ຄອນຫລວງມົສກູ ນັ້ນ

ຄະນະກຳມະການສືບລັບຂອງສະພາສູງສະຫະລັດ ໄດ້ອອກໝາຍເກາະສະບັບ ນຶ່ງ ສັ່ງໃຫ້ລູກຊາຍກົກຂອງປະທານາທິບໍດີດໍໂນລ ທຣຳ ມາຕອບຄຳຖາມກ່ຽວກັບ ຄຳໃຫ້ການຂອງທ່ານ ໃນປີ 2017 ຕໍ່ຄະນະກຳມະການນີ້ ຊຶ່ງເປັນພາກ ສ່ວນນຶ່ງ ຂອງການກວດກາ ໃນເລື້ອງທີ່ຣັດເຊຍ ແຊກແຊງເຂົ້າໃນການເລືອກ ຕັ້ງຂອງສະຫະລັດ.

ຄະນະກຳມະການດັ່ງກ່າວ ມີຄວາມສົນໃຈ ທີ່ຢາກຈະລົມກັບທ່ານດໍໂນລ ທຣຳ ຈູເນຍ ຄືນໃໝ່ ຫຼັງຈາກທີ່ອະດີດທະນາຍຄວາມຂອງປະທານາທິບໍດີ ທ່ານໄມ-ເກີລ ໂຄເຮັນ ໄດ້ບອກຄະນະກຳມະການ ຂອງສະພາຕ່ຳ ໃນເດືອນກຸມພາ ວ່າ ທ່ານໄດ້ແຈ້ງໃຫ້ທ່ານ ທຣຳ ຈູເນຍ ຊາບປະມານ 10 ຄັ້ງ ກ່ຽວກັບແຜນການທີ່ ຈະສ້າງຕຶກ Trump Tower ຢູ່ນະ​ຄອນມົສກູ.

ທ່ານໄມ-ເກີລ ໂຄເຮັນ, ທະນາຍຄວາມຂອງປະທານາທິບໍດີ ທ​ຣຳ ກັບ​ຄືນ​ໄປ​ໃຫ້​ຄຳ​ໃຫ້​ການຢູ່​ລັດ​ຖະ​ສະ​ພາ​ສະ​ຫະ​ລັດໃນ​ວັນ​ທີ 6 ມີ​ນາ, 2019
ທ່ານໄມ-ເກີລ ໂຄເຮັນ, ທະນາຍຄວາມຂອງປະທານາທິບໍດີ ທ​ຣຳ ກັບ​ຄືນ​ໄປ​ໃຫ້​ຄຳ​ໃຫ້​ການຢູ່​ລັດ​ຖະ​ສະ​ພາ​ສະ​ຫະ​ລັດໃນ​ວັນ​ທີ 6 ມີ​ນາ, 2019

ສ່ວນທ່ານທຣຳ ຈູເນຍ ໄດ້ບອກ ຄະນະກຳມະການຕຸລາການ ຂອງສະພາສູງ ໃນປີ 2017 ວ່າ ທ່ານພຽງແຕ່ “ຮູ້ແບບ​ຜິວ​ເຜີນ” ຂອງແຜນການສ້າງຕຶກດັ່ງ ກ່າວ.

ຄະນະກຳມະການສືບລັບຂອງສະພາສູງ ກຳລັງສືບສວນ ໃນເລື້ອງທີ່ຣັດເຊຍ ແຊກແຊງເຂົ້າ​ໃນການເລືອກຕັ້ງສະຫະລັດ ແລະສາຍສຳພັນຂອງທ່ານທຣຳ ກັບຣັດເຊຍ ໃນໄລຍະສອງປີຜ່ານມານີ້.

ທ່ານ Mark Warner, ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຈາກ​ລັດ​ເວີ​ຈີ​ເນຍ (ຊ້າຍ) ຮອງ​ປະ​ທານຄະນະ ກຳມະການສືບລັບຂອງສະພາສູງສະຫະລັດ ຢູ່​ກັບ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ທີ່​ມາ​ຈາກ​ພັກ​ຣີ​ພັບ​ບ​ລິ​ກັນ ກ່ອນ​ຈະ​ຟັງ​ຄຳ​ໃຫ້​ການ ອັນ​ນຶ່ງ​ໃນ​ຫ້ອງການລັດ​ຖະ​ສະ​ພາ 9 ພຶດ​ສະ​ພາ 2018

ອັນນີ້ເປັນໝາຍເກາະຄັ້ງທຳອິດ ທີ່ໄດ້ຮັບຮູ້ກັນ ຕໍ່ສະມາຊິກຄອບຄົວຂອງປະ ທານາທິບໍດີ ທຣຳ ແລະເປັນສັນຍານໃໝ່ທີ່ຄະນະກຳມະການຂອງສະພາສູງນີ້ ຈະສືບຕໍ່ທຳການສືບສວນ ສອບສວນດ້ວຍຕົນເອງ ກ່ຽວກັບຣັດເຊຍ ເຖິງ ແມ່ນວ່າ ພາຍຫຼັງຈາກ ບົດລາຍງານກ່ຽວກັບ ເລື້ອງດຽວກັນນີ້ ຂອງໄອຍະການ ພິເສດ ທ່ານໂຣເບີດ ມັລເລີ ໄດ້ຖືກເປີດເຜີຍໄປແລ້ວກໍຕາມ.

ຍັງບໍ່ເປັນທີ່ຈະແຈ້ງໃນທັນທີ່ເທື່ອວ່າ ທ່ານທຣຳ ຈູເນຍ ຈະປະຕິບັດຕາມໝາຍ ເກາະດັ່ງກ່າວນັ້ນ ຫຼືບໍ່.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG