ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາສູງ ຈະຮັບຟັງ ຄຳໃຫ້ການຂອງ ຜູ້ຖືກ ສະເໜີຊື່ ໃນຄະນະລັດຖະບານຂອງ ທ່ານທຣຳ


ຜູ້ທີ່ຖືກສະເໜີຊື່ເປັນລັດຖະມົນຕີຕ່າງປະເທດ ທ່ານ Rex Tillerson ນັ່ງໃນລະຫວ່າງການພົບປະກັບຜູ້ນຳສຽງ ສ່ວນຫຼາຍໃນສະພາສູງ ທ່ານ Mitch McConnell ຈາກລັດ Kentucky ຢູ່ລັດຖະສະພາ Capitol Hill ໃນນະຄອນຫຼວງ ວໍຊິງຕັນ. 4 ມັງກອນ, 2017.
ຜູ້ທີ່ຖືກສະເໜີຊື່ເປັນລັດຖະມົນຕີຕ່າງປະເທດ ທ່ານ Rex Tillerson ນັ່ງໃນລະຫວ່າງການພົບປະກັບຜູ້ນຳສຽງ ສ່ວນຫຼາຍໃນສະພາສູງ ທ່ານ Mitch McConnell ຈາກລັດ Kentucky ຢູ່ລັດຖະສະພາ Capitol Hill ໃນນະຄອນຫຼວງ ວໍຊິງຕັນ. 4 ມັງກອນ, 2017.

ຜູ້ນຳສະມາຊິກສະພາສູງພັກຣີພັບບລີກັນ ສະຫະລັດ ທ່ານ Mitch McConnell ໄດ້ ບອກບັນດາສະມາຊິກພັກເດໂມແຄຣັດ ວ່າໃຫ້ “ເປັນຜູ້ໃຫຍ່ແດ່” ແລະ ບໍ່ໃຫ້ສ້າງສິ່ງ ກີດຂວາງ ຕໍ່ການພິຈາລະນາໂຄງຮ່າງ ສຳລັບການເລືອກຄະນະລັດຖະບານ ຂອງ ປະທານາທິບໍດີ ທີ່ຖືກເລືອກ ໃໝ່ ທ່ານ Donald Trump.

ບັນດາຜູ້ຖືກສະເໜີຊື່ເຂົ້າໃນຄະນະລັດຖະມົນຕີ ຂອງທ່ານ ທຣຳ ຢ່າງໜ້ອຍ 7 ຄົນ ແມ່ນຄາດວ່າຈະໄປປາກົດຕົວຢູ່ຕໍ່ບັນດາຄະນະກຳມະການສະພາສູງໃນສັບປະດານີ້ ເຊິ່ງລວມມີຜູ້ຖືກສະເໜີຊື່ເປັນລັດຖະມົນຕີການຕ່າງປະເທດ ທ່ານ Rex Tillerson, ຜູ້ຖືກສະເໜີີຊື່ເປັນ ລັດຖະມົນຕີ ກະຊວງ ຍຸຕິທຳ ທ່ານ Jeff Sessions, ແລະ ຜູ້ທີ່ຈະເປັນ ລັດຖະມົນຕີ ກະຊວງສຶກສາ ທ່ານນາງ Betsy DeVos.

ຜູ້ຖືກຄັດເລືອກ ໃນຄະນະລັດຖະມົນຕີ ຂອງທ່ານ ທຣຳ ບາງຄົນ, ລວມທັງທ່ານ
Tillerson ແລະ ທ່ານນາງ DeVos ແມ່ນມະຫາເສດຖີພັນລ້ານ ຜູ້ທີ່ມີຮຸ້ນສ່ວນ ດ້ານການເງິນຢ່າງກວ້າງຂວາງ. ແລະ ສະມາຊິກພັກເດໂມແຄຣັດ ບາງຄົນກ່າວວ່າ ພວກເຂົາເຈົ້າຍັງບໍ່ໄດ້ເປັນຊ່ຽວຊານ ຢ່າງເຕັມທີ່ເທື່ອ.

ທ່ານ McConnell ໄດ້ໄປອອກລາຍການ Face the Nation ຂອງໂທລະພາບ CBS ໃນວັນອາທິດວານນີ້ ແລະ ໄດ້ກ່າວຫາບັນດາສະມາຊິກພັກເດໂມແຄຣັດ ກ່ຽວກັບ
ຄວາມອິດສາຂອງພວກເຂົາເຈົ້າ ໃນການເລືອກຕັ້ງປະທານາທິບໍດີ.

ທ່ານ McConnell ໄດ້ເວົ້າໃນລາຍການດັ່ງກ່າວວ່າ “ທຸກໆຄຳຕຳໜິທີ່ເປັນຂັ້ນຕອນ ນ້ອຍໆ ພວກນີ້ແມ່ນ ກ່ຽວກັບ ຄວາມຜິດຫວັງຂອງພວກເຂົາເຈົ້າ ທີ່ບໍ່ພຽງແຕ່ສູນເສຍ ທຳນຽບຂາວເທົ່ານັ້ນ ແຕ່ໄດ້ສູນເສຍສະພາສູງດ້ວຍ. ຂ້າພະເຈົ້າເຂົ້າໃຈໃນສິ່ງນັ້ນ, ແຕ່ພວກເຮົາຕ້ອງມີຄວາມເປັນຜູ້ໃຫຍ່ຂຶ້ນແດ່ ແລະ ຕ້ອງໄດ້ປ່ອຍໃຫ້ມັນຜ່ານໄປ.”

ທ່ານໄດ້ສະເໜີວ່າ ບັນດາສະມາຊິກຣີພັບບລີກັນ ໄດ້ໃຫ້ການຮອງຮັບຢ່າງໄວວາ ຕໍ່ ບັນດາຜູ້ຖືກສະເໜີຊື່ຂອງປະທານາທິບໍດີ ບາຣັກ ໂອບາມາ ຫຼາຍຄົນໃນປີ 2009. ເຖິງແມ່ນວ່າພວກເຂົາເຈົ້າຈະເປັນ “ພວກເສລີນິຍົມຢ່າງກວ້າງຂວາງ” ກໍຕາມ.

ແຕ່ມັນບໍ່ແມ່ນພຽງແຕ່ ບັນດາສະມາຊິກສະພາພັກເດໂມແຄຣັດ ເທົ່ານັ້ນ ທີ່ເປັນຫ່ວງ ນຳການບໍ່ໄດ້ເປີດເຜີຍຂໍ້ມູນ ຂອງບັນດາຜູ້ຖືກສະເໜີຊື່ ຂອງທ່ານ ທຣຳ ບາງຄົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG