ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີການສະເໜີ ຮ່າງກົດໝາຍ ຄວບຄຸມປືນ ສະບັບໃໝ່ ທີ່ສະໜັບສະໜູນ ຈາກທັງສອງພັກ ຕໍ່ສະພາສູງ


Senate Gun Control Votes Expected After Orlando Mass-Shooting
please wait

No media source currently available

0:00 0:02:56 0:00

ນຶ່ງ​ມື້ຫລັງ​ຈາກ​ສະພາ​ສູງ​ສະຫະລັດ ໄດ້​ປະຕິ​ເສດ​ຕໍ່​ມາດຕະ​ການ​ຄວບຄຸມ​ປືນສີ່​ສະບັບ ຂໍ້​ສະ​ເໜີ​ໃໝ່ ​ກໍໄດ້​ປາກົດໂຕ​ຂຶ້ນມາ​ ທີ່​ອາດ​ຈະ​ຫລຸດ​ຜ່ອນ ​ຄວາມ​ໃຈ​ຮ້າຍ​ຂອງທັງ​ສອງ​ພັກ ທີ່ທາງ​ສະພາ​ສູງ​ບໍ່​ສາມາດ​ດຳ​ເນີນ​ການ​ຫຍັງ​ໄດ້ຫລັງ​ຈາກ​ໄດ້ມີ​ການ​ຍິງສັງຫານ​ໝູ່​ທີ່​ຮ້າຍ ແຮງ​ເປັນປະຫວັດ​ການ ​ໃນ​ສະຫະລັດ ຢູ່​ທີ່​ເມືອງ Orlando ລັດ Florida.

​ໂດຍໄດ້​ຮັບ​ການສະໜັບສະ​ໜູນ​ຈາກ​ ກຸ່ມ​ຂອງ​ສອງ​ພັກການເມືອງ​ທີ່ຮວມ​ທັງສະມາ​ຊິກ​ສະພາ​ສູງ​ທີ່​ເປັນກາງ​ທີ່​ສຸດ ມາດຕະ​ການ​ທີ່ໄດ້​ເປີ​ດ​ເຜີຍໃຫ້​ຮູ້ໃນ​ວັນ​ອັງຄານ​ວານ​ນີ້ແມ່ນ ຈະ​ປະຕິ​ເສດບໍ່ຂາຍ​ປືນໃຫ້​ແກ່​ບັນດາ​ຜູ້​ຕ້ອງ​ສົງ​ໄສ​ກໍ່​ການ​ຮ້າຍ ​ທີ່ຖືກ​ຫ້າມບໍ່​ໃຫ້​ຂີ່​ເຮືອບິນ​ໂດ​ຍສານ​ແລະ​ຈະ​ຖືກ​ກວດ​ສອບ​ຄວາ​ມປອດ​ໄພ​ຢູ່ຕາມ​ບັນດາເດີ່ນ​ເຮືອບິນ​ໃນສະຫະລັດ. ນອກ​ນັ້ນ ມາດ​ຕະການ​ນີ້ ຍັງ​ອະນຸຍາດ​ໃຫ້ ພວກທີ່​ມີ​ຊື່​ຢູ່​ໃນ​ບັນຊີວ່າ​ ມີ​ການພົວພັນ​ກັບ​ການ​ກໍ່​ການ​ຮ້າຍ ສາມາດ​ທ້າ​ທາຍຕໍ່​ການພົບ​ເຫັນ​ຂອງ​ລັດຖະບານແລະ​ສາມາດ​ໄດ້​ຮັບ​ເງິນ​ຄ່າ ທຳນຽມດ້ານກົດໝາຍ ຄືນ ຖ້າ​ຫາກ​ວ່າ​ຜູ້​ພິພາກສາ​ພິຈາລະນາ​ວ່າ​ເຂົາ​ເຈົ້າ​ຖືກ​ຈັດ​ເຂົ້າໃນ ບັນຊີ​ຜູ້​ກໍ່​ການ​ຮ້າຍດ້ວຍ​ຄວາມ​ຜິດພາດ.

ສະມາຊິກ​ສະພາ​ສູງ​ສັງກັດ​ພັກຣີພັບ​ບລິ​ກັນ​ຈາກ​ລັດ Maine ທ່ານ​ນາງ Susan Collin ຊຶ່ງ​ເປັນຜູ້ນຳ​ພາໃນ​ການ​ສະ​ເໜີມາດ​ຕະການ​ນີ້ກ່າວ​ວ່າ “​ເປົ້າ​ໝາຍ​ຂອງ​ ພວກ​ເຮົາແມ່ນງ່າຍໆ ​ແລະ​ຕົງ​ໄປ​ໜ້າ. ພວກ​ເຮົາ​ຕ້ອງ​ການ​ຢາກ​ໃຫ້​ອາ​ເມຣິກາ​ເປັນທີ່​ປອດ​ໄພ ​ແນ່ນອນ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ໃນ​ເມືອງ San Bernardino ​ແລະ​ເມືອງ Orlando ທີ່​ໄດ້​ເອົາ​ຊີວິດ​ຫລາຍ​ຄົນນັ້ນ​ແມ່ນ​ເປັນ​ການຮຽກ​ຮ້ອງໃຫ້​ມີ​ການປະນີປະນ​ອມ ການ​ຮ້ອງ​ຂໍໃຫ້​ເອົາ​ມາດ​ຕະການ ຈາກ​ສອງ​ພັກ.

ສະມາຊິກ​ສະພາ​ສູງສັງກັດ​ພັກ​ເດ​ໂມ​ແຄຣັດ ຈາກ​ລັດ Florida ທ່ານ Bill Nelson ຊຶ່ງ​ເປັນ​ຜູ້ຮ່ວມນຳ​ສະ​ເໜີ​ມາດຕະການນີ້ ກ່າວ​ວ່າ "ຂ້າພະ​ເຈົ້າ​ເປັນ​ໜີ້​ຕໍ່​ປະຊາຊົ​ນ​ເມືອງ Orlando ​ເພື່ອ​ໃຫ້​ບາງ​ສິ່ງ​ບາງຢ່າງ​ເປັນ​ທີ່​ເສັດ​ສິ້ນ.

ສະມາຊິກສະພາສູງ ພັກເດໂມແຄຣັດ ທ່ານ Cory Booker ຈາກລັດ New Jersey ຮ້ອງໃຫ້ມີຮ່າງກົດໝາຍຄວບຄຸມປືນ.
ສະມາຊິກສະພາສູງ ພັກເດໂມແຄຣັດ ທ່ານ Cory Booker ຈາກລັດ New Jersey ຮ້ອງໃຫ້ມີຮ່າງກົດໝາຍຄວບຄຸມປືນ.

ຂໍ້ສະ​ເໜີ​ນີ້ ມີ​ຜູ້​ອຸບປະຖໍາທັງ​ໝົດ​ເກົ້າ​ຄົນ ສີ່​ຄົນ​ຈາກ​ພັກຣີພັບ​ບລິ​ກັນ ສີ່​ຄົນ​ຈາກ​ພັກ​ເດໂມ​ແຄຣັດ ​ແລະ​ອີກ​ນຶ່ງ​ຄົນ​ເປັນ​ສະມາຊິກ​ສະພາ​ສູງ​ທີ່​ບໍ່​ສັງກັດ​ພັກ ປາ​ກົດ​ໂຕ​ຮ່ວມ​ກັນ ​ຢູ່​ກອງ​ປະ​ຊຸ​ມຖະ​ແຫຼງ​ຂ່າວ ​ໃນ​ຂະນະ​ທີ່ຜູ້​ໃຫ້ການ​ສະໜັບສະໜູນໄດ້​ປະສົບ​ກັບ​ຄວາມລົ້ມ​ແຫຼວ ຫລັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ​ ໃນ​ວັນ​ຈັນ ທີ່​ພັກຣີພັບບລິ​ກັນ ​ໄດ້ປະຕິ​ເສດ​ມາດ​ຕະການ​ປະຕິ​ຮູບ​ການ​ຄວບ​ຄຸມ​ປືນ​ ຂອງພັກ​ເດໂມ​ແຄຣັດ ແລະ​ພັກເດ​ໂມ​ແຄຣັດ​ກໍໄດ້​ປະຕິ​ເສດ​ຕໍ່​ມາດ​ຕະການ​ຂອງ​ພັກຣີພັບ​ບລິ ກັນ​.

ສະມາຊິກສະພາສູງ ພັກຣີພັບບລິກັນ ທ່ານ John Cornyn ຈາກລັດ Texas.
ສະມາຊິກສະພາສູງ ພັກຣີພັບບລິກັນ ທ່ານ John Cornyn ຈາກລັດ Texas.

ຜູ້ນຳ​ສຽງ​ສ່ວນ​ນ້ອຍ​ໃນ​ສະພາ​ສູງ ​ທ່ານ Harry Reid ຈາກ​ລັດ Nevada ກ່າວ​ຫາສະມາ ຊິກພັກຣີພັບ​ບລິ​ກັນວ່າ​ ເປັນ​ເຄື່ອງມື​ຂອງກຸ່ມວິ້ງ​ເຕັ້ນ​ເພື່ອ​ສິດທິໃນ​ການ​ຄອບ​ຄອງປືນ ທີ່​
ມີ​ອິດ​ທິພົນທີ່​ສຸດ​ຂ​ອງອາ​ເມຣິກັນ.

ສະມາຊິກສະພາສູງ ພັກຣີພັບບບິກັນ ທ່ານ Patrick Toomey ຈາກລັດ Pennsylvania ໂດລົມກັບຜູ້ຊ່ວຍ ທີ່ລັດຖະສະພາ..
ສະມາຊິກສະພາສູງ ພັກຣີພັບບບິກັນ ທ່ານ Patrick Toomey ຈາກລັດ Pennsylvania ໂດລົມກັບຜູ້ຊ່ວຍ ທີ່ລັດຖະສະພາ..

ທ່ານ Reid ກ່າວ​ອີກ​ວ່າ “ບັນ​ດາ​ສະມາຊິກ​ພັກຣີພັບ​ບລິ​ກັນ ​ໄດ້​ພິ​ສູດ​ໃຫ້​ເຫັນ ອີກ​ຄັ້ງນຶ່ງ​ວ່າ ບໍ່​ສຳຄັນ​ວ່າການ​ສັງຫານໝູ່ນີ້​ໂຫດຮ້າຍ​ພຽງ​ໃດກໍ​ຕາມ​ ການ​ປະຕິ ບັດ​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ສັ່ງ​ການ​ໂດຍສະມາ​ຄົມ​ປື​ນ​ແຫ່ງ​ຊາດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Shooting Lynch
please wait
Embed

No media source currently available

0:00 0:01:06 0:00

XS
SM
MD
LG