ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະສະພາ ລົງຄະແນນສຽງ ປະຕິເສດ ຕໍ່ຂໍ້ຫ້າມ ການຄອບຄອງປືນ


Senate Gun Control Votes Expected After Orlando Mass-Shooting
please wait

No media source currently available

0:00 0:02:56 0:00

8 ມື້ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ຍິງສັງຫານ​ໝູ່​ທີ່​ຮ້າຍ​ແຮງສຸດ​ໃນ​ປະຫວັດສາດ​ສະຫະລັດ ລັດຖະສະພາ ​ໄດ້​ລົງ​ຄະ​ແນນ​ປະຕິ​ເສດ​ຕໍ່ຂໍ້ສະ​ເໜີ​ຕ່າງໆ ກ່ຽວກັບ​ການ​ຈຳກັດ​ພວກ​ທີ່​ມີ​ສິດໃນການຊື້​ອາ​ວຸດປືນ ​ແລະ​ຂະຫຍາຍ​ການກວດກາ​ໃຫ້​ເຄັ່ງ​ຄັດ​ຂຶ້ນ​ກ່ວາເກົ່າຕໍ່​ພວກ​ທີ່​ຈະ​ຊື້ ປືນນັ້ນ.

​ໃນ​ແລງ​ວັນ​ຈັນ​ວານ​ນີ້ ພັກ Republican ​ໄດ້​ປະຕິ​ເສດ​ຕໍ່ 2 ຂໍ້ສະ​ເໜີ​ທີ່​ພັກ Democrats ​ ທີ່​ໄດ້​ຮັບ​ແຮງ​ກະຕຸກ​ຊຸກຍູ້​ໃໝ່ ຫຼັງ​ຈາກທ້າວ Omar Mateen ທີ່​ນິຍົມ​ຊົມ​ຊອບ​ກຸ່ມ​ລັດ​ອິສລາມ ​ໄດ້​ສັງຫານ 49 ຄົນແລະ​ບາດ​ເຈັບ​ອີກ 53 ຄົນ ​ໃນ​ສະຖານ​ທີ່​ບັນ​ເທີ​ງພຽງສັບປະດາ ​ກ່ວາໆ ​ໃນເມືອງ Orlando ລັດ Florida.

ນຶ່ງໃນມາດ​ຕະການ​ນັ້ນ ​ແມ່ນຈະ​ຂັດຂວາງ​ບໍ່​ໃຫ້​ຜູ້​ມີ​ລາຍ​ຊື່ຢູ່​ໃນ​ບັນຊີ​ພວກ​ກໍ່​ການ​ຮ້າຍຕ່າງໆ ຂອງ​ລັດຖະບານ​ກາງ ຊຶ່ງ​ຮວມທັງພວກ​ທີ່​ຖືກ​ຫ້າມ​ບໍ່​ໃຫ້​ເດີນທາງ​ໂດຍ​ເຮືອ​ບິນ​ໄດ້ ພວກ​ທີ່​ບໍ່​ສາມາ​ຊື້​ປືນ​ໄດ້ນຳ. ອີກ​ສະບັບ​ນຶ່ງ​ແມ່ນ​ຈະ​ຂະຫຍາຍ​ການ​ສືບສວນ​ສອບ​ສວນ​ໃຫ້​ເຄັ່ງ​ຄັດ​ແລະ​ລະອຽດ​ຂຶ້ນ​ ​ໃນ​ການ​ກວດກາ​ປະຫວັດຂອງ​ພວກ​ຊື້​ປືນ ຮວມທັງ​ຢູ່​ບ່ອນສະ​ແດງອາ​ວຸດ​ປືນ ​ແລະ​ການ​ຂາຍ​ປືນ​ທາງ​ອິນ​ເຕີ​ແນ໊ຕນຳດ້ວຍ.

ມາດ​ຕະການ​ທັງ​ສອງ ບໍ່​ໄດ້​ຮັບ​ການ​ສະໜັບສະໜຸນ​ດ້ວຍຄະ​ແນນສຽງ 3 ສ່ວນ 5 ທີ່​ຈຳ​ເປັນ ​ໃນ​ຖານະ​ທີ່​ເປັນ​ບົດ​ເພີ້ມຕື່ມ​ຕໍ່​ກົດໝາຍລັດຖະທຳ​ມະນູນ ​ໃນ​ຂະນະ​ທີ່​ລໍຖ້າ​ການ​ອະນຸ ມັດ​ຢູ່​ໃນ​ສະພາ​ສູງ​ນັ້ນ.

“ຂ້າພະ​ເຈົ້າ ອັບອາຍ​ໃນ​ການ​ລົງ​ຄະ​ແນນ​ໃນ​ມື້​ນີ້” ​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ Chris Murphy ສັງກັດ​ພັກ Democrat ຜູ້​ຊຶ່ງ​ໄດ້​ຖະ​ແຫຼງຕໍ່​ລັດຖະສະພາ​ປະມານ 15 ຊົ່ວ​ໂມງ ​ໃນ​ສັບປະດາແລ້ວ​ນີ້ ​ຮຽກຮ້ອງ​ໃຫ້​ມີ​ການ​ເອົາ​ມາດ​ຕະການ​ຢ່າງ​ເຄັ່ງ​ຄັດ​ຕໍ່ການ​ກໍ່​ຄວາມ​ຮຸ​ນ​ແຮງ​ດ້ວຍ​ອາວຸດປືນ​.

“ຂ້າພະ​ເຈົ້າ​ຈະ​ບອກ​ຄອບຄົວ​ຂອງ​ພວກ​ເຄາະ​ຮ້າຍ ທັງ​ໝົດ 49 ຄອບຄົວ​ນີ້​ໄດ້ຢ່າງ​ໃດ?” ຊຶ່ງ​ນັ້ນ​ແມ່ນ​ຄຳ​ຖາມ​ທີ່​ທ່ານ Bill Nelson ສັງກັດ​ພັກ Democrat ຈາກ​ລັດ Florida ​ໄດ້​ຖາ​ມຂຶ້ນມາ. “ມັນ​ເປັນ​ເລື້ອງ​ເສົ້າ​ ທີ່​ຂ້າພະ​ເຈົ້າ​ຈຳ​ເປັນ​ຕ້ອງ​ບອກ​ພວກ​ເຂົາ​ເຈົ້າ​ວ່າ ກຸ່ມວິ່ງ​ເຕັ້ນ ຂອງສະມາຄົມ​ປືນ​ແຫ່ງ​ຊາດ ຫຼື NRA ​ໄດ້​ຊະນະ​ອີກ​ແລ້ວ.”

ພັກ Republican ​ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ສາມາດ​ລົງ​ຄະ​ແນນ​ສຽງ ສຳຫຼັບ​ຂໍ້​ສະ​ເໜີ​ໃດໆ ທີ່​ບໍ່​ໃຫ້​ຄວາມ​ໝາຍ​ໃນ​ພວກ​ທີ່​ຈັດ​ລາຍ​ຊື່ ຂອງ​ກຸ່ມ​ກໍ່​ການ​ຮ້າຍທີ່​ຜິດ​ນັ້ນ ໃນ​ອັນ​ທີ່​ລັດຖະບານ​ຍຶດຖື​ນັ້ນ, ກ່າວ​ຫາ​ມາດ​ຕະການ​ຂອງ​ພັກ Democrat ນັ້ນວ່າ​ ມັນ​ຈະ​ປະຕິ​ເສດ​ຕໍ່​ສິດ​ໃນ​ລັດ​ຖະ​ທຳ​ມະນູນ​ທີ່​ວ່າ ຊາວ​ອາ​ເມຣິກັນມີ​ສິດ​ໃນ​ການ​ຄອບ​ຄອງ​ປືນ ​ໂດຍປາດ​ສະ​ຈາກ​ຂະ​ບວນ ການ​ທາງກົດໝາຍ​ໃດໆ.

“ພວກ​ເຮົາ​ເຫັນ​ພ້ອມ​ທີ່​ວ່າ​ພວກ​ກຸ່ມ​ກໍ່​ການ​ຮ້າຍ​ ແມ່ນບໍ່​ມີ​ສິດ​ໃນ​ການ​ຊື້​ປືນ​ອາວຸດ,” ຊຶ່ງ​ທ່ານ John Cornyn ສະມາຊິ​ກສະພາ​ສູງຈາກ​ລັດ Texas ​ໄດ້​ກ່າວ ​ແລະ​ວ່າ “ຄຳ​ຖາມ​ກໍ​ມີ​ຢູ່​ວ່າ ສິ່ງ​ທີ່ພວກ​ເຮົາ​ຈະ​ປະຕິບັດ​ຕາມ​ນັ້ນກໍ​ແມ່ນ​ວ່າ​ ມັນ​ເປັນ​ວິທີ​ທາງ​ທີ່​ຖືກຕ້ອງ​ຕາມກົດໝາຍລັດຖະທຳ​ມະນູນຫລື​ບໍ່.”

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

US Congress Gun Control
please wait

No media source currently available

0:00 0:02:47 0:00

XS
SM
MD
LG