ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄາດວ່າ ສະພາສະຫະລັດຈະລົງ ຄະແນນສຽງ ກ່ຽວກັບ ການຄວບຄຸມປືນ


Senate Gun Control Votes Expected After Orlando Mass-Shooting
please wait

No media source currently available

0:00 0:02:56 0:00

ໜຶ່ງສັບປະດາຫຼັງຈາກການຍິງຄົນຈຳນວນຫຼາຍ ທີ່ຮ້າຍແຮງໃນ nightclub ຂອງພວກກະເທີຍໃນເມືອງ Orlando ລັດ Florida ແລ້ວກໍມີການຄາດ ໝາຍວ່າສະພາສູງ ສະຫະລັດ ຈະໄດ້ລົງຄະແນນສຽງສຳລັບຫຼາຍຂໍ້ສະເໜີ ເພື່ອຫ້າມຂາຍປືນໃຫ້ຜູ້ຕ້ອງສົງໄສກໍ່ການ ຮ້າຍ ແລະ ຂະຫຍາຍການສືບ ປະຫວັດຂອງຄົນທີ່ຊື້ປືນຢູ່ໃນ ສະຫະລັດ.

ເຖິງແມ່ນວ່າຈະມີການກ່າວປະນາມໄປທົ່ວໂລກ ກ່ຽວກັບ ການໂຈມຕີ ແລະ ປະຕິຍານທີ່ ຈະຫາວິທີເພື່ອປ້ອງກັນການເຮັດຊ້ຳຄືນອີກກໍຕາມ ມັນກໍຍັງ ບໍ່ທັນຊັດເຈນເທື່ອວ່າ ຈະມີ ມາດຕະການ ການຄວບຄຸມປືນສະບັບໃດທີ່ຈະ ສາມາດຜ່ານການອະນຸມັດຂອງລັດຖະສະພາ, ບ່ອນທີ່ສະມາຊິກພັກຣີພັບ ບລີກັນສ່ວນໃຫຍ່ກ່າວວ່າ ລັດທິກໍ່ການຮ້າຍພາຍໃນປະເທດທີ່ມີແຮງບັນ ດານໃຈມາຈາກພວກລັດອິສລາມ ແມ່ນເປັນຜູ້ທີ່ຕ້ອງຖືກກ່າວຫາວ່າຈູ່ໂຈມ ຍິງຄົນ ເຊິ່ງເຮັດໃຫ້ມີຄົນເສຍຊີວິດ 49 ຄົນ ແລະ ໄດ້ຮັບບາດເຈັບອີກຫຼາຍ ກວ່າ 50 ຄົນ.

ພັກເດໂມແຄຣັດ ແມ່ນບໍ່ມີໃຜອອກມາຂັດຂວາງ, ເຊິ່ງໄດ້ຍຶດເອົາເວທີປາໄສ ຂອງສະມາ ຊິກສະພາດົນເຖິງ 15 ຊົ່ວໂມງໃນທ້າຍສັບປະດາແລ້ວນີ້.

ສະມາຊິກສະພາ ພັກເດໂມແຄຣັດ ທ່ານ Cory Brooker ຈາກລັດ New Jersey ຮຽກຮ້ອງໃຫ້ອອກກົດໝາຍສຳລັບ ການຄວບຄຸມປືນ ຫຼັງຈາກການຍິງຄົນຈຳນວນຫຼວງຫຼາຍໃນເມືອງ Orlando ເມື່ອຕົ້ນສັບປະດາທີຜ່ານມາ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ທີ່ລັດຖະສະພາ Capitol Hill ນະຄອນຫຼວງ ວໍຊິງຕັນ. 16 ມິຖຸນາ 2016.
ສະມາຊິກສະພາ ພັກເດໂມແຄຣັດ ທ່ານ Cory Brooker ຈາກລັດ New Jersey ຮຽກຮ້ອງໃຫ້ອອກກົດໝາຍສຳລັບ ການຄວບຄຸມປືນ ຫຼັງຈາກການຍິງຄົນຈຳນວນຫຼວງຫຼາຍໃນເມືອງ Orlando ເມື່ອຕົ້ນສັບປະດາທີຜ່ານມາ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ທີ່ລັດຖະສະພາ Capitol Hill ນະຄອນຫຼວງ ວໍຊິງຕັນ. 16 ມິຖຸນາ 2016.

ທ່ານ Chris Murphy ຈາກພັກເດໂມແຄຣັດ ຜູ້ມີສິດລົງຄະແນນສຽງຈາກລັດ Connecticut ທີ່ມີຄວາມເຈັບປວດຈາກການຍິງຄົນຈຳນວນຫຼາຍໃນໂຮງຮຽນປະ ຖົມ Sandy Cook ເມື່ອປີ 2012 ເຊິ່ງເຮັດໃຫ້ເດັກນ້ອຍ 20 ເສຍຊີວິດໄດ້ກ່າວ ວ່າ “ພວກ ເຮົາບໍໄດ້ເຮັດຫຍັງ, ບໍ່ໄດ້ເຮັດຫຍັງຈັກຢ່າງເລີຍ, ຂ້າພະເຈົ້າພໍແລ້ວ ກັບການຂ້າຄົນບໍ ລິສຸດທີ່ຍັງມີຢູ່ນີ້ ແລະ ຂ້າພະເຈົ້າພໍແລ້ວກັບການບໍ່ລົງມືເຮັດ ຫຍັງຂອງສະພານີ້.”

ສະມາຊິກສະພາສູງ ຈາກລັດ New Jersey ເຊິ່ງເປັນໜຶ່ງໃນຈຳນວນສະມາຊິກ ຂອງພັກ ເດໂມແຄຣັດຫຼາຍກວ່າ 30 ຄົນ ທີ່ເຂົ້າຮ່ວມໃນການກ່າວປະຕິບັດ ຂອງທ່ານ Murphy ກໍ ໄດ້ກ່າວວ່າ ພໍແລ້ວ, ພໍແລ້ວ, ພໍແລ້ວ.

ພວກສະມາຊິກພັກຣີພັບບລີກັນ ຍັງຄົງຢືນຢັນວ່າການເພັ່ງເລັງໃສ່ການຄວບ ຄຸມປືນ ເປັນ ການຊັກຈູງໄປໃນທາງທີ່ຜິດ.

XS
SM
MD
LG