ໃນການສືບຕໍ່ຮຽກຮ້ອງປຸກລະດົມ ໂດຍປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ເພື່ອຊັກຊວນໃຫ້ລັດຖະສະພາສະຫະລັດແລະປະຊາຊົນອາເມຣິກັນເຫັນພ້ອມນຳວ່າ ກຳແພງແມ່ນມີຄວາມຈຳເປັນ ຢູ່ເຂດຊາຍແດນສະຫະລັດຕິດກັບເມັກຊິໂກນັ້ນ ທຳນຽບຂາວກ່າວວ່າ ທ່ານຈະຈັດໃຫ້ມີກອງປະຊຸມໂຕະມົນເພື່ອຫາລືກ່ຽວກັບເລື້ອງຄວາມໝັ້ນຄົງ ແລະຄວາມປອດໄພຂອງປະຊາຄົມໃນເຂດຊາຍແດນ ໃນຕອນບ່າຍວັນສຸກມື້ນີ້ກັບພວກຜູ້ນຳປະຊາຄົມຂອງລັດແລະເຂດທ້ອງຖິ່ນ.
ທ່ານທຣຳກ່າວວ່າ ກຳແພງແມ່ນມີຄວາມຈຳເປັນເພື່ອຈະສະກັດກັ້ນການເຂົ້າເມືອງແບບຜິດກົດໝາຍ ຢາເສບຕິດ ແລະອາຊະຍາກຳ ທີ່ທ່ານເວົ້າວ່າ ມາພ້ອມກັບພວກຄົນເຂົ້າເມືອງນັ້ນ.
ທ່ານທຣຳໄດ້ໄປຢ້ຽມຢາມເມືອງແມັກອາເລັນ ໃນລັດເທັກຊັສ ໃນວັນພະຫັດວານນີ້ ໂດຍກ່າວວ່າ ທ່ານອາດຈະປະກາດພາວະສຸກເສີນແຫ່ງຊາດ.
ທ່ານທຣຳກ່າວວ່າ “ພວກເຮົາອາດຈະມີທັງການໄດ້ຮັບໄຊຊະນະ ການຜ່ອນສັ້ນຜ່ອນຍາວ ຍ້ອນຂ້າພະເຈົ້າຄິດວ່າ ການຜ່ອນສັ້ນຜ່ອນຍາວນັ້ນ ເປັນໄຊຊະນະສຳລັບທຸກໆຄົນ ຫຼືວ່າຂ້າພະເຈົ້າຈະປະກາດພາວະສຸກເສີນແຫ່ງຊາດ.”
ການປະກາດພາວະສຸກເສີນແຫ່ງຊາດ ຈະອຳນວຍໃຫ້ປະທານາທິບໍດີທຣຳສາມາດໃຊ້ຈ່າຍເງິນ ໂດຍບໍ່ຕ້ອງໄດ້ຮັບການອະນຸມັດຈາກສະພາ ດັ່ງນັ້ນຈຶ່ງມີທ່າທາງວ່າ ການກະທຳດັ່ງກ່າວຈະພາໃຫ້ມີການທ້າທາຍຢູ່ໃນສານທັນທີຈາກພັກເດໂມແຄຣັດ ທີ່ກ່າວວ່າ ບໍ່ມີເຫດການສຸກເສີນໃດໆຢູ່ທີ່ເຂດຊາຍແດນ ທີ່ປະທານາທິບໍດີຈະສາມາດກ້າວກ່າຍອຳນາດຕາມລັດຖະທຳມະນູນຂອງທ່ານໄດ້.
ພັກເດໂມແຄຣັດ ໄດ້ປະຕິເສດທີ່ຈະອະນຸມັດເງິນ 5 ຕື້ກວ່າໂດລາ ໃຫ້ແກ່ປະທານາທິບໍດີທຣຳ ເພື່ອເລີ້ມການສ້າງກຳແພງຢູ່ຕາມເຂດຊາຍແດນ ທາງພາກໃຕ້ຂອງສະຫະລັດຕິດກັບເມັກຊິໂກ. ປາສະຈາກການຕົກລົງກັນໃນເລື້ອງເງິນທຶນກ່ຽວກັບກຳແພງຊາຍແດນແລ້ວ ສະມາຊິກຂອງພັກຣີພັບບລີກັນໃນສະພາສູງແລະປະທານາທິບໍດີ ໄດ້ປະຕິເສດທີ່ຈະໃຫ້ການອະນຸມັດກ່ຽວກັບການໃຊ້ຈ່າຍສຳລັບ 8 ກະຊວງຂອງລັດຖະບານກາງ ທີ່ພາໃຫ້ມີການປິດລັດຖະບານກາງລົງເປັນບາງສ່ວນ.
ໃນຄືນວັນພະຫັດ ສະພາສູງສະຫະລັດໄດ້ຮັບຜ່ານຢ່າງເປັນເອກກະສັນຮ່າງກົດໝາຍສະບັບນຶ່ງ ທີ່ຄ້ຳປະກັນວ່າ ພະນັກງານລັດຖະບານກາງຈະໄດ້ຮັບເງິນທັງໝົດທີ່ມີການຕິດຄ້າງ ເວລາການປິດລັດຖະບານສິ້ນສຸດລົງ.
ໃນຂະນະທີ່ຟັງເບິ່ງແລ້ວ ຄືເປັນຂ່າວດີ ແຕ່ມັນກໍຈະບໍ່ສາມາດຊ່ວຍພະນັກງານລັດຖະບານກາງຫຼາຍກວ່າ 800,000 ຄົນໄດ້ໃນທັນທີ ຊຶ່ງພວກເຂົາເຈົ້າຈະບໍ່ໄດ້ຮັບເງິນງວດທຳອິດໃນອາທິດນີ້ ນັບຕັ້ງແຕ່ການປິດລັດຖະບານກາງໄດ້ເລີ້ມຂຶ້ນ ເມື່ອວັນທີ 22 ທັນວາຜ່ານມາ.